ເນື້ອໃນ ກ່າວເຖິງ ອາຍຸ ແລະຄວາມເປັນໄປຂອງພະພຸດທະສາສະໜາ. ໃນສະໄໝພຸດທະການ ເມື່ອພະພຸດທະເຈົ້າປະທັບຢູ່ວັດເຊຕະວັນ ໃກ້ເມືອງສາວັດຖີ, ພະສາຣິບຸດແລະເທວະດາ ໄດ້ທູນຖາມພະພຸດທະອົງວ່າ ພະທໍາຄໍາສັ່ງສອນຂອງພະພຸດທະເຈົ້າ ຈະເປັນໄປແນວໃດ? ພະພຸດທະອົງໄດ້ຕັດເທດສະໜາວ່າ ພະທໍາຄໍາສອນຂອງພະຕະຖາຄົດຈະໝົດໄປຈາກຊົມພູທະວີບແລະລັງກາທະວີບພາຍຫຼັງ ໕໐໐໐ ວັດສາ. ເມື່ອສາສະໜາລ່ວງໄປໄດ້ ໕໐໐ ວັດສາ ຈະຫາພິກຂຸນີບໍ່ໄດ້. ເມື່ອສາສະໜາລ່ວງໄປໄດ້ ໑໐໐໐ ວັດສາ ຈະຫາພະອໍຣະຫັນບໍ່ໄດ້. ເມື່ອສາສະໜາລ່ວງໄປໄດ້ ໒໐໐໐ ວັດສາ ຈະຫາຜູ້ທີ່ຈະທ່ອງຂຶ້ນໃຈເອົາຍັງພະໄຕປີດົກບໍ່ໄດ້. ເມື່ອສາສະໜາລ່ວງໄປໄດ້ ໓໐໐໐ ວັດສາ ຈະບໍ່ມີເຈົ້າພິກຂຸມາຊຸມນຸມກັນເພື່ອລົງອຸໂປສົດ. ເມື່ອສາສະໜາລ່ວງໄປໄດ້ ໔໐໐໐ ວັດສາ ບຸກຄົນຜູ້ທີ່ມີຜ້າເຫຼືອງແຜ່ນນ້ອຍພາດບ່າໄປມາກໍ່ຈະຖືກຮຽກວ່າ ພິກຂຸ. ເມື່ອສາສະໜາລ່ວງໄປໄດ້ ໕໐໐໐ ວັດສາ ຈະບໍ່ມີພິກສຸສົງອົງຈະສັ່ງສອນຍັງຄໍາສອນແຫ່ງພະຕະຖາຄົດ.
The text tells about the age and the change of the Teachings of the Buddha. On one occasion while the Buddha was dwelling at the Jetavana monastery in Savatthi. Venerable Sariputta and Devas questioned the Buddha how are his teachings going on? The Buddha gave a sermon and said that his teachings will disappear from Jambudvipa and Lankadvipa after the 5000 years. After 500 year there is no bhikkhuni. After 1000 years, no Arahants. After 2000 years, no one learns the three baskets by heart. After 3000, no assemblies of the monks for the recitation of the Patimokkha. After 4000 years, a person who has a small piece of the yellow robe on his shoulder, he will be called as a monk. After 5000 years, no monks who teach the teachings of the Buddha.
Extent: 1 palm-leaf manuscript containing 29 leaves.
Size and dimensions of original material: Hight 4.5 cm, width 55.7 cm, depth 1.2 cm.
Condition of original material: Good.
Scribe(s): Unidentified.
Original institution reference: Manuscript Cabinet No.1.
