ຣັດສີສິງ (ຜູກດຽວ)

ໃນສະໄໝໜຶ່ງ ພະພຸດທະເຈົ້າປະທັບຢູ່ວັດເຊຕະວັນ ໄດ້ປາລົບພິກຂຸຕົນໜຶ່ງທີ່ຍັງກ່ຽວຂ້ອງກັບເມຍເກົ່າ. ພະພຸດທະອົງໄດ້ຖາມພະພິກຂຸຕົນນັ້ນວ່າ ທ່ານນີ້ບໍ່ຍິນດີໃນສາສະໜາຂອງເຮົານີ້ຫຼື? ພິກຂຸຕົນນັ້ນກໍ່ຕອບວ່າ ຂ້ານ້ອຍບໍ່ຍິນດີ. ພະພຸດທະເຈົ້າຈຶ່ງຖາມອີກວ່າ ທ່ານຍັງເປັນນັກບວດດັ່ງລື ແມ່ນໃຜໃຫ້ທ່ານບວດດ້ວຍຣາຄະຕັນຫານີ້ຈາ?. ຈາກນັ້ນ ພະພຸດທະເຈົ້າໄດ້ຍົກນິທານເລື່ອໜຶ່ງ ວ່າ ຍັງມີລືສີຕົນໜຶ່ງ ຊື່ວ່າ ລືສີສິງ ເຊິ່ງມີຄວາມເຫຼື້ອມໃສໃນສາສະໜາ ຈຶ່ງເຂົ້າໄປໃນປ່າຫິມມະພານ ຕັ້ງໃຈປະພຶດປະຕິບັດທໍາ ຢ່າງເຄັ່ງຄັດແລະແນວແນ່ ເພື່ອບໍາເພັນຄວາມພຽນແລະສະສົມບຸນບາລະມີ ແຕ່ມາວັນໜຶ່ງ ນາງອະຣໍາມະພູສາ ຊຶ່ງເຄີຍເປັນເມຍເກົ່າຂອງທ່ານລືສີ ໄດ້ເຂົ້າໄປຫາລືສີໃນປ່າ ແລ້ວໃຊ້ມາຍາຍົວະໃຫ້ລືສີຢຸດປະຕິບັດທໍາ ໃນທີ່ສຸດລືສີກໍ່ໃຈແຕກ ຈິດຟຸ້ງຊ່ານ ບໍ່ມີສະມາທິ, ຢຸດການການປະພຶດປະຕິບັດທໍາ ແລະສົມສູ່ກັບນາງ. ຄໍາລົງທ້າຍ: (໑) ລານທີ່ ໑ ໜ້າ ໑: ພ.ສ. ໒໐໕໗ (໒໕໐໗) ຕົວປີກາບສີ່ ໘໒ ຫົນແລ ຫລົບໜ້າຣັດສີສິງ ວັດທາດຫລວງ ສັດທາ ສາທຸແມ່ສຸດສະດາຈັນແລະເຈົ້າກົມສິງແກ້ວ. (໒) ລານທີ່ ໑໖ ໜ້າ ໒: ຣິດຈະນາແລ້ວຍາມກອງງາຍ ເດືອນ ໗ ຂື້ນ ໑໐ ຄໍ່າ ວັນພະຫັດ ຕົວປີກາບສີ່ ມູນລະສັດທາໝາຍມີ ສາທຸແມ່ສຸດດາຈັນແມ່ຂາວປະຈໍາ. (໓) ລານທີ່ ໑໗ ໜ້າ ໑: ສິນວັດທາດຫລວງ ເປັນເຄົ້າກັບພັນທຸຍາດພີ່ນ້ອງອັນເປັນເຊື້ອຊາດຫ້ອງພັນທຸລາກໍ່ຄຶດຫາຍັງຄຸນພະທໍາດວງປະເສີດ ອັນເລີດລໍ້າໃນໂລກໂລກາ ຈຶ່ງຫາມາໄດ້ໂປລັງຍັງໃບລານ ຣິກຂິເປຕິວາ ຈານຂຽນໃຫ້ຍັງທໍາມະເທດສະນາ ໓ ຜູກ ຊື່ວ່າ ຫອຍປັງຄໍາ ແລຣັດສີສິງ ແລະພຸດທະທໍານວຍ ໓ ຜູກນີ້ໄວ້ກັບພະສາສະໜາ ເທົ້າ ໕໐໐໐ ພະວັດສາ. ຂໍກຸສົນສວນນີ້ ຈົ່ງເປັນອຸປະນິດໃສປັດໃຈແກ່ຂ້າພະເຈົ້າໄປໃນອະນາຄົດຕະການໃນເບື້ອງໜ້າ ຕາບຕໍ່ເທົ້າເຂົ້າສູ່ນີຣະພານແດ່ກໍ່ຂ້າເທີ້ນ ສາທຸ ສາທຸ ທຸວັງ ນິດຈັງ ທໍາມະທານັງ ປະຣະມັງ ສຸກຂັງ. (໔) ລານທີ່ ໑໗ ໜ້າ ໒: ຜູ້ຣິດຈະນາໃຫ້ແລ້ວາ ສາທຸພໍ່ສີ ບ້ານໃໝ່ ໄດ້ຂຽນໃຫ້ຜູ້ຂໍ ບຸນນໍາແດ່ ຂໍໃຫ້ຜູ້ຂ້າໄດ້ສ້າງສົມພານໄດ້ດວງຍານອັນປະເສີດ ໃຫ້ໄດ້ເມື່ອເກີດຊັ້ນຟ້າແລະນີຣະພານແດ່ກໍ່ຂ້າເທີ້ນ ສາທຸ ສາທຸ ທໍາມະທານັງ ອະນຸໂມທາມິ. On one occasion, while dwelling at the Jetavana Monastery in Savatthi, the Buddha spoke about a monk who still had a connection with his former wife. The Buddha questioned the monk, “Are you happy with my Teachings? The monk answered that I am not happy with anything of your teachings. Then the Buddha questioned “why you are a monk and who let you become a monk with sexual desire? Thereafter