ທໍາໄຕຍະລັກສະນະ

ເນື້ອໃນກ່າວເຖິງຫຼັກທໍາທີ່ໃຊ້ກັບການປະຕິບັດກໍາມັດຖານ ເຊັ່ນ ນີວອນ ຄື ທໍາທີ່ກັ້ນຈິດບໍ່ໃຫ້ບັນລຸຄວາມດີ ໕ ປະການ, ອຸປະກິເລດ ຄື ທໍາເຄື່ອງເສົ້າໝອງ ໑໖ ປະການ, ອາການ ໓໒ ຂອງຮ່າງກາຍ ແລະກ່າວເຖິງ ພະໄຕລັກ ໄດ້ແກ່ ລັກສະນະ ໓, ອາການທີ່ເປັນເຄື່ອງກໍານົດໝາຍ ໓ ຢ່າງ ອັນໃຫ້ຮູ້ສຶກເຖິງຄວາມຈິງຂອງສະພາວະທໍາທັງຫຼາຍ ທີ່ເປັນຢ່າງນັ້ນໆ ຕາມທໍາມະດາຂອງມັນ. ຄໍາລົງທ້າຍ: ລານທີ ໑໙ ໜ້າ ໑: ພຸດທະສັງກາດ ໒໕໑໗ ຕົວປີກາບຍີ່ ເດືອນ ໗ ຂຶ້ນ ໘ ຄໍ່າ ວັນ ໕ ຣິດຈະນາແລ້ວຍາມກອງງາຍ ໝາຍມີເຈົ້າມູນລະສັດທາຊື່ວ່າ ພະໝັ້ນ ມຸດທະຈິດໂຕ ຢູ່ວັດສັງຄະໂລກເປັນພະຣາຊະຄະນະຕາແສງສັງຄະໂລກ ໄດ້ມີຄວາມເຫັນວ່າ ໄດ້ມີໃຈຄິດເອົາ ທໍາມະໄຕຍະລັກສະນະ ຂໍນີ້ໄວ້ໃຫ້ອຸປາສົກອຸປາສິກາທັງຫລາຍ ເປັນຜູ້ນໍາພຸດທະສາສະໜາ ນະ ບັດນີ້ ຂໍອັດຕະມາໄດ້ດັ່ງຄວາມມັກຄໍາປາດຖະໜາ ຂໍໃຫ້ໄດ້ພົບພະອາຣິຍະເມດໄຕຍະເຈົ້າແດ່ກໍ່ຂ້າເທີ້ນ ຂໍໃຫ້ໄດ້ດັ່ງຄວາມມຸ່ງໝາດປາດຖະໜາເໝືອນດັ່ງແກ້ວມະນີໂຊດຣົດຂອງພະເຈົ້າຈັກກະພັດ ສະນັ້ນເທີ້ນ. ສາທຸພໍ່ຈານເຫລັກເປັນຜູ້ຂຽນ.

The content tells about the Dhamma principles that are used for practicing meditation such as Nivarana: the five hindrances, Upakilesa: the 16 mental defilements, the thirty-two constituents of the body, and the Tilakkana: the three charateristics. Colophon: Folio 19 on the recto side: Buddhist Era (BS) 2517, a kap nyi year, the eighth day of the waxing moon of the seventh lunar month, the fifth day of the week (Thursday), the writing was accomplished at the time of kòng ngai (between 7.30–9.00 o’clock). The initiator, Pha (Monk) Man Muthuchitto from Vat Sangkhalok, who was head of the ecclesiastical sub-district of Sangkhkalok had a view ad thought that this scripture of the Dhamma of Tainyalaksana (Three characteristics) is for all Buddhist lay men and women who present are leaders of Buddhism. May my wishes and desires come true. May I meet Ariya Mettey Buddha definitely. May my wishes like a crystal chariot of the emperor, come true. