ວັດໃໝ່ ສຸວັນນພູມາຣາມ

ໜັງສືຄໍາພີສ່ວນຫຼາຍແມ່ນໜັງສືໃບລານຂຽນດ້ວຍອັກສອນທໍາລາວ, ອັກສອນລ້ານນາ, ພາສາລາວ, ບາລີແລະລ້ານນາ ບັນຈຸເນື້ອໃນຄວາມຮູ້ຫຼາຍດ້ານ ປະກອບດ້ວຍ ກົດໝາຍ, ຄໍາພີພາສາບາລີ, ຊາດົກ, ຕໍານານພະພຸດທະສາສະໜາ, ຕໍານານເມືອງ, ຕໍາລາຢາພື້ນເມືອງ, ໄສຍະສາດ, ທໍາມະທົ່ວໄປ, ນິຍາຍທໍາມະ, ນິທານ, ພື້ນ, ບົດສູດມົນ, ປະເພນີ, ພະສູດ, ພະວິໄນ, ພະອະພິທໍາ, ວັນນະຄະດີ, ອານິສົງ, ອັກສອນສາດ, ໂຫລາສາດ, ໂອວາດຄໍາສອນ. ໜັງສືຄໍາພີເຫຼົ່ານີ້ຖືກສ້າງຖວາຍໄວ້ເປັນສົມບັດຂອງວັດໃໝ່ໂດຍສົມເດັດພະສັງຄະລາດ, ພະມະຫາເຖລະ, ພະບໍລົມມະວົງສານຸວົງ, ຂ້າລາຊະຊັ້ນສູງ, ແລະຊາວພຸດຜູ້ມີສັດທາທົ່ວໄປ ແລະຖືອະນຸລັກຮັກສາໂດຍເຈົ້າອະທິການວັດແລະພະສົງ-ສາມະເນນວັດໃໝ່ ສຸວັນນະພູມາຣາມ ຈົນເປັນມໍລະດົກຕົກທອດມາເຖິງປັດຈຸບັນ. ຄໍາລົງທ້າຍ: (໑) ລານທີ່ ໑໓ ໜ້າ ໑: ຈຸນລະສັງກາດຣາດໄດ້ ພັນ ໒ ຮ້ອຍ ໙໐ ຕົວ (ກົງກັບ ຈສ. ໑໒໙໐) ປີເປີກສີ່ ວັນອາທິດ ເດືອນ ໑໑ ຂຶ້ນຄໍ່າ ໑ ຣິດຈະນາແລ້ວຍາມກອງເດິກ ໝາຍມີ ເຈົ້າຫມ່ອມພໍ່ໝັ້ນ ວັດສົບ ເປັນມູນລະສັດທາ ໄດ້ສ້າງທໍາມະປິດຕະກະ ຜູກນີ້ ໄວ້ກັບສາສະໜາເທົ້າ ໕ ພັນວັກສາ ຂໍໃຫ້ອານິສົງສ່ວນນາບຸນອັນນີ້ ໄປຄໍ້າຊູພໍ່ແມ່ລູກເມຍແຫ່ງຂ້າພະເຈົ້າຜູ້ທີ່ຈຸດຕິໄປຊູ່ບໍລະໂລກພາຍໜ້ານັ້ນແດ່ ກໍຂ້າເທີ້ນ ນິບພາ ນິບພາ ປະຣະມັງ ໂຫຕຸ. (໒) ລານທີ່ ໑໔ ໜ້າ ໑: ຂະນ້ອຍຂຽນກາງຄືນ ຕົກເຫລືອ ຂໍອະນຸຍາດນໍາສາທຸເຈົ້າມ່ອມທັງຫລາຍ ຄະນ້ອຍທ້ອນ ນະມັດສະການໄຫວ້ສົມເດັດພະພຸດທະເຈົ້າມາຢູ່ເກົ້າຂະຫມ່ອມເກສີ ຂໍຈົ່ງໃຫ້ຜູ້ຂ້າເປັນດີຊາດນີ້ ຂໍຈົ່ງໃຫ້ພະເຈົ້າຊີ້ຊ່ອງເຫັນທາງແກ່ຜູ້ຂ້າແດ່ເທີ້ນ. ນິບພານະ ປັດຈະໂຍ ໂຫຕຸ ໂນ ຖ້າຜູ້ໃດຫາກບໍ່ຕົກໜັງສືນີ້ຕາບອດແລ.

The manuscripts are mostly palm leaves written in Tham Lao, Lao, Lanna scripts, in Lao, Lanna and Pali languages contain various kinds of texts including Law, Monolingual Pali, Jataka, Buddhist chronicle, Secular chronicle, Medical treatise, White magic, General Buddhism, Folktale, Prayer, Ritual, Sutta, Vinaya, Abhidhamma, Literature, Anisong (Award), Philology, Astrology, Didactics. These manuscripts were sponsored the making and donated to Vat Mai by Supreme Patriarches, great monks, members of the royal family, high ranking officials and devout Buddhist. They have been preserved by former abbots and monks amd novices of Vat Mai Suvannaphumaram monastery as heritage until to our present days.

Custodial history: The manuscripts in the collection of Vat Mai Suvannaphumaram were being made from late 17th century to late 20th century, were donated to the monastery by their sponsors who were Supreme Patriarch, senior monks, members of the royal family, high-ranking officials, noble men and prominent lived around the monastery and in Luang Prabang town. Later in 1999, the manuscripts were organised and arranged by the project Preservation of Lao Manuscript Programme in collaboration between the Sangha of Luang Prabang and National Library of Laos.

Arrangement: The manuscripts were/are kept in the monastic library of Vat Mai Suvannaphumaram called "Ho Tai Thammayananusone" which was built in 1975 by Supreme Patriarch Somdet Phra Sanghalat Thammayana Maha Thela (1891-1984). This library is regarded as the Manuscripts Preservation Centre of northen provinces since 2002. The manuscripts are tied together in white cotton bags and kept in woodden boxes and cabinets.