ຈັນທະພານິດ (ຜູກຕົ້ນ)

ກ່າວເຖິງຕອນ ຈັນທະພານີດ ສະເຫວີຍຣາຊະສົມບັດເປັນພະຍາ ປົກຄອງມະຫານະຄອນຣາຊະທານີ ພະອົງຊົງປົກຄອງດ້ວຍຫລັກທົດສະພິດຣາຊະທໍາ ເຊິ່ງເປັນຈະຣິຍະວັດ ໑໐ ປະການ ທີ່ພະເຈົ້າແຜນດິນ ຊົງປະພຶດເປັັນຫລັກທໍາ ປະຈໍາພະອົງ ຫຼື ເປັນຄຸນນະທໍາປະຈໍາຕົນຂອງຜູ້ປົກຄອງບ້ານເມືອງ ໃຫ້ມີຄວາມເປັນໄປໂດຍຊອບທໍາແລະກໍ່ໃຫ້ເກີດປະໂຫຍດສຸກແກ່ຣາຊະດອນ ຈຶ່ງເປັນທີ່ເຄົາຮັກຂອງຊາວມະຫານະຄອນເປັນຢ່າງຍິ່ງ ພະອົງຊົງເປັນບຸກຄົນຕົວຢ່າງ ຫຼື ບຸກຄົນຕົ້ນແບບໃຫ້ແກ່ປວງຊົນທັງຫລາຍ ດ້ວຍການໃຫ້ທານ ຮັກສາສິນ ແລະຈະເລີນເມດຕາ ພາວະນາ ເຊິ່ງພະອົງໄດ້ຊົງປົກຄອງເປັນເວລາຍາວນານຈົນເຖິງສະຫວັນນະຄົດ, ຈາກນັ້ນຜູ້ເປັນບຸດກໍໄດ້ຂຶ້ນສະເຫວີຍຣາຊະສົມບັດ ປົກຄອງບ້ານເມືອງແທນພະບິດາ ເພື່ອສືບສາຍວົງຕະກຸນ ຕໍ່ໄປ.

The text mentions about Phaya Chanthaphanit ruled Mahanakhon Rajathani with ten Rajadhamma (virtues for a ruler). He was respected by his people and was the model for the others. He regularly gave gifts, observed the precepts and practiced meditation. After his death, his son was his successor.

Extent: 1 palm-leaf manuscript containing 13 leaves.

Size and dimensions of original material: Hight 5 cm, width 57.5 cm, depth 0.6 cm.

Condition of original material: Fragile.

Author(s)/Creator(s): Unidentified.

Scribe(s): Unidentified.

Original institution reference: Manuscript Chest No.3.