ທໍາມະຣັດຕະນະສູດ (ຜູກ ໒)

ເນື້ອໃນກ່າວເຖິງປິຕິ ຄື ຄວາມອິ່ມໃຈ ຄວາມປາບປື້ມໃຈ ໝາຍເອົາປິຕິທີ່ເກີດຈາກການປະຕິບັດສະມະຖະກໍາມັດຖານ ມີ ໕ ປະການຄື: ໑. ຂຸດທະກາປິຕິ ຄື ປິຕິເລັກນ້ອຍເປັນປິຕິທີ່ມີກໍາລັງເບົາບາງ, ໒. ຂະນິກາປິຕິ ຄື ປິຕິຊົ່ວຂະນະເປັນປິຕິທີ່ເກີດຂຶ້ນແລະຕັ້ງຢູ່ຊົ່ວຄາວແລ້ວຫາຍໄປ, ໓. ໂອກກັນຕິກາປິຕິ ຄື ປິຕິທີ່ເກີດຂຶ້ນເປັນໄລ່ຍະໆ, ໔. ອຸບເພຄາປິຕິ ຄື ປິຕິໂລດລອຍ ເປັນປິຕິທີ່ມີກໍາລັງແຮງກວ່າປິຕິ ໓ ຢ່າງຂ້າງຕົ້ນ ບາງເທື່ອກໍ່ເຮັດໃຫ້ຮູ້ສຶກຕົວເບົາຈົນລອຍຂຶ້ນໄປກາງອາກາດ, ໕. ຜະຣະນາປິຕິ ຄື ປິຕິທີ່ເຮັດໃຫ້ເກີດຄວາມຮູ້ສຶກເຢັນໄປທົ່ວຮ່າງກາຍ.

The content tells about Pīti, joy, interest, zest, rapture which is the results of practicing meditation as following: 1. Khuddakā-pīti: minor rapture; 2. Khanikā-pīti: momentary or instantaneous joy. 3. Okantikā-pīti: showering joy, flood of joy; 4. Uppegā-pīti: uplifting joy; 5. Pharanā-pīti: suffusing joy, pervading rapture.

Extent: 1 palm-leaf manuscript containing 26 leaves.

Size and dimensions of original material: Hight 4.3 cm, width 55.6 cm, depth 1 cm.

Condition of original material: Good.

Scribe(s): Unidentified.

Original institution reference: Manuscript Cabinet No.01.