ຈັນທະພານິດ

ກ່າວເຖິງຕອນ ຈັນທະພານີດ ສະເຫວີຍຣາຊະສົມບັດເປັນພະຍາ ປົກຄອງມະຫານະຄອນຣາຊະທານີ ພະອົງຊົງປົກຄອງດ້ວຍຫລັກທົດສະພິດຣາຊະທໍາ ເຊິ່ງເປັນຈະຣິຍະວັດ ໑໐ ປະການ ທີ່ພະເຈົ້າແຜນດິນ ຊົງປະພຶດເປັັນຫລັກທໍາ ປະຈໍາພະອົງ ຫຼື ເປັນຄຸນນະທໍາປະຈໍາຕົນຂອງຜູ້ປົກຄອງບ້ານເມືອງ ໃຫ້ມີຄວາມເປັນໄປໂດຍຊອບທໍາແລະກໍ່ໃຫ້ເກີດປະໂຫຍດສຸກແກ່ຣາຊະດອນ ຈຶ່ງເປັນທີ່ເຄົາຮັກຂອງຊາວມະຫານະຄອນເປັນຢ່າງຍິ່ງ ພະອົງຊົງເປັນບຸກຄົນຕົວຢ່າງ ຫຼື ບຸກຄົນຕົ້ນແບບໃຫ້ແກ່ປວງຊົນທັງຫລາຍ ດ້ວຍການໃຫ້ທານ ຮັກສາສີນ ແລະຈະເລີນເມດຕາ ພາວະນາ ເຊິ່ງພະອົງໄດ້ຊົງປົກຄອງເປັນເວລາຍາວນານຈົນເຖິງສະຫວັນນະຄົດ, ຈາກນັ້ນຜູ້ເປັນບຸດກໍໄດ້ຂຶ້ນສະເຫວີຍຣາຊະສົມບັດ ປົກຄອງບ້ານເມືອງແທນພະບິດາ ເພື່ອສືບສາຍວົງຕະກຸນ ຕໍ່ໄປ. ຄໍາລົງທ້າຍ: ລານທີ ໒໘ ໜ້າ ໑: ຣິດຈະນາແລ້ວຍາມກອງແລງ ພິກຂຸບຸບຜາປັນຍາເປັນຜູ້ຂຽນເນີ.ວັດຄົກປາບແລ.

The text mentions about Phaya Chanthaphanit ruled Mahanakhon Rajathani with ten Rajadhamma (virtues for a ruler). He was respected by his people and was the model for the others. He regularly gave gifts, observed the precepts and practiced meditation. After his death, his son was his successor. Colophon: Folio 28 on the recto side: The writing was accomplished at the time of kòng laeng (between 13.30–15.00 o’clock). Phikkhu Bupphapannya is the scribe. Vat Khokpap temple.

Extent: 1 palm-leaf manuscript containing 28 leaves.

Size and dimensions of original material: Hight 4.3 cm, width 55.5 cm, depth 1.1 cm.

Condition of original material: Fragile.

Author(s)/Creator(s): Unidentified.

Scribe(s): Unidentified.

Original institution reference: Manuscript Cabinet No.1.