ພານຂຶ້ນສີນ (ຜູກດຽວ)

ຄັນມາເຖິງທີ່ປະທັບຂອງພະພຸດທະເຈົ້າ ນາຍພານເນື້ອກໍຂາບໄຫວ້ພະພຸດທະອົງ ແລະນັ່ງຢູ່ທີ່ອັນຄວນ ແລ້ວຈຶ່ງທູນຖາມບັນຫາຕ່າງໆທີ່ໄດ້ຮັບຝາກມາຖາມ ພະພຸດທະອົງກໍຊົງສະແດງພະທໍາມະເທດສະໜາ ໄຂບັນຫາເລື່ອງຜົນຂອງວິບາກກໍາເຫລົ່ານັ້ນໃຫ້ແກ່ນາຍພານເນື້ອໄດ້ສະດັບຮັບຟັງຢ່າງລະອຽດແລະແຈ່ມແຈ້ງ. ເມື່ອນາຍພານເນື້ອໄດ້ສະດັບຮັບຟັງພະທໍາມະເທດສະໜາຈາກພະພຸດທະອົງກໍເກີດຄວາມເຫຼື້ອມໃສສັດທາເປັນຢ່າງຍິ່ງ ຈຶ່ງໄດ້ໃຫ້ທານ ຮັກສາສີນ ແລະພາວະນາເປັນນິດ. ໃນກາລະຕໍ່ມານາຍພານເນື້ອກໍໄດ້ກັບໄປບອກຂ່າວສານຕ່າງໆໃຫ້ແກ່ຜູ້ທີ່ຝາກຄໍາຖາມມາຖາມບັນຫາກັບພະພຸດທະເຈົ້າ ຈົນກັບໄປເຖິງເມືອງສຸທິນນະຣາດ ນາຍພານເນື້ອກໍໄດ້ເລົ່າຜົນວິບາກກໍາຂອງພະຍາສຸທິນນະຣາດ ເມື່ອນັ້ນພະຍາສຸທິນນະຣາດໄດ້ສະດັບຮັບຟັງກໍເກີດປິຕິຍິນດີເປັນຢ່າງຍິ່ງ ຈຶ່ງໄດ້ອະພິເສກຣາຊະທິດາຂອງຕົນໃຫ້ເປັນອັກຄະມະເຫສີຂອງນາຍພານເນື້ອ ພ້ອມກັບຍົກຕໍາແໜ່ງໃຫ້ເປັນອຸປະຣາດ. ຄໍາລົງທ້າຍ: ລານທີ ໑໓ ໜ້າ ໑: ສັງກາດຣາຊະໄດ້ ຮ້ອຍ ໕໔ (ກົງກັບ ຈ.ສ. ໑໑໕໔) ຕົວ ປີເຕົ່າໃຈ້ ເດືອນ ໑໒ ແຮມ ໑໐ ພໍ່າວ່າໄດ້ ວັນ ໕ ມື້ກົດສັນ ຣິດຈະນາແລ້ວຍາມແຖ່ໃກ້ຄໍ່າ ສົມເດັດພົມມະປັນຍາ ມີປະສາທະສັດທາສ້າງ ສີລະສາຊາດົກ ໄວ້ກັບໂຊຕັກກະສາສະໜາ ພະພຸດທະເຈົ້າ ຕາບຕໍ່ເທົ້າ ໕໐໐໐ ວັດສາ ນິບພານະ ປັດຈະໂຍ ໂຫຕຸ ທຸວັງ ທຸວັງ ໂຫມິ ອະຣິຍະເມດໄຕຍະ ສັນຕິເກ ອະນາຄະເຕ ກາເລ ຂໍໃຫ້ໄດ້ດັ່ງຄໍາມັກຄໍາປາດຖະໜາຊູ່ປະການກໍ່ຂ້າເທີ້ນ. When he reached at the Buddha, the hunter asked his questions the Buddha. Then the Buddha answered all his questions. Later the hunter visited the people who left their questions with him to the Buddha and delivered the answers from the Buddha. King Suthinnarat was satisfied and gave him the position of viceroy and organize a wedding ceremony for him with his daughter. Colophon: Folio 13 on the recto side: Sangkat one hungred and 54 (corresponding with CS 1154), a tao chai year, on the tenth day of the waning moon of the twelfth lunar month, the fifth day of the week (Thursday), a kot san day, the writing was accomplished at the time of thae kai kham (between 15.00–16.30 o’clock). Somdet Phommapannya had the religious faith to sponsor the making of this manuscript [entitled] Silasasadok (Sīlasā Jataka) to support the Teachings of the Buddha to last until the end of 5000 years. Nibbāna paccayo hontu dhuvaṃ dhuvaṃ homi ariyametteya santike anāgate kāle (May this be a condition to reach Nibbāna, certainly and certainly). May I meet Ariya Metteyya Buddha in the future). May my wishes and desires come true. Extent: 1 palm-leaf manuscript containing 13 leaves. Size and dimensions of original material: Hight 4.5 cm, width 59.5 cm, depth 0.6 cm. Condition of original material: Fragile. Alternative calendar and date: Lao, CS 1154, a tao chai year Scribe(s): Unidentified. Original institution reference: Manuscript Cabinet No.1.