ສອງຫໍສົງ, ສອງຟັງທໍາ, ແລະສອງພະ

ໜັງສືຜູກນີ້ມີສາມເລື່ອງຢູ່ນໍາກັນ ປະກອບດ້ວຍ ສອງຫໍສົງ, ສອງຟັງທໍາ, ແລະສອງໂພ. ສອງຫໍສົງ ໝາຍເຖິງ ອານິສົງທີ່ໄດ້ຮັບຈາກການສ້າງຫໍສົງນໍ້າພະໃຫ້ແກ່ວັດ. ພະພຸດທະເຈົ້າຕັດເທສະໜາເລື່ອງ ອານິສົງທີ່ໄດ້ຮັບຈາກການສ້າງຫໍສົງນໍ້າ ແກ່ພະເຈົ້າປັດເສນທິໂກສົນ ທີ່ວັດເຊຕະວັນ ເມືອງ ສາວັດຖີ. ສອງຟັງທໍາ ໝາຍເຖິງ ອານິສົງທີ່ໄດ້ຮັບຈາກການຟັງເທສະໜາທໍາແລະການບັນຍາຍທໍາ. ພະພຸດທະເຈົ້າຕັດເທສະໜາເລື່ອງ ອານິສົງການຟັງທໍາແກ່ພິກຂຸທັງຫຼາຍ ທີ່ວັດເຊຕະວັນ ເມືອງ ສາວັດຖີ. ສອງໂພ ໝາຍເຖິງ ອານິສົງຈາກການປູກຕົ້ນສີມະຫາໂພ ຫຼືຕົ້ນໂພ ເຊິ່ງເປັນຕົ້ນໄມ້ທີ່ພະໂຄຕະມະເຈົ້າປະທັບນັ່ງໃນການຕັດສະຮູ້. ພະພຸດທະເຈົ້າຕັດເທສະໜາເລື່ອງ ອານິສົງ ການປູກຕົ້ນສີມະຫາໂພ ແກ່ພະເຈົ້າປັດເສນທິໂກສົນ ທີ່ວັດເຊຕະວັນ ເມືອງ ສາວັດຖີ. ຄໍາລົງທ້າຍ: ລານທີ່ ໒໓ ໜ້າ ໑: ສັງກາດໄດ້ ໑໑໙໘ ຕົວ ປີຮວາຍສັນ ເດືອນ ໗ ຂຶ້ນ ໖ ຄໍ່າ ວັນ ໗ ເຈົ້າມຸນລະສັດທາມີພໍ່ຄໍາຕັນ ຜົວເມຍ ກັບທັງບຸດຕະນັດຕາມີໃຈໃສສັດທາເປັນອັນຍິ່ງ ຈິ່ງພ້ອມກັນສ້າງ ສັບພະສອງ ໄວ້ກັບສາສະໜາເທົ້າ ໕ ພັນວັດສາ ຂໍໃຫ້ໄດ້ດັ່ງຄໍາມັກຄໍາປາດຖະໜາ ຊູ່ປະການກໍ່ຂ້າເທີ້ນ ນິບພານະ ປັດຈະໂຍ ໂຫຕຸ.

This manuscript contains three stories including Sòng hòsong, Sòng fangtham, and Sòng pho. Sòng hòsong means the merit gained by making a bath house in the monastery. The Buddha preached a sermon about the merit gained by making a bath house to King Pasenadi at the Jetavana monastery in Savatthi. Sòng fangtham means Sòng fangtham means the merit gained by listening to the preaching of the Dhamma. The Buddha preached a sermon about the merit gained by listening to the preaching of the Dhamma to his disciple at the Jetavana monastery in Savatthi. Sòng pho means the merit gained by planting the Bodhi tree and taking care of it. The Buddha preached a sermon about the merit gained by planting the Bodhi tree to King Pasenadi at the Jetavana monastery in Savatthi. Colophon: Folio 23 on the recto side: Sangkat (CS) 1198, a hwai san year, the sixth day of the waxing moon of the seventh lunar month, the seventh day of the week (Saturday). Phò Khamtan and his wife, together with their children had the most ardent religious faith to sponsor the making of this manuscript [entitled] Sappha sòng, to support the Teachings of the Buddha to last until the end of 5000 years. May our wishes come true. May this be a condition to reach Nibbāna.

Extent: 1 palm-leaf manuscript containing 24 leaves.

Size and dimensions of original material: Hight 4.5 cm, width 55.9 cm, depth 0.8 cm.

Condition of original material: Good.

Alternative calendar and date: Lao, CS 1198 , a hwai san year

Author(s)/Creator(s): Unidentified.

Scribe(s): Unidentified.

Original institution reference: Manuscript Box no. 6.