ພະລະສັງຂະຍາ (ຜູກຖ້ວນ ໗)

ເມື່ອພະໂພທິສັດເຈົ້າປະສູດຈາກຄັນຂອງພະນາງມະທຸຣະຈິດຕາ ໄດ້ ໑ ເດືອນ ມານດາກໍເຖິງສະຫວັນນະຄົດ. ໃນຄັ້ງນັ້ນ ເທວະດາ ໄດ້ເນລະມິດອາຫານທິບໃຫ້ແກ່ເຈົ້າກຸມມານນ້ອຍ. ຕໍ່ມາ ມີຜົວເມຍຄູ່ໜຶ່ງ ຜູ້ເປັນຜົວມີອາຍຸໄດ້ ໑໒໖ ປີ ຊື່ວ່າ ປູກາມະຕັນຫາ ສ່ວນຜູ້ເປັນເມຍນັ້ນມີອາຍຸໄດ້ ໑໒໐ ປີ ສອງຜົວເມຍນີ້ໄດ້ອາໄສຢູ່ໃນເມືອງວິເທຫະຣາດນະຄອນ. ວັນໜຶ່ງສອງຜົວເມຍນັ້ນໄດ້ເຂົ້າປ່າຫິມມະພານເພື່ອໄປຊອກໝາກໄມ້, ບັງເອີ້ນກໍໄດ້ພົບກັບເຈົ້າກຸມມານນ້ອຍ ຈຶ່ງເອົາມາລ້ຽງເປັນລູກຂອງຕົນ ແລະໃສ່ຊື່ໂພທິສັດວ່າ ເຈົ້າສຸວັນນະພົມມາ. ຄໍາລົງທ້າຍ: ລານທີ່ ໒໕ ໜ້າ ໑: ສີສີສັດຕະບົວຣະບາດ ຈຸນລະສັງກາດຣາຊະໄດ້ ພັນ ໒໐໐໓໗ (ກົງກັບ ຈສ. ໑໒໓໗) ຕົວປີຮັບໃຄ້ ເດືອນ ໕ ແຮມ ໓ ຄໍ່າ ວັນ ໓ ມື້ກັດເຮົ້າ ຣິດຈະນາແລ້ວຍາມກອງງາຍ ມູນລະສັດທາໝາຍມີບຸຜິປັດຕະຣາດ ເຈົ້າຫໍຄໍາຝ່າຍໜ້າ ມີຈິດຕະມະໂນໄມໃສລໍ້າຍິ່ງ ກັບທັງບຸດຕານັດຕາ ພັນທຸວົງສາລົງສັດທາເປັນອັນຍິ່ງ ຈຶ່ງໄດ້ສ້າງ ລໍາພະລະສັງຂະຫຍາ ມັດນີ້ ໄວ້ກັບວໍຣະພຸດທະສາສະໜາພະໂຄຕະມະເຈົ້າ ຕາບຕໍ່ເທົ້າ ໕໐໐໐ ວັດສາ ຂໍໃຫ້ຜູ້ຂ້າໄດ້ເຖິງສຸກ ໓ ປະການ ມີນີຣະພານເປັນທີ່ແລ້ວ ຂໍໃຫ້ຜູ້ຂ້າເຂົ້າສູ່ວຽງແກ້ວກ່າວຄືວ່າ ນີຣະພານ ກໍຂ້າເທີ້ນ ສາທຸ ສາທຸ ນິບພານັງ ປະຣະມັງ ສຸກຂັງ ທຸວັງ ທຸວັງ.

When the Bodhisatta was born from the womb of Princess Mathuracitta, one month later his mother died. Devas looked after the Bodhisatta in the forest by giving him ambrosia. Later, Pukamatanha who was 126 years old and his wife lived in Devadaha city entered the Himalaya forest and found the baby. They brought the baby to their house and gave him a name Suvannaphomma. Colophon: Folio 25 on the recto side: Sisattabuarabat chunlasangkatrasa thousand 20037 (corresponding with CS 1237), a hap khai year, the third day of the waning moon of the fifth lunar month, the third day of the week (Tuesday), a kat hao day, the writing of this manuscript was accomplished at the time of kòng ngai (between 7.30–9.00 o’clock). Buphipattarat, the king who lives in the front golden palace, along with his children and relatives had the most ardent religious faith to sponsore the making of this manuscript [entitled] Lam phalasangkhanya, to support the Teachings of Gotama Buddha to last until the end of 5000 years. May I reach the three states of happiness with Nibbāna is the ultimate goal. May I enter the crystal city which is Nibbāna. Amen amen! Nibbāna is the greatest bliss certainly.

Extent: 1 palm-leaf manuscript containing 25 leaves.

Size and dimensions of original material: Hight 4.5 cm, width 54 cm, depth 1 cm.

Condition of original material: Good.

Alternative calendar and date: Lao, CS 1237, a hap khai year

Author(s)/Creator(s): Unidentified.

Scribe(s): Unidentified.

Original institution reference: Manuscript Box no. 7.