ອະຊິຕະກຸມມານເປັນໂອລົດຂອງພະເຈົ້າອະຊາຕະສັດຕູແລະພະນາງການຈະນາເທວີ ເປັນຜູ້ມີຄວາມເຫຼື້ອມໃສໃນພະພຸດທະສາສະໜາ ຈຶ່ງໄດ້ພາບໍລິວານ ໑໐໐໐ ຄົນອອກບວດໃນສໍານັກຂອງພະພຸດທະເຈົ້າໃນກຸງກະບິນລະພັດ. ໃນກາລະຄັ້ງໜຶ່ງ ພະພຸດທະອົງຊົງປະທັບຢູ່ທີ່ນິໂຄທາຣາມ ມະຫາວິຫານ ພະນາງມະຫາປະຊາບໍດີໂຄຕະມີ ມີພະຣາຊະສັດທາຈະຖວາຍຜ້າ ໒ ຜືນແກ່ພະພຸດທະເຈົ້າ ແຕ່ພະພຸດທະອົງບໍ່ຊົງຮັບ ແລະຊົງແນະນໍາໃຫ້ຖວາຍເປັນສັງຄະທານແກ່ພະສົງ ຈະມີອານິສົງຫລາຍກວ່າ ພະນາງກໍເສຍພະໄທເປັນຢ່າງຍິ່ງ ຈຶ່ງນໍາຜ້ານັ້ນໄປຖວາຍໃຫ້ແກ່ພະມະຫາອານົນ, ພະມະຫາໂມກຄັນລານະແລະພະມະຫາສາລີບຸດ ກໍ່ບໍ່ມີທ່ານໃດຮັບ ຈົນໄປເຖິງອົງສຸດທ້າຍຄື ພະອະຊິຕະ ທ່ານຈຶ່ງຮັບໄວ້ ຫຼັງຈາກທີ່ຮັບຜ້າຂອງນາງມະຫາປະຊາບໍດີໂຄຕະມີແລ້ວ ກໍ່ພິຈາລະນາວ່າຜ້າຄູ່ນີ້ບໍ່ສົມຄວນແກ່ຕົນ ຄວນຖວາຍແກ່ພະພຸດທະເຈົ້າ ເພື່ອເປັນພຸດທະບູຊາ ຈຶ່ງນໍາຜ້າຜືນໜຶ່ງໄປປູເທິງເພດານພະຄັນທະກຸຕິຂອງພະພຸດທະເຈົ້າ ແລະອີກຜືນໜຶ່ງແບ່ງເປັນສີ່ທ່ອນ ຜູກເປັນມ່ານຫ້ອຍລົງໃນທີ່ສີ່ມູມແຫ່ງເພດານນັ້ນແລ້ວອະທິຖານວ່າ ຂໍໃຫ້ວັດຖຸທານນີ້ຈົ່ງເປັນປັດໄຈໃຫ້ບັນລຸເປັນພະສໍາມາສໍາໂພທິຍານໃນອະນາຄົດຕະການ ເມື່ອນັ້ນພະພຸດທະອົງຊົງພະຍາກອນວ່າ ທ່ານອະຊິຕະພິກຂຸອົງນີ້ເປັນພະໂພທິສັດ ຈະໄດ້ຕັດສະຮູ້ເປັນພະພຸດທະເຈົ້າ ຊົງພະນາມວ່າ ພະສີອະຣິຍະເມດໄຕໃນອະນາຄົດຕະການ.
Ajita Kumara was the son of King Ajatasatru and Queen Kanchanadevi, who was faithful in Buddhism and brought his 1,000 followers to be ordained as monks in Kapilavatthu. At one time, while the Buddha was residing at the Nigodaram monastery, Queen Maha Pajapati Gotami wished to offer the Buddha a pair of clothes but the Buddha rejected in receiving. The Buddha advised to offer the clothes to the Sangha in order to gain great results. The queen offered the clothes to Ananda Thera, Moggallana Thera and Sariputta but nobody received the clothes. Finally, Venerable Ajita who was seating at the end of the line received the clothes. When Venerable Ajita received the clothes, he thought that it was not suitable for him. So, he put a piece of the clothes on the ceiling of the Buddha’s Gandhakuti. Another piece was divided into four pieces tied as curtains hanging in the four corners of the ceiling. He then prayed that may I become a Buddha in the future. The Buddha prophesied that this monk was a Bodhisatta will attain enlightenment as Metteyya Buddha in the future.
Extent: 1 palm-leaf manuscript containing 23 leaves.
Size and dimensions of original material: Hight 4.2 cm, width 54.7 cm, depth 0.8 cm.
Condition of original material: Good.
Author(s)/Creator(s): Unidentified.
Scribe(s): Unidentified.
Original institution reference: Manuscript Box no. 13.
