ໃນສະໄໝໜຶ່ງ ພະຜູ້ມີພະພາກເຈົ້າປະທັບຢູ່ເຂົາຄິດຊະກູດ ເມືອງຣາຊະຄຶ ພ້ອມດ້ວຍພິກຂຸອໍຣະຫັນຕາທັງຫຼາຍ ໑,໒໕໐ ອົງ ຍົກເວັ້ນພະອານົນເຖຣະເຈົ້າຍັງເປັນເສຂິຍະບຸກຄົນ. ໃນຄືນໜຶ່ງ ພະຍາອິນພ້ອມດ້ວຍເທວະດາທັງຫຼາຍສິບໝື່ນຕົນ, ທ້າວຈະຕຸໂລກກະບານທັງສີ່ ພ້ອມດ້ວຍເທວະດາທີ່ຢູ່ສະຫວັນຊັ້ນຈາຕູມມະຫາຣາຊິກາກໍ່ມາ, ມະຫາພົມສະຫະປະຕິພ້ອມດ້ວຍພົມທັງຫຼາຍຫ້າພັນຕົນ ທີ່ຢູ່ຊັ້ນສຸດທາວາດ ກໍ່ມາໄຫວ້ພະພຸດທະເຈົ້າ. ເມື່ອນັ້ນ ພະຍາອິນ ໄດ້ອາລາທະນາພະພຸດທະເຈົ້າໂຜດເທສະໜາ ປັນຍາປາຣະມີ ເພື່ອໃຫ້ເປັນປະໂຫຍດແກ່ກຸນລະບຸດທັງຫຼາຍ. ຈາກນັ້ນ ພະພຸດທະເຈົ້າຈຶ່ງຕັດເທສະໜາເລື່ອງປັນຍາປາລະມີ ໓໐ ທັດແກ່ພະຍາອິນ, ພະຍາພົມ, ທ້າວຈະຕຸໂລກະບານ, ເທວະດາແລະພົມທັງຫຼາຍ. ປັນຍາປາລະມີແຫ່ງພະພຸດທະເຈົ້າທັງຫລາຍທີ່ເປັນແກ່ນສານແລະເປັນທີ່ເພິ່ງແກ່ສັດໂລກ. ບຸກຄະລະຜູ້ໃດໄດ້ຂຽນເອງກໍ່ດີ, ໄດ້ຈ້າງຄົນອື່ນຂຽນໃຫ້ກໍ່ດີ, ໄດ້ຕັ້ງໃຈສະດັບຮັບຟັງກໍ່ດີ, ໄດ້ຮຽນທ່ອງຂຶ້ນໃຈ, ສັງວາດສາທິຍາຍກໍ່ດີ ແລະໄດ້ໄຫວ້ນົບບູຊາເຊິ່ງປັນຍາປາລະມີທໍາ ທຸກເຊົ້າ-ຄໍ່າ ບຸກຄະລະຜູ້ນັ້ນກໍ່ຈະພົ້ນຈາກທຸກທັງມວນ ແລະໄດ້ເຖິງສຸກ ໓ ປະການຄື ສຸກໃນເມືອງຄົນ, ສຸກໃນເມືອງຟ້າແລະສຸກໃນນີລະພານ. ຄໍາລົງທ້າຍ: (໑) ລານທີ່ ໘ ໜ້າ ໒: ປັນຍາປາຣະມີ ໘ ພັນຊັ້ນ ໝົດເທົ່ານີ້ແລ. ໝາຍມີ ຂະໜານມີ ໝື່ນທໍາມະປັນຍາ ເປັນຜູ້ຣິດຈະນາ ຜູ້ຂ້າຂໍສ່ວນບຸນນໍາແດ່ທ້ອນ ຂໍໃຫ້ຜູ້ຂ້າຕັດສະຮູ້ໄຕຍະພີດົກ ທັງ ໓ ປະການ ຂໍໃຫ້ຜູ້ຂ້າມີຜະຫຍາປັນຍາສ້ຽມແຫຼມ ຂໍໃຫ້ໄດ້ດັ່ງຄໍາມັກຄໍາປາຖະໜາແດ່ກໍຂ້າເທີ້ນ. (໒) ລານທີ່ ໙ ໜ້າ ໑: ຈຸນລະສັງກາດຣາ(ຊະ)ໄດ້ ໑໒໕໑ ຕົວປີກັດເປົ້າ ເດືອນ ໗ ແຮມ ໑໐ ຄໍ່າ ມື້ກົດໃຈ້ ວັນ ໑ ຣິດຈະນາແລ້ວຍາມກອງແລງ ໝາຍມີ ເຈົ້າພາ ມີໃຈໃສສັດທາໃນສາສະໜາເປັນອັນຍິ່ງ ຈຶ່ງສ້າງ ປັນຍາປາຣະມີ ໘ ພັນຊັ້ນ ໄວ້ກັບສາສະໜາພະໂຄດົມເຈົ້າ ຕາບຕໍ່ເທົ້າ ໕ ພັນພະວັດສາ. ຕົກທີ່ຮ້າຍຂໍໃຫ້ຍ້າຍໃສ່ທີ່ດີ ຂໍໃຫ້ເຖິງສຸກ ໓ ປະການ ຂໍໃຫ້ໄດ້ດັ່ງຄໍາມັກຄໍາປາຖະໜາສູ່ເຍື່ອງສູ່ປະການແດ່ກໍຂ້າເທີ້ນ ນິບພານະ ປັດຈະໂຍ ໂຫນຕຸ ເມ. ນິບພານັງ ປະຣະມັງ ສຸກຂັງ ທຸວັງ ທຸວັງ ນິດຈັງ ສຸກຂັງ ພະລັງ. ຂໍໃຫ້ກຸສະຣະໂກສົນສ່ວນບຸນອັນນີ້ ໄປຄໍ້າໄປຊູພໍ່ແມ່ພີ່ນ້ອງຊູ່ຜູ້ຊູ່ຄົນ ແມ່ນວ່າຕົກທີ່ຮ້າຍ ຂໍໃຫ້ຍ້າຍໃສ່ທີ່ດີ ແມ່ນວ່າຕົກທີ່ດີ ຂໍໃຫ້ດີຍິ່ງກວ່າເກົ່າ ຮ້ອຍເທົ່າແລະພັນທີ່ ໝື່ນເທົ່າແລະແສນທີ່ ກໍຂ້າເທີ້ນ. ນິບພານັງ ປະຣະມັງ ສຸກຂັງ.
On one occasion, the Buddha was residing at the mount of Gijjhaguta in Rajagaha along with 1250 arahants except Ananda Thera. At the night, Indra along with ten thousand devas, the four heaven kings along with all devas from Catummaharajika and Brahma Sahapati along five thousand brahmas from Sutthavasa Brahma came to pay homage to the Buddha. At the time, Indra invited the Buddha to preach a sermon on Pannyaparami