ພະນາງຣຸຈາ ສາມາດລະນຶກຊາດຫົນຫລັງໄດ້ ໑໔ ຊາດ ເພາະຜົນລະບຸນຈາກການທໍາສະມາທິບໍາເພັນພາວະນາໃນອະດິດຕະຊາດ. ເມື່ອຊົງຊາບສາເຫດທີ່ພະຍາອັງຄະຕິຣາດພະຣາຊະບິດາປ່ຽນໄປ, ພະນາງ ຈຶ່ງສະແດງທໍາໃຫ້ພະຣາຊະບິດາຟັງ ເພື່ອໃຫ້ລະຖິ້ມຄວາມເຊື່ອທີ່ເປັນມິດສາທິດຖິ (ຄວາມເຫັນຜິດ) ໂດຍເລົ່າອະດິດຕະຊາດຂອງພະນາງເອງແລະຂອງຜູ້ອື່ນໃຫ້ພະຣາຊະບິດາຟັງ ເພື່ອໃຫ້ເຫັນວ່າ ໂລກໜ້ານັ້ນມີຢູ່ຈິງ, ບຸນແລະບາບ ມີຈິງ. ໃຜກະທໍາກໍາອັນໃດໄວ້ ຍ່ອມໄດ້ຮັບຜົນຂອງກໍານັ້ນ ເຖິງແມ່ນວ່າ ພະນາງຈະພະຍາຍາມອະທິບາຍໃຫ້ພະຣາຊະບິດາຟັງຈົນສຸດຄວາມສາມາດ ແຕ່ກໍ່ບໍ່ສາມາດຈະປ່ຽນພະໄທຂອງພະຣາຊະບິດາໄດ້. ສະນັ້ນ, ພະນາງຈຶ່ງຕັ້ງອະທິຖານວ່າ ຂໍໃຫ້ມີສະມະນະພາມຜູ້ຊົງທໍາມາຊ່ວຍແກ້ໄຂເຫດການນີ້. ຄໍາລົງທ້າຍ: ລານທີ ໒໕ ໜ້າ ໑-໒: ຈຸນລະສັງກາດຣາຊະໄດ້ ໑໒໖໖ ຕົວ ປີກາບສີ ເດືອນ ໘ ແຮມ ໔ ຄໍ່າ ວັນ ໕ ມື້ຮວາຍສັນ ຍາມກອງງາຍ ໝາຍມີ ມະຫາສັງຄະຊາ ໂພທິປັນຍາ ວັດລ້ອງຄູນເປັນເຄົ້າ ຈິ່ງໄດ້ສະແຫວງຫາຍັງທໍາອັນນີ້ມາໃຫ້ແກ່ເພັຍຫອມສົມບັດຜົວເມຍແລະຣາຊະບຸດຕາບຸດຕີພັນທຸວົງສາພີ່ນ້ອງຊູ່ຄົນໄດ້ສ້າງ ນາຣັດຖະພົມ ມັດນີ້ໄວ້ກັບສາສະໜາ ພະພຸດທະເຈົ້າ ຕາບຕໍ່ເທົ້າ ໕ ພັນວັດສາ ຂໍໃຫ້ບຸນຍາຣາສີອັນນີ້ມາເປັນປັດໄຈອຸບປະນິໄສຄໍ້າຊູຍັງຝູງຂ້າຫລາຍໄປໄຈວ້ໆ ຂໍໃຫ້ຜູ້ຂ້າໄດ້ຈະຕຸປະຕິສໍາພິທາຍານ ໔໓ ສະຣະພີຍານ ໖ ຕິໂສວິຊາ ໓ ອັດຖາວິໂມກຂະທໍາ ໘ ປະການ ອັນມີໃນປັດສິມະພາວິກ ຂໍໃຫ້ຜູ້ຂ້າໄດ້ເຖິງ ອະຣະຫັນຕະ ມັກຄະຍານ ແລະຜະລະຍານໃນສໍານັກກາງຕັກແຫ່ງ ພະພຸດທະເຈົ້າອົງຊື່ວ່າ ເມດໄຕໂຍ ນິດຈັງ ທຸວັງ ທຸວັງ ປະຣະມັງ ສຸກຂັງ ດ້ວຍບາດຄາຖາວ່າ ອິມິນາ ປຸນຍະເຕເຊນະ ອະຣິຍະເມດໄຕໂຍ ປາປຸນາຕິ ມະມະສັນຕິເກ ປັບພະຊັງ ປາປຸນາຕິ ອະນາຄະເຕກາເລ ວິສາຣັດໂທ ຕິກຂະປັນໂຍ ມະຫາເຕໂຊ ມະຫາປັນໂຍ ມະຫິດທິໂກ ມະຫັບພະໂລ ມະຫານຸພາໂວ ຣັດສະສຸກຂັງ ນຸພຸນຊິຕວາ ໄມຫັງ ນະພຸນຊິຕວາ ສາມິຊັນຕຸ ດັ່ງນີ້.
Princess Ruca was able to recall her 14 former existences; this is because of her practice of meditation in the past. When she found out the reason why her father King Angatirat changed his mind, she told her father to give up the belief that is false view) by telling him the stories of her own and other peoples’ former existences in order to make him understand that the next world is real, merit and sin are real. Whoever commited any actions will receive the result of that action. Even though she tried her best to explain to her father, but she could not change his will. Therefore, she prayed to a priest or sage for help to solve this problem. Colophon: Folio 25 on the recto and verso sides: Chunlasangkat (CS) 1266, a kap si year, on the fourth day of the waning moon of the eighth lunar month, the fifth day of the week (Thursday), a hwai san day, [the writing was accomplished] at the time of kòng ngai (between 7.30–9.00 o’clock). The initiator, Maha Sangkhasa Phothipannya from Vat Long Khun looked for this Dhamma for Phia Homsombat and his wife together with all their children, grandchildren and relatives to sponsor the making of this manuscript [entitled] Suvannasayam (Suvannasam) to support the Teachings of the Buddha to last until the end of 5000 years. May the results of this merit be a condition and support for all of us forever. May we attain patisambhidha 4, chalabhinna 6, vijjha 3, atthavimokkha 8. May I attain arahantship, magganna, phalanana at the presence of the Buddha named Metteyyo niccaṃ dhuvaṃ dhuvaṃ paramaṃ sukhaṃ. With the verse, iminā punna tejena ariya metteyyo, pāpunāti, mamasantike pabbajjhaṃ pāpunati, anāgate kāle visaraddho, tikkhapanno, mahātejo, mahāpanno, mahiddiko, mahabbalo, mahānubāvo, rassasukhaṃ nubhunjitva myhaṃ nabhunjitva samijjhantu.
Extent: 1 palm-leaf manuscript containing 27 leaves.
Size and dimensions of original material: Hight 4.3 cm, width 57.5 cm, depth 1 cm.
Condition of original material: Good.
Alternative calendar and date: Lao, CS 1266, a kap si year
Scribe(s): Unidentified.
Original institution reference: Manuscript Cabinet No.1.
