ສະຕິປັດຖານສູດ (ຜູກປາຍ)

ເນື້ອໃນກ່າວເຖິງ ການພິຈາລະນາຕັນຫາທີ່ເກີດຈາກອາຍະຕະນະພາຍນອກ ຊຶ່່ງມີ ໖ ປະການ ຄື: ໑. ພິຈາລະນາຕັນຫາທີ່ເກີດຈາກຮູບຕ່າງໆ ທີ່ມາກະທົບກັບຕາຂອງເຮົາ, ໒. ພິຈາລະນາຕັນຫາທີ່ເກີດຈາກສຽງຕ່າງໆ ທີ່ມາກະທົບກັບຫູຂອງເຮົາ, ໓. ພິຈາລະນາຕັນຫາທີ່ເກີດຈາກກິ່ນຕ່າງໆ ທີ່ມາກະທົບຈະມູກຂອງເຮົາ, ໔. ພິຈາລະນາຕັນຫາທີ່ເກີດຈາກລົດຕ່າງໆ ທີ່ມາກະທົບລິ້ນຂອງເຮົາ, ໕. ພິຈາລະນາຕັນຫາທີ່ເກີດຈາກສໍາຜັດຕ່າງໆ ທີ່ມາກະທົບຮ່າງກາຍຂອງເຮົາ ແລະ ໖. ພິຈາລະນາຕັນຫາທີ່ເກີດຈາກອາລົມຕ່າງໆ ທີ່ເກີດຂຶ້ນຊຶ່ງມາກະທົບກັບຈິດໃຈຂອງເຮົາ. ຄໍາລົງທ້າຍ: ລານທີ ໓໔ ໜ້າ ໑: ຈຸນລະສັງກາດ ໒໐໗ (ກົງກັບ ຈສ. ໑໒໐໗) ຕົວປີຮັບໃສ້ ເດືອນ ໘ ເພັງ ວັນ ໖ ມື້ກາບສີ ຣິດຈະນາແລ້ວຍາມຕູດຊ້າຍ ໝາຍມີ ມະຫາສົມເດັດ ອັກຄະວໍຣະຣາຊະຄູພູມປັນຍາ ມີມູນລະສັດທາສ້າງ ສະຕິປັດຖານ ໄວ້ກັບສາສະໜາ ຕາບຕໍ່ເທົ້າ ໕໐໐໐ ພັນວັດສາ ນິບພານະ ປັດຈະໂຍ ໂຫນຕຸ ໂນ. ຄໍາລົງທ້າຍ: ລານທີ ໑໒ ໜ້າ ໑: ສັງກາດຣາຊະໄດ້ ໑໒໗໒ ຕົວ ປີກົດເສັດ ເດືອນ ໙ ຂຶ້ນ ໖ ຄໍ່າ ວັນ ໕ ມື້ກັດເປົ້າ ແລ້ວຍາມກອງງາຍ ໝາຍມີ ເຈົ້າພິກຂຸສິດທິປັນຍາ ວັດສັງຄະໂລກ ກັບທັງປິຕາມານດາຈິ່ງມີໃຈໃສສັດທາເປັນອັນຍິ່ງຈິ່ງໄດ້ສ້າງ ສະຕິປັດຖານ ໔ ໄວ້ສືບສາສະໜາ ພະໂຄຕະມະເຈົ້າ ຕາບຕໍ່ເທົ້າ ໕໐໐໐ ພະວັດສາ. ສຸດທິນັງ ວັດຕະ ເມ ທານັງ ນິບພານະ ປັດຈະໂຍ ໂຫນຕຸ ໂນ ຕຸວັງ ນິດຈັງ ນິດຈັງ. ໝາຍມີ ເຈົ້າພິກຂຸ ໂພທິປັນຍາ ວັດບ້ານຄອຍເປັນຜູ້ຣິດຈະນາ. ຂໍໃຫ້ຂ້າພະເຈົ້າໄດ້ເຖິງສຸກ ໓ ປະການຄືພະມະຫາປະຣິນິບພານທ່ຽງແທ້ດີຫລີ ກໍ່ຂ້າເທີ້ນ.

The text tells about the contemplation of passions that caused by the six external sense-fields. 1. Contemplation of passion through the visible objects tourching the eyes. 2. Contemplation of passion through the sound tourching the ears. 3. Contemplation of passion through the smell touching the nose. 4. Contemplation of passion through the taste tourching the tongue. 5. Contemplation of passion through the tangible objects tourching the body. 6. Contemplation of passion through the mind-objects tourching the mind. Colophon: Folio 34 on the recto side: Chunlasangkat 207 (corresponding with CS 1207), a hap sai year, the full moon day of the eighth lunar month, the sixth day of the week (Friday), a kap si day, the writing was accomplished at the time of tut sai (between 12.00–13.30 o’clock). Maha Somdet Akkhavorarasakhu Phumpannya had the religious faith to sponsor the making of these first four manuscripts entitled Satipatthan to support the Teachings of the Buddha to last until the end of 5000 years. May this be a condition for us to reach Nibbāna.

Extent: 1 palm-leaf manuscript containing 35 leaves.

Size and dimensions of original material: Hight 4.5 cm, width 56.5 cm, depth 1.4 cm.

Condition of original material: Good.

Alternative calendar and date: Lao, CS 1207, a hap sai year

Author(s)/Creator(s): Unidentified.

Scribe(s): Unidentified.

Original institution reference: Manuscript Chest No.2.