ໂລກາວະຈະຣະນະສູດ

ໃນສະໄໝໜຶ່ງ ພະຜູ້ມີພະພາກເຈົ້າປະທັບສໍາລານຢູ່ວັດພະເຊຕະວັນ ໃນເມືອງສາວັດຖີ, ພະອານົນທະເຖລະທູນຖາມເລື່ອງອາຍຸໄຂຂອງພະພຸດທະເຈົ້າແຕ່ລະພະອົງທີ່ລ່ວງໄປແລ້ວ. ພະພຸດທະເຈົ້າຕັດວ່າ, ພະພຸດທະເຈົ້າທີ່ລ່ວງໄປແລ້ວມີຫລາຍພະອົງຈົນນັບບໍ່ຖ້ວນ. ແຕ່ໃນພຸດທະວົງນັ້ນມີ ໒໘ ພະອົງ ອັນປະກອບດ້ວຍ: ພະຕັນຫັງກອນພຸດທະເຈົ້າ ມີອາຍຸໄດ້ແສນປີ ຈຶ່ງນິບພານໄປ, ພະເມທັງກອນພຸດທະເຈົ້າ ມີອາຍຸໄດ້ເກົ້າໝື່ນປີ ຈຶ່ງນິບພານໄປ, ພະສະຣະນັງກອນພຸດທະເຈົ້າ ມີອາຍຸໄດ້ ໒ ໝື່ນປີ ຈຶ່ງນິບພານໄປ, ພະທິປັງກອນພຸດທະເຈົ້າ ມີອາຍຸໄດ້ແສນປີ ຈຶ່ງນິບພານໄປ, ພະໂກນດັນຍະພຸດທະເຈົ້າ ມີອາຍຸໄດ້ແສນປີ ຈຶ່ງນິບພານໄປ, ພະມັງຄະລະພຸດທະເຈົ້າ ມີອາຍຸໄດ້ ໙ ໝື່ນປີ ຈຶ່ງນິບພານໄປ, ພະສຸມະໂນພຸດທະເຈົ້າ ມີອາຍຸໄດ້ ໙ ໝື່ນປີ ຈຶ່ງນິບພານໄປ, ພະເຣວະຕະພຸດທະເຈົ້າ ມີອາຍຸໄດ້ຫົກໝື່ນປີ ຈຶ່ງນິບພານໄປ, ພະໂສພິໂຕພຸດທະເຈົ້າ ມີອາຍຸໄດ້ ໙ ໝື່ນປີ ຈຶ່ງນິບພານໄປ ແລະອື່ນໆ. ຄໍາລົງທ້າຍ: ລານທີ ໑໘ ໜ້າ ໑: ສັງກາດຣາຊະໄດ້ ໑໒໕໓ ຕົວ ປີຮ້ວງເໝົ້າ ເດືອນ ໑ ຂຶ້ນ ໒ ຄໍ່າ ວັນ ໖ ມື້ກາໃສ້ ລິດຈະນາແລ້ວຍາມກອງງາຍ ມູນລະສັດທາ ໝາຍມີ ສາທຸບົວສີ ກັບທັງບຸດຕະນັດຕາພັນທຸວົງສາສູ່ຄົນມີໃຈໃສສັດທາເປັນອັນຍິ່ງ ຈິ່ງໄດ້ສ້າງ ໂລກາວະຈະຣະນະສູດ ໄວ້ກັບສາສະໜາ ຂໍໃຫ້ໄດ້ດັ່ງຄໍາມັກຄໍາປາດຖະໜາແດ່ກໍ່ຂ້າເທີ້ນ ສາທຸ ສາທຸ ນິບພານັງ ປະຣະມັງ ສຸກຂັງ.

On one occasion, the Buddha was dwelling at the Jetavana monastery in Savatthi. Venerable Anada asked the Buddha about the age of each of the preverios Buddhas. The Buddha said that, there are many Buddhas who have passed away that are innumerable. But in the Buddha vamsa (the Buddhas’ family) there are 28 Buddhas including Tanhaṅkara with the age of one hundred thousand years, Medhaṅkara with the age of ninty thousand years, Saranaṅkara with the age of twenty thousand years, Dīpaṅkara with the age of one hundred thousand years, Kondanna with the age of one hundred thousand years, Maṅgala with the age of ninty thousand years, Sumana with the age of ninty thousand years, Revata with the age of sixty thousand years, Sobhita with the age of ninty thousand years, and so on. Colophon: Folio 18 on the recto side: Sangkatrasa (CS) 1253, a huang mao year, on the second day of the waxing moon of the first lunar month, the sixth day of the week (Friday), a ka sai day, the writing was accomplished at the time of kòng ngai (between 7.30–9.00 o’clock). Sathu (Princess) Buasi together with all children and grandchildren had the ardent religious faith to sponsor the making of this manuscript entitled Lokavacharasut, to support the Teachings of the Buddha. May my wishes and desires come true. Sadhu, sadhu. Nibbāna paranaṃ sukhaṃ (Nibbāna is greatest bliss).

Extent: 1 palm-leaf manuscript containing 20 leaves.

Size and dimensions of original material: Hight 4.9 cm, width 58 cm, depth 0.8 cm.

Condition of original material: Good.

Alternative calendar and date: Lao, CS 1253, a huang mao year

Author(s)/Creator(s): Unidentified.

Scribe(s): Unidentified.

Original institution reference: Manuscript Cabinet No.1.