ເນື້ອໃນ ກ່າວເຖິງ ອາຍຸ ແລະຄວາມເປັນໄປຂອງພະພຸດທະສາສະໜາ. ໃນສະໄໝພຸດທະການ ເມື່ອພະພຸດທະເຈົ້າປະທັບຢູ່ວັດເຊຕະວັນ ໃກ້ເມືອງສາວັດຖີ, ພະສາຣິບຸດແລະເທວະດາ ໄດ້ທູນຖາມພະພຸດທະອົງວ່າ ພະທໍາຄໍາສັ່ງສອນຂອງພະພຸດທະເຈົ້າ ຈະເປັນໄປແນວໃດ? ພະພຸດທະອົງໄດ້ຕັດເທດສະໜາວ່າ ພະທໍາຄໍາສອນຂອງເຮົາຈະໝົດໄປໃນຊົມພູທະວີບແລະລັງກາທະວີບພາຍຫຼັງ ໕໐໐໐ ວັດສາ. ເມື່ອສາສະໜາລ່ວງໄປໄດ້ ໕໐໐ ວັດສາ ຈະຫາພິກຂຸນີບໍ່ໄດ້. ເມື່ອສາສະໜາລ່ວງໄປໄດ້ ໑໐໐໐ ວັດສາ ຈະຫາພະອໍຣະຫັນບໍ່ໄດ້. ເມື່ອສາສະໜາລ່ວງໄປໄດ້ ໒໐໐໐ ວັດສາ ຈະຫາຜູ້ທີ່ຈະທ່ອງຂຶ້ນໃຈເອົາຍັງພະໄຕປີດົກບໍ່ໄດ້. ເມື່ອສາສະໜາລ່ວງໄປໄດ້ ໓໐໐໐ ວັດສາ ຈະບໍ່ມີເຈົ້າພິກຂຸມາຊຸມນຸມກັນເພື່ອລົງອຸໂປສົດ. ເມື່ອສາສະໜາລ່ວງໄປໄດ້ ໔໐໐໐ ວັດສາ ບຸກຄົນຜູ້ທີ່ມີຜ້າເຫຼືອງແຜ່ນນ້ອຍພາດບ່າໄປມາກໍ່ຈະຖືກຮຽກວ່າ ພິກຂຸ. ເມື່ອສາສະໜາລ່ວງໄປໄດ້ ໕໐໐໐ ວັດສາ ຈະບໍ່ມີພິກສຸສົງອົງຈະສັ່ງສອນຍັງຄໍາສອນແຫ່ງພະພຸດທະອົງ. ຄໍາລົງທ້າຍ: ລານທີ ໒໕ ໜ້າ ໑: ສີສິດທິມັງຄະລະສັງກາດໄດ້ ໑໒໘໑ ຕົວ ປີກັດມົດ ເດືອນ ໙ ລົງ ໖ ຄໍ່າ ພໍ່າວ່າໄດ້ ວັນ ໑ ມື້ຮ້ວງເປົ້າ ຣິດຈະນາແລ້ວຍາມກອງງາຍ ໝາຍມີ ເຈົ້າພິກຂຸສົມເດັດຈິດຕະປັນຍາ ວັດລ້ອງຄູນເປັນເຄົ້າເຈົ້າກໍ່ຄຶດຄ່ອຍໆຢາກສ້າງສົມພານຈິ່ງຊື້ໂປຕະກາຍັງລານມາໄວ້ໄດ້ຈ້າງທານສ້າງຂຽນນໍາຍັງ ສັງຮອມທາດ ຂໍໃຫ້ບຸນຄໍ້ານໍາຊູຊາດໄວ້ກັບວໍຣະພຸດທະສາສະໜາ ພະພຸດທະເຈົ້າ ຕາບຕໍ່ເທົ້າ ໕ ພັນວັດສາ ໄດ້ປາດຖະໜາເອົາອັນໃດຢ່າຄາດແຄ້ວ ຂໍໃຫ້ໄດ້ເຫັນໜ້າພະຕົນແກ້ວອົງຊື່ວ່າອະຣິຍະເມດໄຕຍະ ອະຫັງ ອະຣະຫັນໂຕ ມັກຄະຍານນັງ ນິບພານັງ ອະນາຄະເຕ ອະຣິຍະເມດໄຕໂຍ ສັນຕິເກ ມະມະ ປາປຸນັນຕິ ດັ່ງນີ້ທ່ຽງແທ້ດີຫລີ ນິດຈັງ ທຸວັງ ປະຣະມັງ ສຸກຂັງ.
The text tells about the age and the change of the Teachings of the Buddha. On one occasion while the Buddha was dwelling at the Jetavana monastery in Savatthi. Venerable Sariputta and Devas questioned the Buddha how are his teachings going on? The Buddha gave a sermon and said that his teachings will disappear from Jambudvipa and Lankadvipa after the 5000 years. After 500 year there is no bhikkhuni. After 1000 years, no Arahants. After 2000 years, no one learns the three baskets by heart. After 3000, no assemblies of the monks for the recitation of the Patimokkha. After 4000 years, a person who has a small piece of the yellow robe on his shoulder, he will be called as a monk. After 5000 years, no monks who teach the teachings of the Buddha. Colophon: Folio 25 on the recto side: Sisitthi Mangkhala Sangkat (CS) 1281, a kat mot year, on the sixth day of the waning moon of the ninth lunar month, the first day of the week (Sunday), a huang pao day, the writing was accomplished at the time of kòng ngai (between 7.30–9.00 o’clock). The initiator, Chao Bhikkhu Somdet Chittapannya from Long Khun temple, who had a wish and an intention to perform prefections and bought the palm leaves and hired the scribe for the making of this manuscript [entitled] Sanghòm That to support the Teachings of the Buddha to last until the end of 5000 years. May the results of this merit support me every existence. May any of my wish not be ignored. May I see the face of the Blessed One named Ariya Metteyyo. Ahaṃ arahanto maggananaṃ nibbānaṃ anāgate ariyametteyyo santike mama pāpunanti, definitely. Niccaṃ dhuvam paramaṃ sukhaṃ.
Extent: 1 palm-leaf manuscript containing 26 leaves.
Size and dimensions of original material: Hight 4.4 cm, width 55.7 cm, depth 1 cm.
Condition of original material: Good.
Alternative calendar and date: Lao, CS 1281, a kat mot year
Scribe(s): Unidentified.
Original institution reference: Manuscript Cabinet No.1.
