ກ່າວເຖິງ ເຜດທີ່ໄດ້ຮັບຄວາທຸກທໍລະມານດ້ວຍປະການຕ່າງໆ ເພາະບາບກໍາທີ່ຕົນໄດ້ກະທໍາໄວ້ໃນເວລາເປັນມະນຸດ. ໃນສະໄໝພຸດທະການ ພະພຸດທະເຈົ້າປະທັບຢູ່ປ່າເຊຕະວັນອາລາມ ເມືອງສາວັດຖີ ຊົງປາລົບເຖິງ ເປສັກກາຣະເຜດ ເພາະມີພິກຂຸຕົນໜຶ່ງໄດ້ພົບເຫັນແລ້ວໄປຂາບທູນພະພຸດທະເຈົ້າ ພະພຸດທະອົງຈຶ່ງເທສະໜາວ່າ ໃນເວລາມີຊີວິດຢູ່ ເປສັກກາຣະເຜດເປັນເມຍຂອງນາຍຊ່າງຫູກ ແຕ່ມີຄວາມຕະໜີ່ ເມື່ອເຫັນຜົວເອົາເຂົ້າຂອງເງິນຄໍາໄປຊື້ອາຫານແລະຜ້າແພມາຖວາຍພິກຂຸສອງຕົນທີ່ຈໍາວັດສາຢູ່ໃນເຮືອນຂອງຕົນ ກໍ່ປ້ອຍດ່າດ້ວຍປະການຕ່າງໆ. ເມື່ອຜູ້ເປັນຜົວຕາຍໄປກໍ່ໄປເກີດເປັນເທວະບຸດຢູ່ໃກ້ທາງຫຼວງແຫ່ງໜຶ່ງ. ສ່ວນເມຍ, ເມື່ອຕາຍກໍ່ໄປເກີດເປັນເຜດຢູ່ທີ່ກົກໄມ້ຕົ້ນໜຶ່ງໃກ້ເທວະບຸດຕົນເປັນຜົວນັ້ນ ມີເນື້ອຕົນຮ້ອນເຈັບແສບ ບໍ່ມີອາຫານແລະເສື້ອຜ້າ. ເຜດໂຕນັ້ນກໍໄດ້ໄປຂໍອາຫານແລະເສື້ອຜ້ານໍາເທວະບຸດ ເມື່ອໄດ້ມາແລ້ວອາຫານກໍກາຍເປັນອາຈົມ, ເສື້ອຜ້າກໍກາຍເປັນແຜ່ນເຫຼັກແດງ ບໍ່ສາມາດກິນແລະນຸ່ງຫົ່ມໄດ້. ຄໍາລົງທ້າຍ: ລານທີ່ ໑໑ ໜ້າ ໑: ໒໕໑໕ ຄສ. ໑໙໗໒ ໝາຍມີ ທຸແມ່ຣັດທິ ໄດ້ສ້າງ ມະຫາວິບາກ ທານໄປຫາລູກ ຊື່ວ່າ ເຈົ້າບຸນຍະຣັດທະວົງ ຄືວ່າ ເຈົ້າແກ້ວ ຂໍບຸນກຸສົນນີ້ໄປເຖິງແລ້ວໃຫ້ພົ້ນຈາກທຸກເທີ້ນ ໃຫ້ໄປເກີດສະຫວັນຊັ້ນຟ້າເທີ້ນ.
While residing at the Jetavana Monastery in Savatthi,the Buddha spoke about a peta (hungry ghost) named Pesakara who had ever been a weaver’s wife. When she was a human being, she was stingy. She scolded at her husband while offering food and robes to monks. After death, the husband was born as a deity living nearby a main road, and the wife was born as a ghost living nearby him. She was living without food and clothes and being burned and painful. When she asked for food and clothes from the deity, the food became excrement and the clothes became hot metal sheets. Colophon: Folio 11 on the recto side: [BE] 2515, AD 1972, Thu Mae (Princess) Ratthi sponsored the making of this manuscript entitled Maha vibak to dedicate to her son whose name is Prince Bunyaratthavong or Chao Kaeo. May the results of this merit support him to be free from misery and move him to the heaven.
Extent: 1 palm-leaf manuscript containing 14 leaves.
Size and dimensions of original material: Hight 5 cm, width 53 cm, depth 0.5 cm.
Condition of original material: Good.
Alternative calendar and date: Lao, BE 2515, a year
Author(s)/Creator(s): Unidentified.
Scribe(s): Unidentified.
Original institution reference: Manuscript Cabinet No.11.
