ປິສາປະກອນ (ຜູກຕົ້ນ)

ເມື່ອນັ້ນຍັງມີເມືອງອັນໜຶ່ງ ຊື່ວ່າ ຄັງຄາບູຣີ ອັນມີພະຍາຄັງຄາຣາດ ຊົງເປັນພະຍາປົກຄອງບ້ານເມືອງ ໃນເມືອງນັ້ນຍັງມີຊາຍຜູ້ໜຶ່ງຊື່ວ່າ ເທວະທັດ ຊຶ່ງມີເມຍ ໒ຄົນ ໂດຍໃນນັ້ນມີເມຍຜູ້ໜຶ່ງແອບຫລິ້ນຊູ້ ຈຶ່ງຄິດອຸບາຍຂ້າສາມີຂອງຕົນ ໂດຍການວາງແຜນ ກຽມ ເຂົ້າ ປາ ອາຫານ ໃຫ້ສາມີຂອງຕົນເຂົ້າປ່າຫວັງວ່າໂຈນໃນລະແວກນັ້ນ ຈະຂ້າສາມີຂອງຕົນ ແຕ່ເມື່ອເທວະທັດເຂົ້າປ່າກໍ່ໄດ້ພົບກັບໂຈນທັງຫລາຍ ແຕ່ໂຈນເຫລົ່ານັ້ນບໍ່ສາມາດຂ້າເທວະທັດໄດ້ ຈັບໄດ້ສະເພາະອາຫານທີ່ເທວະທັດນໍາໄປບໍລິໂພກເທົ່ານັ້ນ ແຕ່ເມື່ອໂຈນເຫລົ່ານັ້ນກິນອາຫານທີ່ຈັບໄດ້ນັ້ນກໍ່ພາກັນຕາຍໝົດ ເທວະທັດຈຶ່ງເດີນເຂົ້າໄປໃນປ່າດົງດິບແລະໄດ້ພົບກັບຣາຊະສີໂຕໜຶ່ງ ເມື່ອຣາຊະສີເຫັນເທວະທັດກໍ່ແລ່ນມາຫາເທວະທັດຫວັງຈະກິນເປັນອາຫານ ສ່ວນເທວະທັດກໍ່ແລ່ນຂຶ້ນຕົ້ນໄມ້ ເມື່ອຣາຊະສີໂຕນັ້ນມາເຖິງທີ່ຕົ້ນໄມ້ແຫ່ງນັ້ນກໍ່ຕາຍທັນທີ ເທວະທັດຈຶ່ງຕັດຫູແລະຫາງຂອງຣາຊະສີແລ້ວນໍາໄປຖວາຍໃຫ້ແກ່ພະຍາຄັງຄາຣາດ ພະອົງຊົງພໍພະໄທ ຊື່ນຊົມຍິນດີ ຈຶ່ງຕັດໃຫ້ເທວະທັດ ແລະມະຫາມຸນຕີ ໄປສູ້ຣົບກັບພະຍາມະຫາຣາເຊນາທິປັດຕິ ສ່ວນເທວະທັດ ແລະມະຫາມຸນຕີກໍເດີນທາງໄປສູ້ຣົບຕາມຄໍາສັ່ງຂອງພະອົງ ຈົນໄດ້ຮັບໄຊຊະນະ ຈຶ່ງກັບໄປຖວາຍລາຍງານໃຫ້ພະອົງຊົງຊາບ ພະຍາຄັງຄາຣາດ ຈຶ່ງມອບເຂົ້າ ຂອງແລະຊັບສົມບັດໃຫ້ແກ່ ເທວະທັດ. ຄໍາລົງທ້າຍ: ລານທີ ໒໕ ໜ້າ ໑: ຈຸນລະສັງກາດໄດ້ ໒໐໐໐ ປາຍ ໒ ຮ້ອຍ ໒ (ກົງກັບ ຈ.ສ. ໑໒໐໒) ຕົວ ປີກົດໃຈ້ ເດືອນ ໑໑ ແຮມ ໑໑ ຄໍ່າ ພໍ່າວ່າໄດ້ ວັນ ໕ ມື້ຮັບເໝົ້າ ຣິດຈະນາແລ້ວຍາມແຖ່ເຂົ້າຫາຄໍ່າ ສາວຄໍາຫລ້າ ຜົວເມຍ ພໍ່ແມ່ ລູກເຕົ້າຊູ່ຄົນ ພ້ອມກັນມີໃຈໃສສັດທາສ້າງ ປິສາປະກອນ ຜູກຕົ້ນ ໄວ້ກັບວໍຣະພຸດທະສາສະໜາ ເທົ້າ ໕໐໐໐ ພະວັດສາ ນິບພານະ ປັດຈະໂຍ ໂຫນຕຸ ໂນ ທຸວັງ ນິດຈັງ ປາຣະມັງ ສຸກຂັງ.

The story tells about Khangkhaburi kingdom which was under the control of King Khangkharat. There was a man named Devadata lived in the kingdom, who had two wives. One day, one of his wives was committing adultery, and she planned to kill her husband. She put poison in food which she prepared him. While Devadata was walking in the forest for looking for food, he confronted a group of bandits. He was frighten and thrown the food away. When the bandits ate the poisoned food, they all died. Later Devadata killed a lion in the forest. He brought the lion’s ears and tail to offer King Khangkharat. Then the king gave him many properties. Colophon: Folio 25 on the recto side: Chunlasangkat 2000 and 2 hundred and 2 (corresponding CS 1202), a kot chai year, on the eleventh day of the waning moon of the eleventh lunar month, the fifth day of the week (Thursday), a hap mao day, the writing was accomplished at the time of thae khao ha kham (between 15.00–16.30 o'clock). Sao Khamla and her husband, together with parents and all children sponsored the making of this manuscript entitled Pisāpakòn, first fascicle, to support the Teachings of the Buddha to last until the end of 5000 years. May this be a condition for us to reach Nirvana, certainly and constantly, the greatest bliss.

Extent: 1 palm-leaf manuscript containing 25 leaves.

Size and dimensions of original material: Hight 5 cm, width 55.4 cm, depth 1.3 cm.

Condition of original material: Fragile.

Alternative calendar and date: Lao, CS 1202, a kot chai year

Author(s)/Creator(s): Unidentified.

Scribe(s): Unidentified.

Original institution reference: Manuscript Cabinet No.1.