Archive type
Content type
Languages
Scripts
Showing 91 to 105 of 668 results
-
ທໍາມະຣັດຕະນະສູດ (ຜູກຕົ້ນ)
ກ່າວເຖິງ ພະມະຫາເຖລະອົງໜຶ່ງ ຊື່ວ່າ ທໍາມະປະໂຣສິຣິປັນໂຍ ເປັນຜູ້ມີຄວາມພຽນແລະມີໃຈໝັ້ນທ່ຽງ ບໍ່ຫວັ່ນໄຫວໃນກິເລດຕັນຫາ.…
-
ວິໄນ
ເນື້ອໃນກ່າວເຖິງ ອະນັນຕະຣິຍະກໍາ ໝາຍເຖິງ ກໍາທີ່ໜັກທີ່ສຸດຝ່າຍບາບອະກຸສົນ ເຊິ່ງໃຫ້ຜົນຮຸນແຮງຕໍ່ເນື່ອງໂດຍບໍ່ມີກໍາອື່ນຈະມາກັ້ນໄດ້ ປະກອບດ້ວຍ ໕ ປະການໄດ້ແກ່:…
-
ນິໄສອຸບບາດ (ຜູກ ໔)
ເນື້ອໃນເວົ້າເຖິງ ອຸປະນິໄສຂອງພະພຸດທະເຈົ້າ ໒໘ ພະອົງ. ພະພຸດທະເຈົ້າແຕ່ລະພະອົງໃຊ້ເວລາບໍາເພັນຄວາມພຽນໃນການຕັດສະຮູ້,…
-
ສູດມົນເດິກ
ສູດມົນເດິກ ໝາຍເຖິງ ບົດສູດມົນທີ່ພະສົງໃຊ້ສູດມົນຕອນເຊົ້າເດິກ ປະມານ ໔ ໂມງເຊົ້າ. ເນື້ອໃນບົດສູດເປັນ ພາສາບາລີ ມີຫຼາຍຫົວຂໍ້ ເຊັ່ນ ອະເນກະຊາ, ສີຣັດສະໝິງ,…
-
ທໍາມະຣັດຕະນະສູດ (ຜູກ ໗)
ທໍາມະຣັດຕະນະສູດ ວ່າດ້ວຍເລື່ອງຣະຕະນະສູດຕັງ ຂຶ້ນຕົ້ນດ້ວຍຄໍາວ່າ ຍານີທະພູຕານີ ສະມາຄະຕານີ ພູມມານີ ວາຍານິວະ ອັນຕະລິກເຂ ຕະຖາຄະຕັງ ເທວະນຸສສະປູຊິຕັງ ພຸທທັງ…
-
ປາຣາຍັດສະປາ
ໜັງສືສູດມົນ ເນື້ອໃນທັງໝົດເປັນພາສາບາລີ ພະສົງ ສາມະເນນແລະຊາວພຸດໃຊ້ສູດໃນພິທີສູດມົນ ວ່າດ້ວຍເລື່ອງ ພະອະພິທໍາຫຼືພະປະຣະມັດຖະທໍາ…
-
ສືບຊົ່ວພະຍາອິນ (ຜູກ ໔)
ເນື້ອໃນກ່າວເຖິງ ບຸກຄະລະຜູ້ໃດມັກສະແຫວງຫາຄວາມສຸກແລະໄດ້ໃຫ້ຊີວິດໃຫ້ເປັນທານ ກໍ່ຈະໄດ້ຜະລະອານິສົງ ໔ ປະການຄື: ໑. ມີອາຍຸໝັ້ນຢືນຍາວ, ໒. ມີວັນນະເນື້ອຕົນອັນງາມ…
-
ປະຖະມະມູນລະມູນລີ (ຜູກ ໒)
