ຈະຕຸລາຣັກຂາ (ຜູກ ໒)

ກ່າວເຖິງການບໍາເພັນປາຣະມີ ຄື ຄຸນສົມບັດອັນຍິ່ງໃຫຍ່ ແລະເປັນຄຸນນະທໍາທີ່ຄວນປະພຶດປະຕິບັດ ເພື່ອບັນລຸເຖິງຈຸດໝາຍ ທີ່ເອີ້ນວ່າ ປາຣະມີ ໑໐ ປະການຄື: ໑. ທານ ຄື ການໃຫ້ ໒. ສີນ ຄື ການຮັກສາສີນໃຫ້ເປັນປົກກະຕິ ໓. ເນກຂໍາມະ ຄື ການເປັນຜູ້ອອກບວດເພື່ອພົມມະຈັນ ໔. ປັນຍາ ຄື ການສະສົມຊຶ່ງປັນຍາ ໕. ວິຣິຍະ ຄື ຄວາມພາກພຽນ ໖. ຂັນຕິ ຄື ຄວາມອົດທົນ ໗. ສັດຈະ ຄື ຄວາມຕັ້ງໃຈຈິງ ໘. ອະທິຖານະ ຄື ການອະທິຖານ ດ້ວຍຄວາມຕັ້ງໃຈມັ່ນ ບໍ່ປ່ຽນແປງ ໙. ເມດຕາ ຄື ການເມດຕາ ດ້ວຍຄວາມຮັກ ໑໐. ອຸເປກຂາ ຄື ການວາງເຊີຍ ໃຈເປັນກາງ ຄໍາລົງທ້າຍ: ລານທີ ໒໕ ໜ້າ ໑: ຈຸນລະສັງກາດຣາຊະໄດ້ ໒໔໙໐ ຕົວ ປີເປິກສີ່ ເດືອນ ໑໒ ແຮມ ໒ ຄໍ່າ ມື້ເປິກສະງ້າ ວັນຈັນ ໄດ້ຣິດຈະນາແລ້ວຍາມກອງແລງ ໝາຍມີ ທ້າວແກ້ວລາ ສາວປ້ອງ ລູກເຕົ້າສູ່ຄົນໄດ້ພ້ອມກັນມີໃຈໃສສັດທາເປັນອັນຍິ່ງ ຈຶ່ງໄດ້ພ້ອມກັນສ້າງໜັງສື ສັງເຜດ ນີ້ໄວ້ກັບສາສະໜາ ພະໂຄຕະມະເຈົ້າ ຕາບຕໍ່ເທົ້າ ໕໐໐໐ ພັນວັດສາ ນິບພານະ ປັດຈະໂຍ ໂຫຕຸ ໂນ ອະນະຄະເຕກາເລ.

The text tells about practicing the ten principal virtues practiced by a Bodhisatta including 1. Dāna: giving, 2. Sīla: good conduct, 3. Nekkhamma: renunciation, 4. Paññā: wisdom, 5. Viriya: energy, 6. Khanti: forbearance, 7. Sacca: truthfulness, 8. Adhitthāna: resolution, 9. Mettā: loving-kindness, and 10. Upekkhā: equanimity. Colophon: Folio 25 on the recto side: Chunlasangkatrasa (BE) 2490, a poek si year, on the second day of the waning moon of the twelfth lunar month, a poek sanga day, Monday, the writing of this manuscript was accomplished at the time of kòng laeng (between 13.30–15.00 o’clock). The initiators, Thao (Mr) Kaeola and his wife, Sao Pong together with all their children had the most ardent religious faith to sponsor the making of this manuscript entitled Sang Phet, to support the Teachings of Gotama Buddha to last until the end of 5000 years. Nibbāna paccayo hotu no anāgate kāle (May this be a condition for us to reach Nirvana in the future).

Extent: 1 palm-leaf manuscript containing 26 leaves.

Size and dimensions of original material: Hight 4.7 cm, width 56.7 cm, depth 1 cm.

Condition of original material: Good.

Alternative calendar and date: Lao, BE 2490, a poek chai year

Author(s)/Creator(s): Unidentified.

Scribe(s): Unidentified.

Original institution reference: Manuscript Cabinet No.01.