ນາຣັດຖະພົມ (ຜູກ ໒)

ພະຍາອັງຄະຕິຣາດໄດ້ສະເດັດໄປຍັງສໍານັກຂອງອາຊີວະກະຜູ້ໜຶ່ງ ຊຶ່ງເປັນຊີເປືອຍ ແລະໄດ້ສົນທະນາທໍາກັນ. ອາຊີວະກະຊີເປືອຍ ໄດ້ສອນລັດທິຂອງຕົນໃຫ້ພະຍາອັງຄະຕິຣາດ ໂດຍກ່າວວ່າ “ບໍ່ມີວິທີປະຕິບັດທີ່ຖືກຫຼືຜິດ ສິ່ງໃດທີ່ພະອົງເຮັດ ບໍ່ວ່າຈະດີຫຼືຊົ່ວ ກໍບໍ່ມີຜົນກັບອະນາຄົດຂອງພະອົງ ເພາະຊີວິດຂອງພະອົງຖືກກໍານົດໄວ້ລ່ວງໜ້າສໍາລັບການເກີດຂອງພະອົງ. ບໍ່ວ່າຊາຍຄົນໜຶ່ງ ຈະແທງຫົວໃຈຂອງສັດຕູດ້ວຍດາບ ຫຼືການໃຫ້ທານ ແມ່ນບໍ່ກ່ຽວຂ້ອງກັບຊີວິດທີ່ເຮົາຄວບຄຸມບໍ່ໄດ້. ສະຫວັນຫລື? ນະຮົກຫຼື? ໄຮ້ສາລະ! ບໍ່ມີໂລກອື່ນນອກເໜືອຈາກນີ້. ສະນັ້ນ ຈົ່ງທໍາຕາມຄວາມປະສົງຂອງພະອົງແລະສະແຫວງຫາຄວາມສຸກຂອງພະອົງເອງ.” ພະອັງຄະຕິຊົງເຊື່ອ ແລະມົວເມົາໃນຄວາມສຸກສໍາລານ. ພະນາງຣຸຈາ ຣາຊະທິດາໄດ້ຊາບວ່າ ພະຣາຊະບິດາມີພຶດຕິກໍາທີ່ປ່ຽນໄປແລະຍັງມີຄວາມເຫັນຜິດອີກ ພະນາງຈຶ່ງໄດ້ສະແຫວງຫາຫົນທາງ ເພື່ອແກ້ໄຂໃຫ້ພະຣາຊະບິດາໄດ້ກັບມາປະພຶດ ເໝືອນເດີມອີກໃຫ້ໄດ້. ຄໍາລົງທ້າຍ: (໑) ລານທີ ໒໖ ໜ້າ ໑-໒: ຈຸນລະສັງກາດຣາຊະໄດ້ ໑໒໖໖ ຕົວ ປີກາບສີ ເດືອນ ໘ ແຮມ ໔ ຄໍ່າ ວັນ ໕ ມື້ຮວາຍສັນ ຍາມກອງງາຍ ໝາຍມີ ມະຫາສັງຄະຊາ ໂພທິປັນຍາ ວັດລ້ອງຄູນເປັນເຄົ້າ ຈິ່ງໄດ້ສະແຫວງຫາຍັງທໍາອັນນີ້ມາໃຫ້ແກ່ເພັຍຫອມສົມບັດຜົວເມຍແລະຣາຊະບຸດຕາບຸດຕີພັນທຸວົງສາພີ່ນ້ອງຊູ່ຄົນໄດ້ສ້າງ ນາຣັດຖະພົມ ມັດນີ້ໄວ້ກັບສາສະໜາ ພະພຸດທະເຈົ້າ ຕາບຕໍ່ເທົ້າ ໕ ພັນວັດສາ ຂໍໃຫ້ບຸນຍາຣາສີອັນນີ້ມາເປັນປັດໄຈອຸບປະນິໄສຄໍ້າຊູຍັງຝູງຂ້າຫລາຍໄປໄຈວ້ໆ ຂໍໃຫ້ຜູ້ຂ້າໄດ້ຈະຕຸປະຕິສໍາພິທາຍານ ໔໓ ສະຣະພີຍານ ໖ ຕິໂສວິຊາ ໓ ອັດຖາວິໂມກຂະທໍາ ໘ ປະການ ອັນມີໃນປັດສິມະພາວິກ ຂໍໃຫ້ຜູ້ຂ້າໄດ້ເຖິງ ອະຣະຫັນຕະ ມັກຄະຍານ ແລະຜະລະຍານໃນສໍານັກກາງຕັກແຫ່ງ ພະພຸດທະເຈົ້າອົງຊື່ວ່າ ເມດໄຕໂຍ ນິດຈັງ ທຸວັງ ທຸວັງ ປະຣະມັງ ສຸກຂັງ ດ້ວຍບາດຄາຖາວ່າ ອິມິນາ ປຸນຍະເຕເຊນະ ອະຣິຍະເມດໄຕໂຍ ປາປຸນາຕິ ມະມະສັນຕິເກ ປັບພະຊັງ ປາປຸນາຕິ ອະນາຄະເຕກາເລ ວິສາຣັດໂທ ຕິກຂະປັນໂຍ ມະຫາເຕໂຊ ມະຫາປັນໂຍ ມະຫິດທິໂກ ມະຫັບພະໂລ ມະຫານຸພາໂວ ຣັດສະສຸກຂັງ ນຸພຸນຊິຕວາ ໄມຫັງ ນະພຸນຊິຕວາ ສາມິຊັນຕຸ ດັ່ງນີ້. (໒) ລານທີ ໒໗ ໜ້າ ໑: ຈຸນລະສັງກາດຣາຊະໄດ້ ໑໒໖໗ ຕົວປີຮັບໃສ້ ເດືອນ ໔ ຂຶ້ນ ຄໍ່າ ໑ ວັນ ໖ ມື້ເປິກເສັດ ຣິດຈະນາແລ້ວຍາມກອງງາຍ ໝາຍມີ ມະຫາສົມເດັດສັງຄະຊາ ໂພທິປັນຍາ ໄດ້ສະເເຫວງຫານໍາມາຍັງທໍາໂຫສົດ ດວງນີ້ຈິ່ງບັງເກີດມີໂສມະນັດສະ ອະສັງຂາຣິກກັນຍານະສໍາປະຍຸດກຸສະລະເຈດຕະນາ ເປັນອັນຍິ່ງຈິ່ງໄດ້ໄປເມດຕາໃຫ້ເພັຍຫອມສົມບັດຜົວເມຍເປັນສັດທາ. ຂ້າພະເຈົ້າໂພທິປັນຍາ ເປັນຜູ້ຣິດຈະນາໃຫ້ແລ້ວບໍຣະບວນສ້າງໄວ້ກັບສາສະໜາ ພະພຸດທະເຈົ້າ ຕາບຕໍ່ເທົ້າ ໕໐໐໐໐ ວັດສາ. ຂໍໃຫ້ຜະລະບຸນທັງຫລາຍຝູງນີ້ຈົ່ງໃຫ້ນໍາມາເປັນປັກກະຕຸອຸບປະນິໄສ ເປັນປັດໄຈຄໍ້າຊູຍັງຝູງຂ້າທັງຫລາຍໄປໄຈວ້ໆ ຕາບຕໍ່ເທົ້າ ເຂົ້າສູ່ນີພານ ກໍ່ຂ້າເທີ້ນ ນິດຈັງ ທຸວັງ ທຸວັງ ປະຣະມັງ ສຸກຂັງ.

