ວິສຸດທິມັກຄະຜະລະ (ຜູກ ໘)

ວິສຸດທິມັກ ໝາຍເຖິງ ທາງແຫ່ງວິສຸດທິ ເປັນຄໍາພີທີ່ອະທິບາຍຫຼັກການປະຕິບັດທີ່ນໍາໄປສູ່ມັກຜົນນິບພານ ໂດຍອາໄສຫຼັກສີນ ສະມາທິ ແລະປັນຍາ. ຕົ້ນສະບັບເປັນພາສາບາລີ ພະພຸດທະໂຄສາຈານຊາວອິນເດຍແຕ່ງຂຶ້ນໃນລັງກາ. ເນື້ອໃນຜູກນີ້ກ່າວເຖິງ ວິປັດສະນາຕາມຫລັກວິສຸດທິ ຄວາມໝົດຈົດ, ຄວາມບໍລິສຸດທີ່ສູງຂຶ້ນໄເປັນຂັ້ນໆ, ທໍາທີ່ຊໍາລະສັດໃຫ້ບໍລິສຸດ ຍັງໄຕສິກຂາໃຫ້ບໍລິບູນເປັນຂັ້ນໆ ໄປໂດຍລໍາດັບຈົນບັນລຸຈຸດໝາຍຄືນິບພານ ມີ ໗ ປະການ ໄດ້ແກ່: ໑. ສີລະວິສຸດທິ ຄື ຄວາມບໍລິສຸດແຫ່ງສີນ, ໒. ຈິດຕະວິສຸດທິ ຄື ຄວາມບໍລິສຸດແຫ່ງຈິດ, ໓. ທິດຖິວິສຸດທິ ຄື ຄວາມບໍລິສຸດແຫ່ງທິດຖິ, ໔. ກັງຂາວິຕະຣະນະວິສຸດທິ ຄື ຄວາມບໍລິສຸດແຫ່ງການຂ້າມພົ້ນຈາກຄວາມສົງໄສ, ໕. ມັກຄາມັກຄະຍານທັດສະນະວິສຸດທິ ຄື ຄວາມບໍລິສຸດແຫ່ງຍານຫຼືປັນຍາທີ່ຮູ້ຖືກຕ້ອງແນ່ນອນແລ້ວວ່າວິທີການໃດເປັນຫົນທາງທີ່ດີແລະຫົນທາງໃດເປັນຫົນທາງທີ່ບໍ່ດີ, ໖. ປະຕິປະທາຍານທັດສະນະວິສຸດທິ ຄື ຄວາມບໍລິສຸດແຫ່ງຍານ ອັນເປັນປັນຍາທີ່ເຂົ້າເຖິງຄວາມຮູ້ສຶກໃນທາງທີ່ຖືກຕ້ອງ ໂດຍມຸ່ງສູ່ພະນິບພານຢ່າງດຽວແລະ ໗. ຍານທັດສະນະວິສຸດທິ ຄື ຄວາມບໍລິສຸດແຫ່ງຍານທີ່ຮູ້ເຫັນພະນິບພານ. Visuddhimagga refers to the path of purity is the scripture that explains the principles of practice that lead to Nirvana based on the principles of the morality, meditation and wisdom. The original was written in Pali by an Indian Buddhist teacher, Buddhagosa in Lanka. The text of this fascicle tells about Visuddhi 7: purity, stages of purity, gradual purification as following: 1. Sila-visuddhi: purity of morality, 2. Citta-visuddhi: purity of mind, 3. Dhitth-visuddhi: purity of view, purity of understanding, 4. Kankhavitarani-visuddhi: purity of transcending doubts, 5. Maggamaggananadassan-visuddhi: purity of the knowledge and vision regarding part and not-path, 6. Patipadananadassana-visuddhi: purity of knowledge and vision of the way of progress, 7. Nanadassana-visuddhi: purity of knowledge and vision. Extent: 1 palm-leaf manuscript containing 25 leaves. Size and dimensions of original material: Hight 4.4 cm, width 57.1 cm, depth 1 cm. Condition of original material: Good. Author(s)/Creator(s): Buddhaghosa. Scribe(s): Unidentified. Original institution reference: Manuscript Cabinet No.01.