ມາຕິກາ (ພະຍະມະກະ)

ຍະມະກະ (ຄູ່) ເປັນຄໍາພີທີ່ ໖ ແຫ່ງພະອະພິທໍາ ເນື້ອຄວາມທັງໝົດຂຽນເປັນບົດພາສາບາລີ ເປັນການຍົກຫົວຂໍ້ທໍາຂຶ້ນວິນິດໄສດ້ວຍວິທີຖາມຕອບ ໂດຍຕັ້ງຄໍາຖາມຍ້ອນກັນເປັນຄູ່ໆ. ທໍາທີ່ເປັນຄູ່ ມີ ໑໐ ປະການ ເອີ້ນວ່າ ມູນລະຍະມະກະ ອັນປະກອບດ້ວຍ: ໑. ມູນລະຍະມະກະຄື ທໍາເປັນຄູ່ ອັນເປັນມູນ, ໒. ຂັນທະຍະມະກະ ຄື ທໍາເປັນຄູ່ຄື ຂັນ ໕ ປະການ, ໓. ອາຍະຕະນະຍະມະກະ ຄື ທໍາເປັນຄູ່ຄື ອາຍະຕະນະ ໑໒ ປະການ, ໔. ທາຕຸຍະມະກະ ຄື ທໍາເປັນຄູ່ຄື ທາດ ໑໘ ປະການ, ໕. ສັຈຈະຍະມະ ຄື ທໍາເປັນຄູ່ຄື ສັດຈະ ໔ ປະການ, ໖. ສັັງຂາຣາຍະມະກະ ຄື ທໍາເປັນຄູ່ ຄື ສັງຂານ ໓ ປະການ, ໗. ອະນຸໄສຍະມະກະ ຄື ທໍາເປັນຄູ່ຄືອະນຸໄສ ໗ ປະການ, ໘. ຈິດຕະຍະມະກະ ຄື ທໍາເປັນຄູ່ຄື ຈິດ ໔ ປະການ, ໙. ທໍາມະຍະມະກະ ຄື ທໍາທັງຫລາຍທີ່ເປັນກຸສົນແລະອະກຸສົນ, ໑໐. ອິນທະຣິຍະມະກະ ຄື ທໍາເປັນຄູ່ຄື ອິນຊີ ໒໒ ປະການ.

Yamaka (Book on Pairs) is the sixth book of the Abhidhamma. The whole text written in Pali language tells about the raising of the topics of the Dhamma to diagnose by asking and answering questions in pairs. The Dhamma in pairs consists of ten items as following: 1. Mūla Yamaka: Pairs on roots 2. Khandha Yamaka: Pairs on the 5 aggregates 3. Āyatana Yamaka: Pairs on the 12 bases 4. Dhātu Yamaka: Pairs on the 18 elements 5. Sacca Yamaka: Pairs on the 4 Truths 6. Saṅkhāra Yamaka: Pairs on the 3 formations 7. Anusaya Yamaka: Pairs on the 7 latent states 8. Citta Yamaka: Pairs on the 4 consciousness 9. Dhamma Yamaka: Pairs on the Dhamma of wholesome and unwholesome 10. Indriya Yamaka: Pairs on the 22 faculties.

Extent: 1 palm-leaf manuscript containing 38 leaves.

Size and dimensions of original material: Hight 5 cm, width 56.7 cm, depth 1.5 cm.

Condition of original material: Fragile.

Author(s)/Creator(s): Unidentified.

Scribe(s): Unidentified.

Original institution reference: Manuscript Cabinet No.1.