King Angati went to the place of a naked ascetic and discussed with him. The naked ascetic taught his own views to the king. The ascetic spoke in this way: “There is no right or wrong way to behave. Whatever you do, whether it be virtuous or evil, has no effect on your future, for your life is arranged in advance of your birth. Whether a man thrusts his sword into his enemy’s heart or whether he gives alms is irrelevant to a life over which we have no control. Hell? Heaven? Nonsense! There is no other world than this. So follow your own will and seek your own pleasure.” The king believed that and intoxicated in pleasures. Princess Ruja knew that her father was changed and also had the wrong view. She tried to find out the way to help him and made him back as before. Colophons: (1) Folio 26 on the recto and verso sides: Chunlasangkat (CS) 1266, a kap si year, on the fourth day of the waning moon of the eighth lunar month, the fifth day of the week (Thursday), a hwai san day, [the writing was accomplished] at the time of kòng ngai (between 7.30–9.00 o’clock). The initiator, Maha Sangkhasa Phothipannya from Vat Long Khun looked for this Dhamma for Phia Homsombat and his wife together with all their children, grandchildren and relatives to sponsor the making of this manuscript [entitled] Suvannasayam (Suvannasam) to support the Teachings of the Buddha to last until the end of 5000 years. May the results of this merit be a condition and support for all of us forever. May we attain patisambhidha 4, chalabhinna 6, vijjha 3, atthavimokkha 8. May I attain arahantship, magganna, phalanana at the presence of the Buddha named Metteyyo niccaṃ dhuvaṃ dhuvaṃ paramaṃ sukhaṃ. With the verse, iminā punna tejena ariya metteyyo, pāpunāti, mamasantike pabbajjhaṃ pāpunati, anāgate kāle visaraddho, tikkhapanno, mahātejo, mahāpanno, mahiddiko, mahabbalo, mahānubāvo, rassasukhaṃ nubhunjitva myhaṃ nabhunjitva samijjhantu. (2) Folio 27 on the recto side: Chunlasangkat (CS) 1267, a hap sai year, on the first day of the waxing moon of the fourth lunar month, the sixth day of the week (Saturday), a poek set day, the writing was accomplished at the time of kòng ngai (between 7.30–9.00 o’clock). Maha Sangkhasa Phothipannya from Vat Long Khun found this Dhamma of Hosot (Mahosot) with the most happiest and asked Phia Homsombat and his wife to sponsor the making. I am Phothipannya is the scribe of this manuscript to support the Teachings of the Buddha to last until the end of 5000 years. May the results of this merit be a condition and support all of us forever to last until entering Nirvana, definitely. Niccaṃ dhuvaṃ dhuvaṃ paramaṃ sukhaṃ (constantly and certainly, the greatest bliss).

Extent: 1 palm-leaf manuscript containing 29 leaves.

Size and dimensions of original material: Hight 4.3 cm, width 57.5 cm, depth 1 cm.

Condition of original material: Good.

Alternative calendar and date: Lao, CS 1266, a kap sai year

Scribe(s): Phothipannya.

Original institution reference: Manuscript Cabinet No.1.