ເທວະທູດຕະສູດ (ຜູກ໕)

ເນື້ອໃນກ່າວເຖິງ ພະເຈົ້າພິມພິສານ ຖວາຍພັດຕາຫານແກ່ພະພຸດທະເຈົ້າແລະພະພິກຂຸສົງທີ່ພະລາຊະວັງຂອງພະອົງ ແຕ່ບໍ່ໄດ້ຢາດນໍ້າອຸທິດກຸສົນໃຫ້ແກ່ຍາດພີ່ນ້ອງຜູ້ທີ່ລ່ວງລັບໄປແລ້ວ. ໃນຄືນນັ້ນ ຂະນະທີ່ພະອົງກໍາລັງບັນທົມກໍໄດ້ຍິນສຽງອັນແປກປະຫລາດ ຮ້ອງໂຫຍຫວນ ກໍ່ຕົກພະໄທ. ເມື່ອຕື່ນເຊົ້າມາ ພະເຈົ້າພິມພິສານກໍ່ໄດ້ທູນເລົ່າເລື່ອງສຽງນັ້ນແດ່ພະພຸດທະເຈົ້າ. ພະພຸດທະອົງຕັດວ່າ ເປັນສຽງຂອງຍາດພີ່ນ້ອງໃນຊາດກ່ອນຂອງພະອົງທີ່ໄປເກີດເປັນເຜດແລະຢາກປົດປ່ອຍຈາກຄວາມທຸກ. ພວກເຂົາຄາດຫວັງວ່າພະອົງຈະອຸທິດສ່ວນບຸນໄປໃຫ້ ແຕ່ພະອົງບໍ່ໄດ້ເຮັດ. ພວກເຂົາເສຍໃຈແລະໂສກເສົ້າທີ່ຜິດຫວັງ. ສະນັ້ນ ພະເຈົ້າພິມພິສານຈຶ່ງໄດ້ທໍາບຸນອີກເທື່ອໜຶ່ງແລະອຸທິດກຸສົນໄປໃຫ້ແກ່ເຜດເຫຼົ່ານັ້ນ. ເພື່ອເຜດເຫຼົ່ານັ້ນ ໄດ້ຮັບສ່ວນບຸນແລ້ວ ກໍ່ພົ້ນຈາກຄວາມເປັນເຜດ. ຕໍ່ມາ ພະເຈົ້າພິມພິສານກໍ່ໄດ້ຖວາຍສວນໄຜ່ ເມືອງຣາຊະຄຶ ພ້ອມດ້ວຍອາຄານຕ່າງໆ ທີ່ຢູ່ໃນສວນນັ້ນ ແດ່ພະພຸດທະເຈົ້າ ເພື່ອໃຫ້ເປັນທີ່ປະທັບຂອງພະພຸດທະອົງແລະເປັນທີ່ພໍານັກຂອງພະພິກຂຸສົງ. ຄໍາລົງທ້າຍ: ລານທີ ໑໘ ໜ້າ ໑: ວໍຣະຄຸນຈຸນລະສັງກາດຣາຊະໄດ້ ພັນ ໒ ຮ້ອຍປາຍ ໑໑໒ (ກົງກັບ ຈ.ສ.໑໒໑໑) ຕົວ ປີກັດເປົ້າ(ເຮົ້າ) ເດືອນ ໑໐໑ (໑໑) ແຮມ ໒ ຄໍ່າ ມື້ກັດມົດ ວັນສຸກ ຣິດຈະນາແລ້ວຍາມກອງແລງ ໝາຍມີ ພໍ່ສິງແມ່ສິງແລລູກເຕົ້າສູ່ຄົນໄດ້ພ້ອມກັນມີໃຈໃສສັດທາ ຈິ່ງຂົນຂວາຍຫາຍັງໂປນະໃບລານໄດ້ແລ້ວຈິ່ງໄດ້ສ້າງຍັງ ເທວະທູດຕະສູດ ທັງ ໕ ໄວ້ກັບສາສະໜາພະໂຄຕະມະຖາຄະຕະ ເທົ້າ ໕໐໐໐ ວັດສາ. ຂໍໃຫ້ໄດ້ດັ່ງຄໍາມັກຄໍາປາດຖະໜາຝູງຂ້າທັງຫລາຍແດ່ກໍ່ຂ້າເທີ້ນ ສາທຸ ສາທຸ ນິດຈັງ ນິດຈັງ ໝາຍມີ ເຈົ້າຂະນານສີສຸດທິປັນຍາ ເປັນຜູ້ຣິດຈະນາ ຂໍສ່ວນບຸນນໍາຫລາຍ ຫລາຍ ແດ່ທ້ອນ. ສາທຸ ເຈົ້າໝ່ອມ ອ້າຍຈົວເຮີຍ ຢ່າໄດ້ຫົວຂວັນແດ່ເນີ.

The content tells when King Bimbisara offered food to the Buddha and his disciples at his palace in Rajagaha, but forgot to dedicate the results of the merit to his relatives who died. At the night, while sleeping the king heard the strange noises of dreadful cries and became very frightened. In the coming morning, the king told the noises to the Buddha. The Buddha explained him that was the voice of petas who were ever your relatives in the past existences and wanted to be released from their suffering. They had expected you to dedicate the results of the merit to them, but you did not. They were extremely distressed and lamented their lost hope. Therefore, the king made the alms-giving one more time and dedicated the result of the merit to those petas. When the petas received the merits, they were free form being the petas. Later, the king offered the Buddha his bamboo garden called Veluvana along with the buildings in the garden in order to be the stay of the Buddha and monks. Colophon: Folio 18 on the recto side: Vorakhun Chunlasangkat one thousand 2 hundred and 112 (corresponding with CS 1212), a kay pao (hao) year, the second day of the waning moon of the eleventh lunar month, a kat mot day, a Friday, the writing was accomplished at the time of kòng laeng (between 13.30–15.00 o’clock). Father and mother of Mr. Sing together with all their children had the religious faith to find the palm leaves and sponsor the making of these five manuscript-fascicles entitled Thevathutasut to support the Teachings of Gotama Buddha to last until the end of 5000 years. May all our wishes and desires come true. Amen, amen! Constantly. Chao Khanan Si Sitthipannya is the scribe. May I share with much merit. Dear monks and novices, please do not lough at me.

Extent: 1 palm-leaf manuscript containing 18 leaves.

Size and dimensions of original material: Hight 4.7 cm, width 58.2 cm, depth 0.7 cm.

Condition of original material: The last folio is damaged.

Alternative calendar and date: Lao, CS 1211, a kat hao year

Author(s)/Creator(s): Unidentified.

Scribe(s): Chao Khanan Si Sitthipannya.

Original institution reference: Manuscript Chest No.1.