ຍະມະກະ ແປວ່າ ທໍາທີ່ເປັນຄູ່ ເປັນຄໍາພີທີ່ ໖ ແຫ່ງພະອະພິທໍາ ເນື້ອໃນເປັນພາສາບາລີ. ທໍາທີ່ເປັນຄູ່ ມີ ໑໐ ປະການ ເອີ້ນວ່າ ມູນລະຍະມະກະ ອັນປະກອບດ້ວຍ: ໑. ມູນລະຍະມະກະຄື ທໍາເປັນຄູ່ ອັນເປັນມູນ, ໒. ຂັນທະຍະມະກະ ຄື ທໍາເປັນຄູ່ຄື ຂັນ ໕ ປະການ, ໓. ອາຍະຕະນະຍະມະກະ ຄື ທໍາເປັນຄູ່ຄື ອາຍະຕະນະ ໑໒ ປະການ, ໔. ທາຕຸຍະມະກະ ຄື ທໍາເປັນຄູ່ຄື ທາດ ໑໘ ປະການ, ໕. ສັຈຈະຍະມະ ຄື ທໍາເປັນຄູ່ຄື ສັດຈະ ໔ ປະການ, ໖. ສັັງຂາຣາຍະມະກະ ຄື ທໍາເປັນຄູ່ ຄື ສັງຂານ ໓ ປະການ, ໗. ອະນຸໄສຍະມະກະ ຄື ທໍາເປັນຄູ່ຄືອະນຸໄສ ໗ ປະການ, ໘. ຈິດຕະຍະມະກະ ຄື ທໍາເປັນຄູ່ຄື ຈິດ ໔ ປະການ, ໙. ທໍາມະຍະມະກະ ຄື ທໍາທັງຫລາຍທີ່ເປັນກຸສົນແລະອະກຸສົນ, ໑໐. ອິນທະຣິຍະມະກະ ຄື ທໍາເປັນຄູ່ຄື ອິນຊີ ໒໒ ປະການ. ຄໍາລົງທ້າຍ: ລານທີ່ ໕໖ ໜ້າ ໑: ໑໙໔໔ ພະພຸດທະສັກກະຣາດພາຍລ່ວງແລ້ວ ໒໔໘໗ ຂ້າພະເຈົ້າໝ່ອມພໍ່ອ່ອນສີ ວັດໃໝ່ ມີໃຈໃສສັດທາສ້າງໜັງສື ຍາມຸກ ຜູກນີ້ໄວ້ເປັນທານໃນພະພຸດທະສາສະໜາ ເພື່ອປະໂຫຍດແລະຄວາມສຸກໃນອະນາຄະຕະການເບື້ອງໜ້າ ຖ້າວ່າ ຂ້າພະເຈົ້າມີຄວາມນຶກຫວັງປະການສິ່ງໃດ ຂໍໃຫ້ສໍາເຣັດດັ່ງມະໂນຣົມ ຄວາມປາດຖະໜາຂອງຂ້າພະເຈົ້າດ້ວຍເທີ້ນ ໄດ້ສ້າງຂຶ້ນໄວ້ໃນອາວາດວັດໃໝ່ ໃຜຢືມໃຫ້ສົ່ງແດ່ເນີ.
Yamaka means the Book on Pairs is the sixth book of the Abhidhamma. The text was written in Pali. The Dhamma in pairs consists of ten items as following: 1. Mūla Yamaka: Pairs on roots 2. Khandha Yamaka: Pairs on the 5 aggregates 3. Āyatana Yamaka: Pairs on the 12 bases 4. Dhātu Yamaka: Pairs on the 18 elements 5. Sacca Yamaka: Pairs on the 4 Truths 6. Saṅkhāra Yamaka: Pairs on the 3 formations 7. Anusaya Yamaka: Pairs on the 7 latent states 8. Citta Yamaka: Pairs on the 4 consciousness 9. Dhamma Yamaka: Pairs on the Dhamma of wholesome and unwholesome 10. Indriya Yamaka: Pairs on the 22 faculties. Colophon: Folio 56 on the recto side: Phaphutthasakkarat (BE) 2487. Mòm Phò Onsi from Vat Mai had the religious faith to sponsor the making of this manuscript [entitled] Nyamuk (Yamaka), to support the Teachings of the Buddha in order to be benefit and happiness for my future. May any wishes of mine come true. This manuscript was inscribed at Vat Mai. Please return this manuscript back for those who borrow it.
Extent: 1 palm-leaf manuscript containing 56 leaves.
Size and dimensions of original material: Hight 4.1 cm, width 56.8 cm, depth 2.2 cm.
Condition of original material: Good.
Alternative calendar and date: Lao, BE 2487, a year
Author(s)/Creator(s): Unidentified.
Scribe(s): Unidentified.
Original institution reference: Manuscript Box no. 4.
