ຫລັງຈາກທີ່ພະຍາໂປກຂະຣະພັດ ໄດ້ຕໍ່ສູ້ກັບລູກພະຍາເມືອງອິນທະສາເກດ ແລະໄດ້ຮັບໄຊຊະນະແລ້ວ ພະອົງ ຈຶ່ງຍົກລິພົນໄປຕີເມືອງກະບິນລະພັດ ແລ້ວຈັບເອົາພະນາງສິບປະຕິເທວີ ອັນເປັນນ້ອງສາວຂອງຕົນ ມາທໍລະມານ ໃນຄັ້ງນັ້ນ ມີເທວະດາຕົນໜຶ່ງຊື່ວ່າ ສັງຂາເທວະດາ ເປັນຜູ້ມີລິດເດດຫຼາຍ ລົງມາຈາກສະຫວັນ ແລ້ວແປງຮ່າງເປັນມະນຸດ ຂໍໃຫ້ພະຍາໂປກຂະຣະພັດປ່ອຍຕົວ ພະນາງສິບປະຕິເທວີ ເນື່ອງຈາກຄວາມສົງສານ. ພະຍາໂປກຂະຣະພັດກໍ່ປ່ອຍພະນາງສິບປະຕິເທວີ ແລ້ວຕີເທວະດານັ້ນແທນ. ເມື່ອເປັນເຊັ່ນນັ້ນ ນາງເທວະດາຈະກັບໄປຍັງສະຫວັນອັນເປັນທີ່ຢູ່ຂອງຕົນນັ້ນກໍ່ຄິດລະອາຍເພື່ອນຝູງ ເພາະຕົນມີລິດເດດຫລາຍກວ່າເທວະດາຕົນອື່ນ ແຕ່ກໍ່ຍັງຖືກມະນຸດຕີ. ເທວະດາຕົນນັ້ນ ຈຶ່ງໄປຢູ່ກັບຕົນໄມ້ ເອີ້ນວ່າ ຣຸກຂະເທວະດາ ຄື ເທວະດາທີ່ເຝົ້າຕົ້ນໄມ້ໃນເມືອງມະນຸດ. ຄໍາລົງທ້າຍ: ລານທີ່ ໒໐ ໜ້າ ໑: ສີສີສັດຕະບົວຣະບາດຈຸນລະສັງກາດຣາຊະໄດ້ ພັນ ໒໐໐໓໗ (ກົງກັບ ຈສ. ໑໒໓໗) ຕົວປີຮັບໃຄ້ ເດືອນ ໕ ແຮມ ໓ ຄໍ່າ ວັນ ໓ ມື້ກັດເຮົ້າ ຣິດຈະນາແລ້ວຍາມກອງງາຍ ມູນລະສັດທາໝາຍມີບຸຜິປັດຕະຣາດ ເຈົ້າຫໍຄໍາຝ່າຍໜ້າ ມີຈິດຕະມະໂນໄມໃສລໍ້າຍິ່ງ ຈຶ່ງໄດ້ສ້າງ ລໍາພະລະສັງຂະຫຍາ ມັດນີ້ ໄວ້ກັບວໍຣະພຸດທະສາສະໜາ ຕາບຕໍ່ເທົ້າ ໕໐໐໐ ວັດສາ ຂໍໃຫ້ຜູ້ຂ້າໄດ້ເຖິງສຸກ ໓ ປະການມີນີຣະພານເປັນທີ່ແລ້ວ ຂໍໃຫ້ຜູ້ຂ້າເຂົ້າສູ່ວຽງແກ້ວ ກ່າວຄືວ່ານີຣະພານ ກໍເທີ້ນ ນິບພານັງ ປະຣະມັງ ສຸກຂັງ ທຸວັງ ທຸວັງ.
After the battle with the son of Inthasaket king, Phaya Pokkharaphat fought the king of Kapilavatthu and arrested his sister, Queen Sippatidevi to his kingdom and tortured her. A goddess named Sangkha Deva who had power felt pity to the queen. The deva talked to Phaya Pokkharaphat and asked him to release the queen but tortured herself instead. Sangkha Deva was beaten by human beings, she could not return the heaven. Thus she lived on a tree and she became a Lukkha Deva (a deva of the tree). Colophon: Folio 20 on the recto side: Sisattabuarabat chunlasangkatrasa thousand 20037 (corresponding with CS 1237), a hap khai year, the third day of the waning moon of the fifth lunar month, the third day of the week (Tuesday), a kat hao day, the writing of this manuscript was accomplished at the time of kòng ngai (between 7.30–9.00 o’clock). Buphipattarat, the king who lives in the front golden palace had the most ardent religious faith to sponsore the making of this manuscript [entitled] Lam phalasangkhanya, to support the Teachings of the Buddha to last until the end of 5000 years. May I reach the three states of happiness with Nibbāna is the ultimate goal. May I enter the crystal city which is Nibbāna. Amen amen! Nibbāna is the greatest bliss certainly.
Extent: 1 palm-leaf manuscript containing 22 leaves.
Size and dimensions of original material: Hight 4.5 cm, width 54 cm, depth 0.8 cm.
Condition of original material: Good.
Alternative calendar and date: Lao, CS 1237, a hap khai year
Author(s)/Creator(s): Unidentified.
Scribe(s): Unidentified.
Original institution reference: Manuscript Box no. 7.
