ນາຣັດທະພົມ ເປັນຊາດົກທີ່ ໘ ໃນ ໑໐ ຊາດົກ. ໃນຊາດນີ້ ພະໂພທິສັດເຈົ້າໄດ້ເກີດເປັນທ້າວມະຫາພົມອົງໜຶ່ງ ຊື່ວ່າ ນາຣັດທະຫຼືນາຣະທະ ບໍາເພັນອຸເປກຂາປາຣະມີ ໄດ້ສັ່ງສອນພະຣາຊາໃຫ້ດໍາລົງຢູ່ໃນສໍາມາທິດຖິ. ຄັ້ງໜຶ່ງ ພະພຸດທະເຈົ້າປະທັບຢູ່ສວນອຸທິຍານລັດຖິວັນ ເມືອງຣາຊະຄຶ ໄດ້ເທດສະໜາເລື່ອງອະດີດຕະຊາດຂອງພະພຸດທະອົງໃຫ້ແກ່ພິກທັງຫຼາຍ. ພະຍາອົງໜຶ່ງຕັ້ງຢູ່ໃນທົດສະພິດຣາຊະທໍາ ຊົງພະນາມວ່າ ພະຍາອັງຄະຕິຣາດ ສະເຫວີຍຣາຊະສົມບັດໃນເມືອງມິຖິລາ ໃນແຄວ້ນວິເທຫະ ພະອົງມີພະຣາຊະທິດາພະອົງດຽວ ຊົງພະນາມວ່າ ຣູຈາຣາຊະກຸມມານຣີ ຜູ້ມີຮູບໂສມອັນງົດງາມກວ່າຍິງອື່ນແລະມັ່ນຄົງຢູ່ໃນສີນທໍາ ມີອໍາມາດຜູ້ໃຫຍ່ ໓ ຄົນຊື່ວ່າ ວິໄຊຍະ, ສຸນາມະ ແລະອາຣາຕະ. ເມື່ອເຖິງວັນເພັນ ເດືອນ ໑໒ ໃນຊ່ວງທ້າຍປີ ອັນເປັນລະດູການທີ່ໜ້າເພີດເພີນຈໍາເລີນໃຈ ພະຍາອັງຄະຕິຣາດ ໄດ້ຕັດຖາມຄວາມເຫັນຂອງອໍາມາດທັງ ໓ ວ່າ ວັນນີ້ເປັນວັນດີເຮົາຈະຄວນເຮັດອັນໃດ? ອໍາມາດຜູ້ໜຶ່ງ ຂາບທູນວ່າ ພະອົງຄວນສະເດັດໄປສູ່ສໍານັກຂອງນັກປາດ, ນັກບວດຫຼືເຈົ້າລືສີ ເພື່ອສົນທະນາທໍາ ຈະເປັນການດີ ເມື່ອພະອົງໄດ້ຍິນເຊັ່ນນັ້ນກໍ່ພໍພະໄທ. ຄໍາລົງທ້າຍ: (໑) ລານທີ ໒໗ ໜ້າ ໑-໒: ຈຸນລະສັງກາດຣາຊະໄດ້ ໑໒໖໖ ຕົວ ປີກາບສີ ເດືອນ ໘ ແຮມ ໔ ຄໍ່າ ວັນ ໕ ມື້ຮວາຍສັນ ຍາມກອງງາຍ ໝາຍມີ ມະຫາສັງຄະຊາ ໂພທິປັນຍາ ວັດລ້ອງຄູນເປັນເຄົ້າ ຈິ່ງໄດ້ສະແຫວງຫາຍັງທໍາອັນນີ້ມາໃຫ້ແກ່ເພັຍຫອມສົມບັດຜົວເມຍແລະຣາຊະບຸດຕາບຸດຕີພັນທຸວົງສາພີ່ນ້ອງຊູ່ຄົນໄດ້ສ້າງ ນາຣັດຖະພົມ ມັດນີ້ໄວ້ກັບສາສະໜາ ພະພຸດທະເຈົ້າ ຕາບຕໍ່ເທົ້າ ໕ ພັນວັດສາ ຂໍໃຫ້ບຸນຍາຣາສີອັນນີ້ມາເປັນປັດໄຈອຸບປະນິໄສຄໍ້າຊູຍັງຝູງຂ້າຫລາຍໄປໄຈວ້ໆ ຂໍໃຫ້ຜູ້ຂ້າໄດ້ຈະຕຸປະຕິສໍາພິທາຍານ ໔໓ ສະຣະພີຍານ ໖ ຕິໂສວິຊາ ໓ ອັດຖາວິໂມກຂະທໍາ ໘ ປະການ ອັນມີໃນປັດສິມະພາວິກ ຂໍໃຫ້ຜູ້ຂ້າໄດ້ເຖິງ ອະຣະຫັນຕະ ມັກຄະຍານ ແລະຜະລະຍານໃນສໍານັກກາງຕັກແຫ່ງ ພະພຸດທະເຈົ້າອົງຊື່ວ່າ ເມດໄຕໂຍ ນິດຈັງ ທຸວັງ ທຸວັງ ປະຣະມັງ ສຸກຂັງ ດ້ວຍບາດຄາຖາວ່າ ອິມິນາ ປຸນຍະເຕເຊນະ ອະຣິຍະເມດໄຕໂຍ ປາປຸນາຕິ ມະມະສັນຕິເກ ປັບພະຊັງ ປາປຸນາຕິ ອະນາຄະເຕກາເລ ວິສາຣັດໂທ ຕິກຂະປັນໂຍ ມະຫາເຕໂຊ ມະຫາປັນໂຍ ມະຫິດທິໂກ ມະຫັບພະໂລ ມະຫານຸພາໂວ ຣັດສະສຸກຂັງ ນຸພຸນຊິຕວາ ໄມຫັງ ນະພຸນຊິຕວາ ສາມິຊັນຕຸ ດັ່ງນີ້.
Narada, the great Brahma is the eighth jataka of the ten jatakas. In this life, the Bodhisatta was born as a great Brahma named Narada who taught a king to the right view. At one time, the Buddha was residing at the royal garden Latthivana in Rajagaha delivered a sermon on the story of his previous existence to his