ວິໄນຍະປັນຫາ (ຜູກ ໔, ມັດ ໒)

ໃນເມືອງກາລິງ ມີໄພແຫ້ງແລ້ງ ຜູ້ຄົນພາກັນອົດນໍ້າ ອົດອາຫານ ກໍ່ເກີດໂລກໄພໄຂເຈັບຕ່າງໆ ປະຊາຊົນເດືອດຮ້ອນ ຈຶ່ງໄປຮຽກຮ້ອງໃຫ້ພະຣາຊາຊ່ວຍເຫຼືອ ພະຣາຊາກໍ່ບໍ່ສາມາດດົນບັນດານໃຫ້ຝົນຕົກລົງມາໄດ້ ພະຣາຊາຈຶ່ງຕັດສັ່ງໃຫ້ພາມ ໘ ຄົນໄປທູນຂໍຊ້າງມຸງຄຸນຂອງພະເຈົ້າສີວິໄຊມາໄວ້ໃນເມືອງກາລິງ ຝົນຄົງຈະຕົກແນ່ນອນ ບໍ່ແຫ້ງແລ້ງແລະຈະອຸດົມສົມບູນ ຄັ້ນເມື່ອພາມທັງ ໘ ຄົນໄປທູນຂໍແລ້ວ ພະເຈົ້າສີວິໄຊ ກໍ່ພະຣາຊະທານຊ້າງມຸງຄຸນນັ້ນໃຫ້ແກ່ພາມໄປ ພາມທັງຫລາຍກໍ່ນໍາຊ້າງເຜືອກໂຕນັ້ນກັບຄືນສູ່ເມືອງກາລິງ ທັນໃດນັ້ນປະຊົນພາກັນໂກດແຄ້ນພະຣາຊາທີ່ພະຣາຊະທານຊ້າງມຸງຄຸນ ຊຶ່ງເປັນຊ້າງຄູ່ບ້ານຄູ່ເມືອງໄປ ຈຶ່ງພາກັນຊຸມນຸມຮ້ອງຮຽນຕໍ່ພະຍາອາທິດຈະວົງສາ ໃຫ້ເນລະເທດພະເຈົ້າສີວິໄຊ ໃຫ້ອອກຈາກເມືອງ. ຄໍາລົງທ້າຍ: ລານທີ ໒໕ ໜ້າ ໑: ຈຸນລະສັງກາດຣາຊະໄດ້ ໑໒໖໐ ຕົວ ປີເປິກເສັດ ເດືອນ ໗ ຂຶ້ນ ໙ ຄໍ່າ ວັນ ໒ ຣິດຈະນາແລ້ວຍາມແຖ່ໃກ້ທ່ຽງວັນ ໝາຍມີ ອົງສົມເດັດພະບໍຣົມມະບຸພິດຕະອິສະລະຣະພິນິໄສໃນອຸດຕະມະຣະວົງຂົງສີສັດຕະນັກຄະນະຫຸດ ອຸດຕະມະຣັດຕະນະບຸຣີຣົມມະພົມຈັກກະພັດຕິ ສີລ້ານຊ້າງຮົ່ມຂາວ ເປັນເຄົ້າມູນລະສັດທາກັບທັງພະໂອຣົດສາ ພະຣາຊະບຸດຕາຣາຊະບຸດຕີ ພະຣາຊະນັດຕາຣາຊະນັດຕິ ຈຶ່ງມີພະຣາຊະອາຊາໄສໃນສາສະໜາ ພະໂຄຕະມະເຈົ້າ ຈຶ່ງໄດ້ສ້າງລໍາ ໄຊຍະປັນຫາ ໄວ້ ຂໍໃຫ້ໄດ້ດັ່ງຄໍາມັກຄໍາປາດຖະໜາ ນິບພານະ ປັດຈະໂຍ ໂຫນຕຸ ໂນ ນິດຈັງ ປະຣະມັງ ສຸກຂັງ.

When Kalinga city had drought, the people were lacking water and food. They asked the king for help but the king could not make rain for them. The king sent eight brahmins to Videharat city to ask for the auspicious white elephant from King Sivijaya. When the elephant went away from Videharat city, the people got angry and banished Prince Sivijaya from the city. Colophon: Folio 25 on the recto side: Chunlasangkatrasa 1260, a poek set year, on the ninth day of the waxing moon of the seventh lunar month, the second day of the week (Monday), the writing was accomplished at time of thae kai thiang van (between 9.00–10.30 o’clock). The initiator, royal king of the kingdom of Lan Xang and all his royal sons, daughters and grand sons and grand daughters had the ardent religious faith in Gotama Buddha’s Teachings to sponsor the making of this manuscript entitled Saiyapanha (Jayapañhā). May our wishes and desires come true. Nibbāna paccayo hontu no niccaṃ paramaṃ sukhaṃ (May this be a condition for us to reach Nibbāna, constantly the greatest bliss).

Extent: 1 palm-leaf manuscript containing 26 leaves.

Size and dimensions of original material: Hight 4.6 cm, width 58.5 cm, depth 1 cm.

Condition of original material: Damagaed.

Alternative calendar and date: Lao, CS 1260, a poek set year

Author(s)/Creator(s): Unidentified.

Scribe(s): Unidentified.

Original institution reference: Shelf 3.