ໂລກາວະຈະນະສູດ (ຜູກດຽວ)

ໃນສະໄໝໜຶ່ງ ພະຜູ້ມີພະພາກເຈົ້າປະທັບສໍາລານຢູ່ວັດພະເຊຕະວັນ ໃນເມືອງສາວັດຖີ, ພະອານົນທະເຖລະທູນຖາມເລື່ອງອາຍຸໄຂຂອງພະພຸດທະເຈົ້າແຕ່ລະພະອົງທີ່ລ່ວງໄປແລ້ວ. ພະພຸດທະເຈົ້າຕັດວ່າ, ພະພຸດທະເຈົ້າທີ່ລ່ວງໄປແລ້ວມີຫລາຍພະອົງຈົນນັບບໍ່ຖ້ວນ. ແຕ່ໃນພຸດທະວົງນັ້ນມີ ໒໘ ພະອົງ ອັນປະກອບດ້ວຍ: ພະຕັນຫັງກອນພຸດທະເຈົ້າ ມີອາຍຸໄດ້ແສນປີ ຈຶ່ງນິບພານໄປ, ພະເມທັງກອນພຸດທະເຈົ້າ ມີອາຍຸໄດ້ເກົ້າໝື່ນປີ ຈຶ່ງນິບພານໄປ, ພະສະຣະນັງກອນພຸດທະເຈົ້າ ມີອາຍຸໄດ້ ໒ ໝື່ນປີ ຈຶ່ງນິບພານໄປ, ພະທິປັງກອນພຸດທະເຈົ້າ ມີອາຍຸໄດ້ແສນປີ ຈຶ່ງນິບພານໄປ, ພະໂກນດັນຍະພຸດທະເຈົ້າ ມີອາຍຸໄດ້ແສນປີ ຈຶ່ງນິບພານໄປ, ພະມັງຄະລະພຸດທະເຈົ້າ ມີອາຍຸໄດ້ ໙ ໝື່ນປີ ຈຶ່ງນິບພານໄປ, ພະສຸມະໂນພຸດທະເຈົ້າ ມີອາຍຸໄດ້ ໙ ໝື່ນປີ ຈຶ່ງນິບພານໄປ, ພະເຣວະຕະພຸດທະເຈົ້າ ມີອາຍຸໄດ້ຫົກໝື່ນປີ ຈຶ່ງນິບພານໄປ, ພະໂສພິໂຕພຸດທະເຈົ້າ ມີອາຍຸໄດ້ ໙ ໝື່ນປີ ຈຶ່ງນິບພານໄປ ແລະອື່ນໆ. ຄໍາລົງທ້າຍ: ລານທີ ໑໗ ໜ້າ ໑: ພຸດທະສັງກາດ ໒໔໘໕ ຕົວ ປີເຕົ່າສະງ້າ ເດືອນ ໑໐ ຂຶ້ນ ໑໔ ຄໍ່າ ພໍ່າວ່າໄດ້ ວັນ ໔ ຣິດຈະນາແລ້ວຍາມກອງງາຍ ໝາຍມີ ສາວຄໍາພາ ເປັນເຄົ້າ ຈິ່ງໄດ້ສ້າງ ໂລກາວະຈະນະສູດ ຜູກນີ້ ທານໄປຫາຜົວຊື່ວ່າ ຊຽງສາ ຜູ້ຈຸດຕິໄປສູ່ບໍຣະໂລກພາຍໜ້ານັ້ນ ຂໍກຸສົນອັນນີ້ໄປອູ້ມພົກຍົກຍ້າຍໃສ່ທີ່ດີ ຕົກທີ່ດີຂໍໃຫ້ດີຍິ່ງກວ່າເກົ່າສຸກຮ້ອຍເທົ່າແລະແສນທີແດ່ກໍ່ຂ້າເທີ້ນ ໄວ້ກັບສາສະໜາພະພຸດທະເຈົ້າ ຕາບຕໍ່ເທົ້າ ໕໐໐໐ ວັດສາ ນິບພານະ ປັດຈະໂຍ ໂຫນຕຸ ໂນ ນິດຈັງ ທຸວັງ ປະຣະມັງ ສຸກຂັງ.

On one occasion, the Buddha was dwelling at the Jetavana monastery in Savatthi. Venerable Anada asked the Buddha about the age of each of the preverios Buddhas. The Buddha said that, there are many Buddhas who have passed away that are innumerable. But in the Buddha vamsa (the Buddhas’ family) there are 28 Buddhas including Tanhaṅkara with the age of one hundred thousand years, Medhaṅkara with the age of ninty thousand years, Saranaṅkara with the age of twenty thousand years, Dīpaṅkara with the age of one hundred thousand years, Kondanna with the age of one hundred thousand years, Maṅgala with the age of ninty thousand years, Sumana with the age of ninty thousand years, Revata with the age of sixty thousand years, Sobhita with the age of ninty thousand years, and so on. Colophon: Folio 17 on the recto side: Buddhist Era (BE) 2485, a tao sanga year, on the fourteenth day of the waxing moon of the tenth lunar month, the fourth day of the week (Wednesday), the writing was accomplished at the time of kòng ngai (between 7.30–9.00 o’clock). The initiator, Sao Khampha sponsored the making of this manuscript entitled Lokavachanasut to dedicate to my husband named Xiang Sa who already died to the other world. May the results of this merit move him to a good place. [if he] is already in a good place, may he be better than ever by one hundred and one hundred thousand times, and to support the Teachings of the Buddha to last until the end of 5000 years. May this be a condition for us to reach Nirvana, constantly and certainly, the greatest bliss.

Extent: 1 palm-leaf manuscript containing 19 leaves.

Size and dimensions of original material: Hight 4.2 cm, width 57.2 cm, depth 0.8 cm.

Condition of original material: Good.

Alternative calendar and date: Lao, BE 2485, a tao sanga year

Author(s)/Creator(s): Unidentified.

Scribe(s): Unidentified.

Original institution reference: Manuscript Cabinet No.1.