ວິສຸດທິມັກ ມັກຄະຜະລະ (ຜູກ ໖)

ວິສຸດທິມັກ ໝາຍເຖິງ ທາງແຫ່ງວິສຸດທິ ເປັນຄໍາພີທີ່ອະທິບາຍຫຼັກການປະຕິບັດທີ່ນໍາໄປສູ່ມັກຜົນນິບພານ ໂດຍອາໄສຫຼັກສີນ ສະມາທິ ແລະປັນຍາ. ຕົ້ນສະບັບເປັນພາສາບາລີ ພະພຸດທະໂຄສາຈານຊາວອິນເດຍແຕ່ງຂຶ້ນໃນລັງກາ. ເນື້ອໃນຜູກນີ້ກ່າວເຖິງ ວິປັດສະນູປະກິເລດ ໝາຍເຖິງ ອຸປະກິເລດແຫ່ງວິປັດສະນາ, ທໍາມາລົມທີ່ເກີດແກ່ຜູ້ໄດ້ວິປັດສນາອາອນໆ ເຮັດໃຫ້ເຂົ້າໃຈຜິດວ່າ ຕົນບັນລຸມັກຜົນແລ້ວ ເປັນເຫດຂັດຂວາງໃຫ້ບໍ່ກ້າວໜ້າຕໍ່ໄປໃນວິປັດສນາຍານ ມີ ໑໐ ປະການ ໄດ້ແກ່ ໑. ໂອພາດ ຄື ແສງສະຫວ່າງ, ໒. ຍານ ຄື ຄວາມຫຍັ່ງຮູ້, ໓. ປິຕິ ຄື ຄວາມອິ່ມໃຈ, ໔. ປັດສັດທິ ຄື ຄວາມສະງົບເຢັນ, ໕. ສຸກຂະ ຄື ຄວາມສຸກສະບາຍໃຈ, ໖. ອະທິໂມກຄືຄວາມນ້ອມໃຈເຊື່ອ,ສັດທາແກ່ກ້າ,ຄວາມປົງໃຈ, ໗. ປັກຄາຫະ ຄື ຄວາມພຽນທີ່ພໍດີ, ໘. ອຸປັດຖານ ຄື ສະຕິແກ່ກ້າ, ສະຕິຊັດເຈນ, ໙. ອຸເບກຂາ ຄື ຄວາມມີຈິດເປັນກາງ, ໑໐. ນິກັນຕິ ຄື ຄວາມພໍໃຈ, ຕິດໃຈ.. ຄໍາລົງທ້າຍ: ລານທີ ໒໗ ໜ້າ ໑: ຈຸນລະສັງກາດ ໑໒໕໗ ຕົວ ປີຮັບມົດ ເດືອນຈຽງ ອອກໃໝ່ ໑໐ ຄໍ່າ ວັນ ໔ ຣິດຈະນາແລ້ວຍາມກອງງາຍ ໝາຍມີ ເຈົ້າຍັງຂະໝ່ອມ ມະຫາອຸປະຣາຊາກົມພະຣາຊະວັງວໍລະພະຣາຊະນີເວດມະຫາສະຖານມຸງຄຸນ ນະຣາທິປັດຕິ ສີສຸວັນນະຫໍຄໍາຝ່າຍໜ້າ ກັບທັງອັກຄະມະເຫສີຍາເປັນເຄົ້າເປັນເຫງົ້າເຈົ້າມູນລະສັດທາ ຈິ່ງໄດ້ພ້ອມກັນສ້າງໜັງສື ວິສຸດທິມັກຄະຜະລະ ໄວ້ກັບວໍລະພຸດທະສາສະໜາ ຕາບຕໍ່ເທົ້າຖ້ວນ ໕໐໐໐ ພະວັດສາ ຂໍໃຫ້ໄດ້ດັ່ງຄໍາມັກຄໍາປາດຖະໜາ ທຸກເຍື່ອງທຸກປະການ ຂໍພະນີຣະພານເປັນທີ່ແລ້ວກໍ່ຂ້າເທີ້ນ. ນິບພານະ ປັດຈະໂຍ ໂຫຕຸ ເມ.

Visuddhimagga refers to the path of putiry is the scripture that explains the principles of practice that lead to Nirvana based on the principles of the morality, meditation and wisdom. The original was written in Pali by an Indian Buddhist teacher, Buddhagosa in Lanka. The text of this fascicle tells about Vipassanupakilesa: imperfections or defilemants of insight inclide 10 as following: 1. Obhasa: illumination; luminous aura, 2. Nana: knowledge, 3. Piti: rapture; unprecedented joy, 4. Passaddhi: tranquillity, 5. Sukha: bliss; pleasure, 6. Adhimokkha: favor; resolution; determination, 7. Paggaha: exertion; strenuousness, 8. Upatthana: established mindfulness, 9. Upekkha: equanimity, and 10. Nikanta: delight. Colophon: Folio 27 on the recto side: Chunlasangkat (CS) 1257, a hap mot year, the tenth day of the waxing moon of the first lunar month, the fourth day of the week (Wednesday), the writing was accomplished at the time of kòng ngai (between 7.30–9.00 o’clock). The initiators, the royal viceroy of the department of the front royal golden palace and his queen jointly sponsored the making of this manuscript entitled Visutthimakkhaphala (Visuddhimagga) to support the Teachings of the Buddha to last until the end of 5000 years. May all our wishes and desires come true. May we all enter Nibbāna definitely. May this be a condition for me to reach Nibbāna.

Extent: 1 palm-leaf manuscript containing 27 leaves.

Size and dimensions of original material: Hight 4.5 cm, width 57.7 cm, depth 1 cm.

Condition of original material: Good.

Alternative calendar and date: Lao, CS 1257, a hap mot year

Author(s)/Creator(s): Unidentified.

Scribe(s): Unidentified.

Original institution reference: Manuscript Chest No.1.