ໃນສະໄໝພຸດທະການ ມີເຈົ້າກຸມມານກໍາພ້າສອງພີ່ນ້ອງ ຜູ້ອ້າຍຊື່ວ່າ ສຸກຄະໂຕ ແລະຜູ້ນ້ອງຊື່ວ່າ ສຸກຄະຕະ ຖານັງ ເຊິ່ງສອງພີ່ນ້ອງອາໄສຢູ່ໃນເມືອງສິງຫະຣາດທະບຸຣີ ດ້ວຍຄວາມທຸກໄຮ້ ເຂັນໃຈ ວັນໜຶ່ງຜູ້ເປັນອ້າຍກໍ່ຄິດຢາກຂາຍນ້ອງຊາຍຂອງຕົນໃຫ້ມະຫາເສດຖີ ທັງສອງພີ່ນ້ອງຈຶ່ງໄດ້ປຶກສາກັນ ໂດຍຜູ້ເປັນອ້າຍກ່າວວ່າ ຈະຂາຍນ້ອງຊາຍໃຫ້ກັບມະຫາເສດຖີ ເພື່ອນໍາເງິນມາລົງທືນ ຄ້າຂາຍ ເມື່ອໄດ້ເງິນກໍ່ຈະໄຖນ້ອງຊາຍຄືນ ຜູ້ເປັນນ້ອງກໍ່ໄດ້ຕົກລົງ ຈາກນັ້ນຜູ້ເປັນອ້າຍຈຶ່ງພານ້ອງໄປຂາຍໃຫ້ເສດຖີ ໄດ້ຄ່າຕົວເປັນເງິນ ໑໐,໐໐໐ແລະຄໍາ ໑,໐໐໐ ເມື່ອໄດ້ເງິນ ຜູ້ເປັນອ້າຍຈຶ່ງນໍາເງິນດັ່ງກ່າວໄປແຕ່ງງານກັບລູກສາວເສດຖີອີກຄົນໜຶ່ງ ໂດຍບໍ່ຄໍານຶ່ງເຖິງນ້ອງຊາຍຂອງຕົນທີ່ເປັນຄົນໃຊ້ໃນບ້ານຂອງເສດຖີ. ຄໍາລົງທ້າຍ: ລານທີ ໒໓ ໜ້າ ໑: ສີໆ ສິດທິບົວຣະບາດພະພຸດທະສັງກາດ ໒໔໖໕ ຕົວ ປີກາໃຄ້ ເດືອນ ແປດ (໘) ແຮມ ໑໔ ຄໍ່າ ວັນ ໖ ຣິດຈະນາແລ້ວຍາມກອງແລງໄກ້ສິຄໍ່າມາແລ້ວ ໝາຍມີ.
In the Buddha’s time, there were two orphan brothers named Sukkhato and Sukkhata respectively, living in Singharajaburi city. Cause of poverty, they agreed to sell Sukkhata to a millionaire for 10,000 of silver and 1,000 of gold. In their agreement, Sukkhato would spend the money to do business, collected money and then ransomed Sukkhata from the millionaire. When Sukkhato got the money he did not do as agreed but he spent the money for his wedding with the daughter of other millionaire. Colophon: Folio 23 on the recto side: Si si sitthi buarabat phuttha sangkat (BE) 2465, a ka khai year, on the fourteenth day of the waning moon of the eighth lunar month, the sixth day of the week (Friday), the writing was accomplished at the time of kòng laeng (between 15.00–16.30 o’clock).
Extent: 1 palm-leaf manuscript containing 25 leaves.
Size and dimensions of original material: Hight 5 cm, width 58.6 cm, depth 1 cm.
Condition of original material: Fragile.
Alternative calendar and date: Lao, BE 2465, a ka khai year
Author(s)/Creator(s): Unidentified.
Scribe(s): Unidentified.
Original institution reference: Manuscript Cabinet No.1.
