ເນື້ອໃນວ່າດ້ວຍເລື່ອງ ອະນັນຕະຣິຍະກໍາ (ກໍາໜັກ) ຄື ກໍາທີ່ໜັກທີ່ສຸດຝ່າຍອະກຸສົນໃນທາງພະພຸດທະສາສະໜາ ເຊິ່ງໃຫ້ຜົນຮຸນແຮງຕໍ່ເນື່ອງ ໂດຍບໍ່ມີກໍາອື່ນຈະມາກັ້ນຫຼືຄັ້ນໄດ້ ແບ່ງເປັນ ໕ ຢ່າງຄື: ໑. ມາຕຸຄາດ ຄື ຂ້າມານດາ, ໒. ປິຕຸຄາດ ຄື ຂ້າບິດາ, ໓. ອະຣະຫັນຕະຄາດ ຄື ຂ້າພະອໍລະຫັນ, ໔.ໂລຫິຕຸປະບາດ ຄື ທໍາລາຍພະພຸດທະເຈົ້າຈົນເຮັດໃຫ້ພະໂລຫິດ(ເລືອດ)ອອກ, ໕. ສັງຄະເພດ ຄື ການຍຸຍົງ ເຮັດໃຫ້ສົງແຕກແຍກແລະແຕກສາມັກຄີກັນ. ຄໍາລົງທ້າຍ: ລານທີ ໓໑ ໜ້າ ໑-໒: ສັງກາດຣາຊະໄດ້ ພັນ ໒ ຮ້ອຍ ໘໓ (ກົງກັບ ຈ.ສ. ໑໒໘໓) ຕົວປີຮ້ວງເຮົ້າ ເດືອນ ໕ ຂຶ້ນ ໑໒ ຄໍ່າ ວັນ ໖ ຣິດຈະນາແລ້ວຍາມກອງແລງ ໝາຍມີ ແມ່ອອກ ຊື່ວ່າ ສາວວັນດີ ຜູ້ເປັນແມ່ກັບຈົວພູມີ ຜູ້ເປັນລູກ ຈິ່ງໄດ້ພ້ອມກັນມີໃຈໃສສັດທາເປັນອັນຍິ່ງ ຈິ່ງໄດ້ພ້ອມກັນສ້າງໜັງສື ລໍາມະຫາວິບາກຫລວງ ໄວ້ກັບພະພຸດພະທໍາພະສົງຄະເຈົ້າ ຕາບຕໍ່ເທົ້າ ເຂົ້າສູ່ພະນິບພານແດ່ກໍ່ຂ້າເທີ້ນ. ອັນ ໑ ຂໍຢ່າໄດ້ມີມານມາປະຈົນບັງບຽດ. ອັນ ໑ ຂໍໃຫ້ຜູ້ຂ້າທັງ ໒ ແມ່ລູກນີ້ໄດ້ເຂົ້າສູ່ວຽງແກ້ວອັນກລ່າວແລ້ວຄືວ່າອາມູດຕະມະຫານັກຄອນແລນີພານແດ່ກໍ່ຂ້າເທີ້ນ. ອັນ ໑ ຂໍໃຫ້ຜູ້ຂ້າທັງ ໒ ແມ່ລູກນີ້ມີທີຄາອາຍຸໝັ້ນຍືນຍາວ ຂໍໃຫ້ໄດ້ຮ້ອຍຊາວ ພັນວັດສາ ແດ່ກໍ່ຂ້າເທີ້ນ. ອັນ ໑ ຄັນວ່າ ເຜືອ(ຜູ້)ຂ້າທັງ ໒ ນີ້ຫາກໄດ້ຕົກທີ່ຮ້າຍ ຂໍໃຫ້ຍ້າຍໃສ່ທີ່ດີ. ສີລັງ ທານັງ ແຫ່ງໂມລະສັດທາອັນນີ້ ຂໍໃຫ້ໄປຮັບທັບໄວ້ຍັງປາກອັບ(ອະ)ບາຍຈົ່ງໃຫ້ກາຍເປັນມ້າແກ້ວອາຊະໄນ ຈົ່ງໃຫ້ເປັນປັດໃຈຄືເຂົ້າຫໍ່ຫມາກ ໑ ຕໍ່ນີຣະພານ. ຈົ່ງໃຫ້ເປັນຜະລະຜົນ ໓ ສິ່ງ ອະຕິຕະແກ່ນກ້າດີຫລີ ອະຕິຕະເປັນຫລາຍເພົາພະວັງກັບປັດຈະນະເລົາຫລາຍທີ່ ລາຊະມະໂນຣີເກີດແລ້ວ ຄາມະຈະລາແກ້ວຈົ່ງໃຫ້ເກີດມາຕາມ ຈົ່ງໃຫ້ເປັນມະຫາອຸດຕະມະທານອັນລໍ້າຍິ່ງ ຈິ່ງໃຫ້ຜູ້ຂ້າທັງ ໒ ແມ່ລູກນີ້ ໄດ້ເຖິງສຸກສູ່ສິ່ງສູ່ປະການກໍ່ຂ້າເທີ້ນ. ສຸດທິນັງ ວັດຕະ ເມ ທານັງ ນິບພານັງ ປາຣະມັງ ສຸກຂັງ ທຸກຂັງ ອະນິດຈັງ ອະນັດຕາ. ຈົວມີເປັນຜູ້ຣິດຈະນາເນີເຈົ້າໝ່ອມ ອ້າຍຈົວ ທັງຫລາຍເຮີຍ ໃຫ້ຄ່ອຍພິຈາລະນາເອົາທ້ອນ. ຕົວບໍ່ດີບໍ່ງາມທໍ່ໃດແລ້ວ ຂ້ອຍກໍ່ຫາອິຮຽນຂຽນໃໝ່ ບໍ່ໄດ້ບິບນົມສາວຈັກເທື່ອ ມືຂ້ອຍກໍ່ກະດ້າງເຕັມທີແລ້ວ. ມີຢູ່ ໕ ຜູກນໍາກັນເນີ້.
The text tells about the five types of Anantariya-kamma (immediacy-deeds) are the heaviest karma in Buddhism, which continued to have severe consequences without any other karma to block or separate. They are five as following: 1.Mātughāta: Matricide. 2.Pitughāta: Patricide. 3.Arahantaghāta: Killing an Arahant. 