disciples. In the city of Mithila of Videha kingdom, there lived King Angati and his only beautiful daughter, Ruja who was steady in morality. The king had three senior advisors named Vijaya, Sunama and Arati. On the full moon day of the twelfth lunar month, the end of the year which was a joyful season, King Angati asked his advisors that “today is a good day what should we do?” One of his advisors advised him to see a pundit, or an ascetic or a hermit in order to seek out his advice on the Dhamma that would be a good behaviour. When the king heard that he appreciated this suggestion. Colophon: Folio 27 on the recto and verso sides: Chunlasangkat (CS) 1266, a kap si year, on the fourth day of the waning moon of the eighth lunar month, the fifth day of the week (Thursday), a hwai san day, [the writing was accomplished] at the time of kòng ngai (between 7.30–9.00 o’clock). The initiator, Maha Sangkhasa Phothipannya from Vat Long Khun looked for this Dhamma for Phia Homsombat and his wife together with all their children, grandchildren and relatives to sponsor the making of this manuscript [entitled] Suvannasayam (Suvannasam) to support the Teachings of the Buddha to last until the end of 5000 years. May the results of this merit be a condition and support for all of us forever. May we attain patisambhidha 4, chalabhinna 6, vijjha 3, atthavimokkha 8. May I attain arahantship, magganna, phalanana at the presence of the Buddha named Metteyyo niccaṃ dhuvaṃ dhuvaṃ paramaṃ sukhaṃ. With the verse, iminā punna tejena ariya metteyyo, pāpunāti, mamasantike pabbajjhaṃ pāpunati, anāgate kāle visaraddho, tikkhapanno, mahātejo, mahāpanno, mahiddiko, mahabbalo, mahānubāvo, rassasukhaṃ nubhunjitva myhaṃ nabhunjitva samijjhantu.
Extent: 1 palm-leaf manuscript containing 29 leaves.
Size and dimensions of original material: Hight 4.3 cm, width 57.5 cm, depth 1 cm.
Condition of original material: Good.
Alternative calendar and date: Lao, CS 1266, a kap si year
Scribe(s): Unidentified.
Original institution reference: Manuscript Cabinet No.1.
