ພະຍະມະກະ (ຜູກ 6)

ຍະມະກະ (ຄູ່) ເປັນຄໍາພີທີ່ ໖ ແຫ່ງພະອະພິທໍາ ເນື້ອຄວາມບາງສ່ວນເປັນບົດພາສາບາລີແລະບາງສ່ວນແປເປັນພາສາລາວ ເປັນການຍົກຫົວຂໍ້ທໍາຂຶ້ນວິນິດໄສດ້ວຍວິທີຖາມຕອບ ໂດຍຕັ້ງຄໍາຖາມຍ້ອນກັນເປັນຄູ່ໆ. ທໍາທີ່ເປັນຄູ່ ມີ ໑໐ ປະການ ເອີ້ນວ່າ ມູນລະຍະມະກະ ອັນປະກອບດ້ວຍ: ໑. ມູນລະຍະມະກະຄື ທໍາເປັນຄູ່ ອັນເປັນມູນ, ໒. ຂັນທະຍະມະກະ ຄື ທໍາເປັນຄູ່ຄື ຂັນ ໕ ປະການ, ໓. ອາຍະຕະນະຍະມະກະ ຄື ທໍາເປັນຄູ່ຄື ອາຍະຕະນະ ໑໒ ປະການ, ໔. ທາຕຸຍະມະກະ ຄື ທໍາເປັນຄູ່ຄື ທາດ ໑໘ ປະການ, ໕. ສັຈຈະຍະມະ ຄື ທໍາເປັນຄູ່ຄື ສັດຈະ ໔ ປະການ, ໖. ສັັງຂາຣາຍະມະກະ ຄື ທໍາເປັນຄູ່ ຄື ສັງຂານ ໓ ປະການ, ໗. ອະນຸໄສຍະມະກະ ຄື ທໍາເປັນຄູ່ຄືອະນຸໄສ ໗ ປະການ, ໘. ຈິດຕະຍະມະກະ ຄື ທໍາເປັນຄູ່ຄື ຈິດ ໔ ປະການ, ໙. ທໍາມະຍະມະກະ ຄື ທໍາທັງຫລາຍທີ່ເປັນກຸສົນແລະອະກຸສົນ, ໑໐. ອິນທະຣິຍະມະກະ ຄື ທໍາເປັນຄູ່ຄື ອິນຊີ ໒໒ ປະການ. ຄໍາລົງທ້າຍ: ລານທີ ໒໖ ໜ້າ ໑: ຈຸນລະສັງກາດຣາຊະໄດ້ ໑໒໗໔ ຕົວ ປີເຕົ່າໃຈ້ ເດືອນ ຍີ່ ແຮມ ໒ ຄໍ່າ ພໍ່າວ່າໄດ້ ວັນ ໒ ຣິດຈະນາແລ້ວຍາມກອງງາຍ ໝາຍມີ ແມ່ຄໍາບຸດ ບ້ານຫົວໂພນ ກັບທັງພັນທຸວົງສາ ພໍ່ແມ່ພີ່ນ້ອງຊູ່ຄົນ ຈິ່ງມີໃຈເຫລື້ອມໃສສັດທາເປັນອັນຍິ່ງ ຈິ່ງໄດ້ສ້າງລໍາ ພະຍະມະກະ ຜູກ ໖ ໄວ້ວໍຣະພຸດທະສາສະໜາ ພະໂຄຕະມະເຈົ້າ ຕາບຕໍ່ເທົ້າ ໕ ພັນພະວັດສາ ສາທຸ ສຸດທິນັງ ວັດຕະເມທານັງ ນິບພານັງ ປາຣະມັງ ສຸກຂັງ.

Yamaka (Book on Pairs) is the sixth book of the Abhidhamma. Some of the content is written in Pali and some in Lao tells about the raising of the topics of the Dhamma to diagnose by asking and answering questions in pairs. The Dhamma in pairs consists of ten items as following: 1. Mūla Yamaka: Pairs on roots 2. Khandha Yamaka: Pairs on the 5 aggregates 3. Āyatana Yamaka: Pairs on the 12 bases 4. Dhātu Yamaka: Pairs on the 18 elements 5. Sacca Yamaka: Pairs on the 4 Truths 6. Saṅkhāra Yamaka: Pairs on the 3 formations 7. Anusaya Yamaka: Pairs on the 7 latent states 8. Citta Yamaka: Pairs on the 4 consciousness 9. Dhamma Yamaka: Pairs on the Dhamma of wholesome and unwholesome 10. Indriya Yamaka: Pairs on the 22 faculties. Colophon: Folio 26 on the recto side: In Chunlasangkatrasa (CS) 1274, a tao chai year, on the second day of the waning moon of the second lunar month, the second day of the week (Monday), the writing was accomplished at the time of kòng ngai (between 7.30–9.00 o’clock). Mae Khambut from Hua Phon village together with all her relatives, parent and siblings had the most ardent religious faith to sponsor the making of this manuscript [entitled] Phayamaka (Yamaka), fascicle 6, to support the Teachings of the Buddha to last until the end of 5000 years. Sadhu, sudinnaṃ vatta me dānaṃ nibbānaṃ paranaṃ sukhaṃ (Amen, may the alms that I have already given be a condition to reach Nibbāna which is the greatest bliss).

Extent: 1 palm-leaf manuscript containing 29 leaves.

Size and dimensions of original material: Hight 4.5 cm, width 56.4 cm, depth 1.1 cm.

Condition of original material: Fragile.

Alternative calendar and date: Lao, CS 1274, a tao chai year

Scribe(s): Unidentified.

Original institution reference: Manuscript Cabinet No.1.