ກ່າວເຖິງ ຈະຣິດຫຼືອຸປະນິໄສຂອງຄົນ ໖ ປະການຄື: ໑. ຣາຄະຈະລິດ ຄື ການປະພຶດໄປຕາມຣາຄະ ອາລົມ ຮັກສວຍ ຮັກງາມ ມີກິລິຍາທ່າທາງລະມຸນລະໄມແລະນິ່ມນວນ. ໒. ໂທສະຈະລິດ ຄື ການປະພຶດໄປຕາມໂທສະ ໃຈຮ້ອນ, ຂີ້ໂມໂຫ, ເວົ້າສຽງດັງ ແລະເປັນຄົນບູຊາຄວາມໂກດເປັນຂອງວິເສດ. ໓. ໂມຫະຈະລິດ ຄື ການປະພຶດໄປຕາມໂມຫະ ເຫັນແກ່ຕົວ ມັກເອົາປຽບຄົນອື່ນ ມີຄວາມຫລຸ່ມຫລົງໃນຊັບສົມບັດ ແລະມັກສະສົມຊັບສົມບັດ ແຕ່ບໍ່ມັກບໍລິຈາກການກຸສົນ. ໔. ສັດທາ ຈະລິດ ຄື ການປະພຶດໄປຕາມຄວາມເຊື່ອ ແລະກາຍເປັນຄວາມງົມງາຍ ຂາດປັນຍາໃນການພິຈາລະນາ ຈົນເຮັດໃຫ້ຖືກຫລອກລວງ. ໕. ພຸດທະຈະລິດ ຄື ການປະພຶດໄປຕາມຄວາມຖືກຕ້ອງ ມີປັນຍາສະຫຽວສະຫລາດແລະມິີປະຕິພານໄຫວພິບດີ. ໖. ວິຕົກຈະລິດ ຄື ການປະພຶດໄປຕາມຄວາມວິຕົກ ມັກຕັດສິນໃຈບໍ່ເດັດຂາດ ຄິດຫລາຍຫລາຍເກີນໄປ ຈົນເຮັດໃຫ້ຊີວິດການເປັນຢູ່ນັ້ນເສົ້າໝອງ. ຄໍາລົງທ້າຍ: ລານທີ່ ໓໐ ໜ້າ ໑: ສັງກາດ ໑໒໘໒ ຕົວປີກົດສັນ ເດືອນ ໑໒ ຂື້ນ ໔ ຄໍ່າ ວັນ ໗ ມື້ເມິ່ງມົດ ຣິດຈະນາແລ້ວຍາມກອງແລງ ໝາຍມີສົມເດັດຣາຊະຄູອິນທະປັນຍາ ວັດໜອງສະແກ້ວ ໄດ້ມີໃຈໃສສັດທາເປັນອັນຍິ່ງ ຈຶ່ງໄດ້ສ້າງຍັງໜັງສື ມະນະສິກາໂຣ ໄວ້ກັບສາສະໜາພະໂຄດົມເຈົ້າ ຕາບຕໍ່ເທົ້າ ໕໐໐໐ ວັດສາ ຂໍໃຫ້ໄດ້ດັ່ງຄໍາມັກຄໍາປາດຖະໜາ ກໍຂ້າເທີ້ນ ນິບພານະ ປັດຈະໂຍໂຫນຕຸໂນ. ມະນະສິກາໂຣມີ ໔ ຜູກ.
The text tells about Carita, instrinsic nature of a person. There are six types of characteristic behavior: 1. Raga-carita: one of lustful temperament. 2. Dosa-carita: one of hating temperament. 3. Moha-carita: one of deluded temperament. 4. Saddha-carita: one of faithful temperament. 5. Buddhi-carita: one of intelligent temperament. 6. Vitakka-carita: one of speculative temperament. Colophon: Folio 30 on the recto side: Sangkat (CS) 1282, a kot san year, the fourth day of the waxing moon of the twelfth lunar month, the seventh day of the week (Saturday), a moeng mot day, the writing was accomplished at the time of kòng laeng (between 13.30–15.00 o’clock). Somdet Rasakhru Inthapannya from Vat Nongsakeo had the most ardent religious faith to sponsor the making of this manuscript [entitled] Manasikāro, to support the Teachings of Gotama Buddha to last until the end of 5000 years. May my wishes come true. May this be a condition for us to reach Nibbāna which is the greatest bliss certaintly.
Extent: 1 palm-leaf manuscript containing 30 leaves.
Size and dimensions of original material: Hight 5 cm, width 57.4 cm, depth 1.3 cm.
Condition of original material: Good.
Alternative calendar and date: Lao, CS 1282, a kot san year
Author(s)/Creator(s): Unidentified.
Scribe(s): Unidentified.
Original institution reference: Manuscript Box no. 8.