in order to be useful for human beings. The Buddha then delivered a seron depicting the 30 perfections to Indra, Brahma, the four heaven kings, deities and brahmas. The Buddhas’ perfections are the quintessence and refuge for all world beings. Anyone who wrote the text by oneself, asked other to write for, paid attention to listen to the preaching, learnt the text by heart, recited the text, worshipped the scripture of Panyaparami, the one would get benefits to be free from suffering and reach the three states of happiness including world happiness, heavenly happiness and bliss in nibbana. Colophons: (1) Folio 8 on the verso side: Pannya parami 8 phansan is end here. Khanan (ex-monk) Mi Mün Thammapannya is the scribe. May I rejoice with this merit. May my wishes come true. (2) Folio 9 on the recto side: Chunlasangkatrasa (CS) 1251, a kat pao year, the tenth day of the waning moon of the seventh lunar month, a kot chai day, the first day of the week (Sunday), the writing was accomplished at the time of kòng laeng (between 13.30–15.00 o’clock). Chao Pha had the most ardent religious faith to sponsor the making of this manuscript [entitled] Pannya parami paet phan san to support the Teachings of Gotama Buddha to last until the end of 5000 years. Even if [I will be] stuck in a place of suffering, please let [me] move to a good place. May the wishes and desires of mine come true. May this be a condition for me to reach Nibbāna which is the greatest bliss certainly and constantly. May the results of this merit support my parents and all relatives. Even if they had been stuck in a place of suffering, please let they all move to a good place. Even if they had already been in a good place, may they all be more happier than ever with hundred times, a thousand times, ten thousand times and one hundred thousand times. Nibbāna is the greatest bliss.
Extent: 1 palm-leaf manuscript containing 10 leaves.
Size and dimensions of original material: Hight 5.1 cm, width 59.1 cm, depth 0.5 cm.
Condition of original material: Good.
Alternative calendar and date: Lao, CS 1251, a kat pao year
Author(s)/Creator(s): Unidentified.
Scribe(s): Khanan (ex-monk) Mi Mün Thammapannya.
Original institution reference: Manuscript Box no. 19.
