ວິສຸດທິມັກ ມັກຄະຜະລະ (ຜູກ ໘)

ວິສຸດທິມັກ ໝາຍເຖິງ ທາງແຫ່ງວິສຸດທິ ເປັນຄໍາພີທີ່ອະທິບາຍຫຼັກການປະຕິບັດທີ່ນໍາໄປສູ່ມັກຜົນນິບພານ ໂດຍອາໄສຫຼັກສີນ ສະມາທິ ແລະປັນຍາ. ຕົ້ນສະບັບເປັນພາສາບາລີ ພະພຸດທະໂຄສາຈານຊາວອິນເດຍແຕ່ງຂຶ້ນໃນລັງກາ. ເນື້ອໃນຜູກນີ້ກ່າວເຖິງ ວິປັດສະນາຕາມຫລັກວິສຸດທິ ຄວາມໝົດຈົດ, ຄວາມບໍລິສຸດທີ່ສູງຂຶ້ນໄເປັນຂັ້ນໆ, ທໍາທີ່ຊໍາລະສັດໃຫ້ບໍລິສຸດ ຍັງໄຕສິກຂາໃຫ້ບໍລິບູນເປັນຂັ້ນໆ ໄປໂດຍລໍາດັບຈົນບັນລຸຈຸດໝາຍຄືນິບພານ ມີ ໗ ປະການ ໄດ້ແກ່: ໑. ສີລະວິສຸດທິ ຄື ຄວາມບໍລິສຸດແຫ່ງສີນ, ໒. ຈິດຕະວິສຸດທິ ຄື ຄວາມບໍລິສຸດແຫ່ງຈິດ, ໓. ທິດຖິວິສຸດທິ ຄື ຄວາມບໍລິສຸດແຫ່ງທິດຖິ, ໔. ກັງຂາວິຕະຣະນະວິສຸດທິ ຄື ຄວາມບໍລິສຸດແຫ່ງການຂ້າມພົ້ນຈາກຄວາມສົງໄສ, ໕. ມັກຄາມັກຄະຍານທັດສະນະວິສຸດທິ ຄື ຄວາມບໍລິສຸດແຫ່ງຍານຫຼືປັນຍາທີ່ຮູ້ຖືກຕ້ອງແນ່ນອນແລ້ວວ່າວິທີການໃດເປັນຫົນທາງທີ່ດີແລະຫົນທາງໃດເປັນຫົນທາງທີ່ບໍ່ດີ, ຄໍາລົງທ້າຍ: ລານທີ ໒໖ ໜ້າ ໑: ຈຸນລະສັງກາດ ໑໒໕໗ ຕົວ ປີຮັບມົດ ເດືອນຈຽງ ອອກໃໝ່ ໑໐ ຄໍ່າ ວັນ ໔ ຣິດຈະນາແລ້ວຍາມກອງງາຍ ໝາຍມີ ເຈົ້າຍັງຂະໝ່ອມ ມະຫາອຸປະຣາຊາກົມພະຣາຊະວັງວໍລະພະຣາຊະນີເວດມະຫາສະຖານມຸງຄຸນ ນະຣາທິປັດຕິ ສີສຸວັນນະຫໍຄໍາຝ່າຍໜ້າ ກັບທັງອັກຄະມະເຫສີຍາເປັນເຄົ້າເປັນເຫງົ້າເຈົ້າມູນລະສັດທາ ຈິ່ງໄດ້ພ້ອມກັນສ້າງໜັງສື ວິສຸດທິມັກຄະຜະລະ ໄວ້ກັບວໍລະພຸດທະສາສະໜາ ຕາບຕໍ່ເທົ້າຖ້ວນ ໕໐໐໐ ພະວັດສາ ຂໍໃຫ້ໄດ້ດັ່ງຄໍາມັກຄໍາປາດຖະໜາ ທຸກເຍື່ອງທຸກປະການ ຂໍພະນີຣະພານເປັນທີ່ແລ້ວກໍ່ຂ້າເທີ້ນ. ນິບພານະ ປັດຈະໂຍ ໂຫຕຸ ເມ. ໖. ປະຕິປະທາຍານທັດສະນະວິສຸດທິ ຄື ຄວາມບໍລິສຸດແຫ່ງຍານ ອັນເປັນປັນຍາທີ່ເຂົ້າເຖິງຄວາມຮູ້ສຶກໃນທາງທີ່ຖືກຕ້ອງ ໂດຍມຸ່ງສູ່ພະນິບພານຢ່າງດຽວແລະ ໗. ຍານທັດສະນະວິສຸດທິ ຄື ຄວາມບໍລິສຸດແຫ່ງຍານທີ່ຮູ້ເຫັນພະນິບພານ.

Visuddhimagga refers to the path of putiry is the scripture that explains the principles of practice that lead to Nirvana based on the principles of the morality, meditation and wisdom. The original was written in Pali by an Indian Buddhist teacher, Buddhagosa in Lanka. The text of this fascicle tells about Visuddhi 7: purity, stages of purity, gradual purification as following: 1. Sila-visuddhi: purity of morality, 2. Citta-visuddhi: purity of mind, 3. Dhitth-visuddhi: purity of view, purity of understanding, 4. Kankhavitarani-visuddhi: purity of transcending doubts, 5. Maggamaggananadassan-visuddhi: purity of the knowledge and vision regarding part and not-path, 6. Patipadananadassana-visuddhi: purity of knowledge and vision of the way of progress, 7. Nanadassana-visuddhi: purity of knowledge and vision. Colophon: Folio 26 on the recto side: Chunlasangkat (CS) 1257, a hap mot year, the tenth day of the waxing moon of the first lunar month, the fourth day of the week (Wednesday), the writing was accomplished at the time of kòng ngai (between 7.30–9.00 o’clock). The initiators, the royal viceroy of the department of the front royal golden palace and his queen jointly sponsored the making of this manuscript entitled Visutthimakkhaphala (Visuddhimagga) to support the Teachings of the Buddha to last until the end of 5000 years. May all our wishes and desires come true. May we all enter Nibbāna definitely. May this be a condition for me to reach Nibbāna.

Extent: 1 palm-leaf manuscript containing 28 leaves.

Size and dimensions of original material: Hight 4.6 cm, width 57.7 cm, depth 1 cm.

Condition of original material: Good.

Alternative calendar and date: Lao, CS 1257, a hap mot year

Author(s)/Creator(s): Unidentified.

Scribe(s): Unidentified.

Original institution reference: Manuscript Chest No.1.