4.Lohituppāda: Causing a Buddha to bleed. 5.Saṅghabheda: Causing schism in the Sangha. Colophon: Folio 31 on the recto and verso sides: Sangkatrasa one thousand 2 hundred and 83 (corresponding with CS 1283), a huang hao year, the twelfth day of the waxing moon of the fifth lunar month, the sixth day of the week (Friday), the writing was accomplished at the time of kòng laeng (between 13.30–15.00 o’clock). The lay mother named Sao Vandi who was the mother and her son named Novice Phumi jointly had the ardent religious faith to sponsor the making of this manuscript entitled Lam Maha Vibak Luang to support the Buddha, the Dhamma and the Sangha to last until entering Nibbāna. On the other hand, may not have the mara (destroyer) to harm us. Moreover, may two of us, mother and son enter the crystal city that is Nibbāna. Besides, may two of us, mother and son have longevity for 120 years. Incidentally, even if two of us have been stuck in a misery place, move us to a good place. May the results of the precepts, the gift and sponsor of this manuscript to block the door of hell for us and become the thoroughbred horse and be a condition that is a bridge for Nibbāna. May this be three results as the greatest gift to support two of us, mother and son achieving all happiness definitely. May the gift of mine be for Nibbāna which is the greatest bliss. Suffering, impermanent and non-self. Novice Mi is the scribe. Dear monks and novices please consider. My handwriting is beautiful. I just practiced the writing. Never touched the beasts of a girl, therefore, my hands are rough. There are 5 fascicles kept together.
Extent: 1 palm-leaf manuscript containing 32 leaves.
Size and dimensions of original material: Hight 5.1 cm, width 59.5 cm, depth 1.4 cm.
Condition of original material: Good.
Alternative calendar and date: Lao, CS 1283, a huang hao year
Author(s)/Creator(s): Unidentified.
Scribe(s): Novice Mi.
Original institution reference: Manuscript Chest No.4.