ເນື້ອໃນກ່າງເຖິງ ພະພຸດທະເຈົ້າ ໓ ຈໍາພວກ ໄດ້ແກ່ ພະປັນຍາທິກະພຸດທະເຈົ້າ, ພະສັດທາທິກະພຸດທະເຈົ້າແລະພະວິຣິຍາທິກະພຸດທະເຈົ້າ. ປະຫວັດພະພຸດທະເຈົ້າໂຄຕະມະ…
-
ປຸນຍະກຸລະຍານະຄັນຖະ (ຜູກ ໒)
ເນື້ອໃນວ່າດ້ວຍເລື່ອງ ທິກຂິນາວິສຸດທິ, ຄວາມບໍລິສຸດແຫ່ງທັກຂິນາຄືຂອງທານມີ ໔ ຢ່າງ ຄື: ໑. ທັກຂິນາບໍລິສຸດຝ່າຍທາຍົກ (ຜູ້ໃຫ້) ແຕ່ບໍ່ບໍລິສຸດຝ່າຍປະຕິຄາຫົກ (…
-
ຕິກະຣິດສາສິດ
ກ່າວເຖິງວິທີການປ່ຽນວັນອຸໂປສົດໃນແຕ່ລະ ລະດູ ເຊິ່ງພະພິກຂຸອົງທີ່ສູດປາຕິໂມກຈະຕ້ອງປ່ຽນຄໍາສູດ ນັ້ນໃຫ້ກົງກັບແຕ່ລະ ລະດູ ອັນປະກອບໄປດ້ວຍ ໓ ລະດູຄື: ໑. ລະດູຝົນ…
-
ມະໂຫສົດ (ຜູກ ໒)
ມະໂຫສົດຊາດົກ ເລື່ອງ ພະໂພທິສັດຊົງສະເຫວີຍພະຊາດເປັນພະມະໂຫສົດ ເປັນບຸດຂອງເສດຖີຊື່ ສິຣິວັດທະກະແລະນາງສຸມະນະເທວີແຫ່ງເມືອງມິຖິລາ. ເຫດທີ່ໃຊ້ຊື່ວ່າ ມະໂຫສົດ…
-
ທໍາ ໓ ໄຕ (ຜູກຕົ້ນ)
ເນື້ອໃນເວົ້າເຖິງ ຄວາມສໍາຄັນຂອງ “ທໍາ ໓ ໄຕ” ກັບ “ຜ້າ ໓ ຜືນ” ຂອງພະພຸກຂຸ. ທໍາ ໓ ໄຕກໍ່ໄດ້ແກ່ພະວິໄນປິດົກ, ພະອະພິທໍາປິດົກ ແລະພະສຸດຕັນຕະປິດົກ ຮຽກວ່າ…
-
ວິສຸດທິມັກຄະຜະລະ (ຜູກ ໗)
ເນື້ອໃນວ່າດ້ວຍເລື່ອງ ວິນຍານ ຄື ຄວາມຮູ້ແຈ້ງທາງອາລົມ ໖ ປະການ ໄດ້ແກ່: ໑. ຈັກຂຸວິນຍານ ຄື ຕາ ເປັນຄວາມຮູ້ທາງຕາ ເຫັນຮູບແລະຮູ້ຮູບດ້ວຍຕາ, ໒. ໂສຕະວິນຍານ ຄື…
-
ສັບກໍາມະວາຈາ
ກໍາມະວາຈາ ເນື້ອໃນສ່ວນຫລາຍຂຽນເປັນພາສາປາລີ ໃຊ້ປະກອບພິທີອຸປະສົມບົດ. ໂດຍທົ່ວໄປເວົ້າກ່ຽວກັບຊຸດຄໍາຖາມແລະຄໍາຕອບທີ່ໃຊ້ໃນພິທີອຸປະສົມບົດ (ບວດພະ). ໃນພິທີນັ້ນ…
-
ອຸນຫັດສະວິໄຊ
ອຸນຫັດສະວິໄຊ ເປັນຄາຖາສັກສິດເຮັດໃຫ້ມີອາຍຸຍືນ ພະສົງນິຍົມໃຊ້ເທສະໜາໃນພິທີມຸງຄຸນຕ່າງໆ. ສະໄໝໜຶ່ງ ພະຜູ້ມີພະພາກເຈົ້າປະທັບຢູ່ຕາວະຕິງສາສະຫວັນ…