ມູນລະຕັນໄຕ (ຜູກ ໔)

ມີເມືອງໜຶ່ງຊື່ວ່າ ມຸນລະຕະມະຫານະຄອນ. ວັນໜ່ຶງ ພະຍາເມືອງນີ້ໃຫ້ປະຊຸມເສນາ ໔ ຈໍາພວກ ອັນໄດ້ແກ່ ອຸປະຣາດ, ນັດປາດ, ປຸໂຣຫິດ ແລະ ພາມຜູ້ສະຫຼາດດ້ວຍໄຫວພິບປະຕິພານ. ພະຍາຈິ່ງກ່າວແກ່ເສນາທັງຫຼາຍວ່າ ບ້ານເມືອງເຮົານີ້ກໍ່ເປັນເມືອງເອກເມືອງໃຫຍ່ກວ່າໝູ່ໃນລະແວກນີ້ ແຕ່ເຮົາຈັກຫາເມືອງທີ່ເປັນມິດເປັນສະຫາຍນັ້ນບໍ່ມີຈັກເມືອງເລີຍ ເຮົາຄວນຈະກະທຳຢ່າງໃດ? ຈາກນັ້ນ ທ່ານປຸໂຣຫິດຜູ້ອາວຸໂສຈິ່ງກ່າວວ່າ ເຮົາຄວນສ້າງສຳພັນທະໄມຕີກັບທ້າວພະຍາທັງຫຼາຍໃນປະເທດຕ່າງໆ ເພື່ອເປັນວົງສາສືບສາຍໄປພາຍໜ້າ, ເຮົາຈັກແຕ່ງບັນຫາໄປໃຫ້ທ້າວພະຍາຕ່າງໆໄດ້ສ່ຽງທວາຍ. ບັນຫານີ້ຄືວ່າເຮົາຈັກເອົາຍິງ ໒ ຄົນ ຜູ້ມີຮູບໂສມອັນງາມລ້ວນຖ້ວນທຸກແຫ່ງເປັນທີ່ສະດຸດຕາແຫ່ງຊາຍທັງຫຼາຍ. ຍິງສອງຄົນນັ້ນ ຜູ້ໜຶ່ງມີລູກໃນທ້ອງເປັນຜູ້ຊາຍ ແລະອີກຜູ້ໜຶ່ງມີລູກໃນທ້ອງເປັນຜູ້ຍິງ ເຮົາຈະສົ່ງໄປໃຫ້ພະຍາເມືອງຕ່າງໆສ່ຽງທວາຍ ຖ້າພະຍາເມືອງໃດຕອບຖືກ ເຮົາກໍ່ຈະໃຫ້ຍິງນັ້ນຢູ່ບຳເລີທ້າວພະຍາເມືອງດັ່ງກ່າວ ແລະເມື່ອຍິງນັ້ນເກີດລູກອອກມາກໍ່ຈະໄດ້ເປັນສາຍສືບເຊື້ອຊາດໄປພາຍໜ້າແລ. ຄໍາລົງທ້າຍ: ລານທີ ໒໕ ໜ້າ ໑: ຈຸນລະສັງກາດຣາຊາໄດ້ ໑໒໔໖ ຕົວ ປີກາບສັນ ເດືອນ ຈຽງ ອອກໃໝ່ຄໍ່າ ນຶ່ງ (໑) ວັນ ໓ ຣິດຈະນາແລ້ວຍາມທ່ຽງເມື່ອຄືນ ມູນລະສັດທາ ໝາຍມີ ທິດເຫງົ້າ ບ້ານຂຸມດິນກັບທັງນາງພະຣິຍາບຸດຕະນັດຕາ ພັນທຸວົງສາ ຍາດຕິກາ ພີ່ນ້ອງ ພວກພ້ອງຊູ່ຄົນ ມີໃຈເຫລື້ອມໃສສັດທາເປັນອັນຍິ່ງ ຈິ່ງໄດ້ພ້ອມກັນສ້າງ ມູນລະຕັນໄຕຍະ ລໍານີ້ ໄວ້ກັບສາສະໜາພະໂຄຕະມະເຈົ້າ ຕາບຕໍ່ເທົ້າ ໕໐໐໐ ພະວັດສາ ຂໍໃຫ້ໄດ້ດັ່ງຄວາມມັກຄໍາປາດຖະໜາທຸກເຍື່ອງຊູ່ປະການກໍ່ຂ້າເທີ້ນ ສາທຸໆ ອານຸໂມທາມິ ສຸດທິນັງ ວັດຕະ ເມ ທານັງ ນິບພານັງ ປະຣະມັງ ສຸກຂັງ ໄຊຍັນຕຸ ພະວັງ ໄຊຍະມັງຄະລັງ.

The content tells the story of a kingdom named Munlata Mahanakhon. One day, the king of the kingdom called for a meeting four groups of his commander-in-chiefs including viceroys, pundits, priests and wise Brahmins. The king said that our kingdom is a capital and larger than other surrounding kingdoms. But we do not have any friendly kingdoms, what should we do? There, a senior priest said, we should make friendship with the kings in order to be as our lineage in the future. We would send the kings a puzzle. Our puzzle is that we send two beautiful pregnant women. One woman is pregnant with a boy and another woman pregnant with a girl. If any of the kings can answer correctly, we give him the woman as his wife. When the women give birth to their children, then we will have our lineage for the future. Colophon: Folio 25 on the recto side: Chunlasangkatrasa (CS) 1246, a kap san year, on the first day of the waxing moon of the first lunar month, the third day of the week (Tuesday), a hwai nyi day, the writing was accomplished at the time of thiang müa khün (between 22.30–24.00 o’clock). The initiator, Thit Ngao from Khumdin village and his wife together with all their children, grandchildren, relatives and siblings had the ardent religious faith to sponsor the making of this manuscript entitled Munlatantaiya to support the Teachings of Gotama Buddha to last until the end of 5000 years. May all our desires and wishes come true. Well done, well done. Congratulation. May the alms that I have already given be a condition to reach Nibbāna, the greatest bliis. Jayantu bhavaṃ jayamaṅgalaṃ.

Extent: 1 palm-leaf manuscript containing 26 leaves.

Size and dimensions of original material: Hight 4.8 cm, width 55.6 cm, depth 1.2 cm.

Condition of original material: Good.

Alternative calendar and date: Lao, CS 1246, a kap san year

Author(s)/Creator(s): Unidentified.

Scribe(s): Unidentified.

Original institution reference: Manuscript Cabinet No.1.