ວິສຸດທິມັກຄະຜະລະ (ຜູກ ໑໕)

ວິສຸດທິມັກ ໝາຍເຖິງ ທາງແຫ່ງວິສຸດທິ ເປັນຄໍາພີທີ່ອະທິບາຍຫຼັກການປະຕິບັດທີ່ນໍາໄປສູ່ມັກຜົນນິບພານ ໂດຍອາໄສຫຼັກສີນ ສະມາທິ ແລະປັນຍາ. ຕົ້ນສະບັບເປັນພາສາບາລີ ພະພຸດທະໂຄສາຈານຊາວອິນເດຍແຕ່ງຂຶ້ນໃນລັງກາ. ເນື້ອໃນວ່າດ້ວຍການວິປັດສະນາຕາມຫລັກວິສຸດທິ ໗ ປະການ ຄື: ໑. ສີລະວິສຸດທິ ຄື ຄວາມບໍລິສຸດແຫ່ງສີນ, ໒. ຈິດຕະວິສຸດທິ ຄື ຄວາມບໍລິສຸດແຫ່ງຈິດ, ໓. ທິດຖິວິສຸດທິ ຄື ຄວາມບໍລິສຸດແຫ່ງທິດຖິ, ໔. ກັງຂາວິຕະຣະນະວິສຸດທິ ຄື ຄວາມບໍລິສຸດແຫ່ງການຂ້າມພົ້ນຈາກຄວາມສົງໄສ, ໕. ມັກຄາມັກຄະຍານະທັດສະນະວິສຸດທິ ຄື ຄວາມບໍລິສຸດແຫ່ງຍານຫຼືປັນຍາທີ່ຮູ້ຖືກຕ້ອງແນ່ນອນແລ້ວວ່າວິທີການໃດເປັນຫົນທາງທີ່ດີແລະຫົນທາງໃດເປັນຫົນທາງທີ່ບໍ່ດີ, ໖. ປະຕິປະທາຍານະທັດສະນະວິສຸດທິ ຄື ຄວາມບໍລິສຸດແຫ່ງຍານ ອັນເປັນປັນຍາທີ່ເຂົ້າເຖິງຄວາມຮູ້ສຶກໃນທາງທີ່ຖືກຕ້ອງ ໂດຍມຸ່ງສູ່ພະນິບພານຢ່າງດຽວແລະ ໗. ຍານະທັດສະນະວິສຸດ ຄື ຄວາມບໍລິສຸດແຫ່ງຍານທີ່ຮູ້ເຫັນພະນິບພານ. Visuddhimagga refers to the path of purity is the scripture that explains the principles of practice that lead to Nirvana based on the principles of the morality, meditation and wisdom. The original was written in Pali by an Indian Buddhist teacher, Buddhagosa in Lanka. The text tells about Visuddhi, the purity, stages of purity consists of seven types as following: 1. Sīla-visuddhi: purity of morality, 2. Citta-visuddhi: purity of mind, 3. Ditthi-visuddhi: purity of view, 4. Kankhāvitarani-visuddhi: purity of transcending doubts, 5. Maggāmagganānadassana-visuddhi: purity of the knowledge and vision regarding path and not-path, 6. Patipadānānadassana-visuddhi: purity of the knowledge and vision of the way of progress, 7. Nānadassana-visuddhi: purity of knowledge and vision. Extent: 1 palm-leaf manuscript containing 25 leaves. Size and dimensions of original material: Hight 4.5 cm, width 57.1 cm, depth 1 cm. Condition of original material: Good. Author(s)/Creator(s): Buddhaghosa. Scribe(s): Unidentified. Original institution reference: Manuscript Cabinet No.01.