the Buddha told the story of a hermit named Sing (Lion) who was faithful in the Buddha’s teachings. The hermit entered Himmavanta forest with intention in practicing the Dhamma. One day, his old wife named Arammaphusa came to visit him in the forest. She was playing female manners to the hermit. Finally, the hermit was unrestrained and distracted. He lost concentration and stopped practice and made love with her at his hut. Colophons: (1) Folio 1 on the recto side: Buddhist Era (BE) 2507, a kap si year, 82 rounds. Front cover of Ratsising of Vat That Luang. Sathu Mae (Princess) Sutsadachan and her former husband, Chao Kom Singkaeo. (2) Folio 16 on the verso side: The writing [of this manuscript] was accomplished at the at the time of kòng ngai (between 7.30–9.00 o’clock), on the tenth day of the waxing moon of the seventh lunar month, Thursday, in a kap si year. The initiator was Sathu Mae (Princess) Sutsadachan, the permanent nun observing. (3) Folio 17 on the recto side: precepts at Vat That Luang, together with all her relatives and siblings found the palm leaves and sponsored the making of three fascicles of preaching texts including Hòi pangkham, Ratsising, and Phutthathamnuai to support the Teachings of the Buddha to last until the end of 5000 years. May the results of this merit be a condition for me to enter Nibbāna in the future. Amen, amen! Certainly and constantly. The gift of the Dhamma is for the greatest bliss. (4) Folio 17 on the verso side: Sathu (Monk) Si from the village of Mai is the scribe. May I share with much merit. May I obtain sublime knowledge and be reborn in the heaven and enter Nibbāna. Amen, amen! I rejoice with this Dhamma gift. Extent: 1 palm-leaf manuscript containing 18 leaves. Size and dimensions of original material: Hight 4.6 cm, width 50.5 cm, depth 0.8 cm. Condition of original material: Good. Alternative calendar and date: Lao, CS 1257, a hap mot year Author(s)/Creator(s): Unidentified. Scribe(s): Unidentified. Original institution reference: Manuscript Cabinet No.13.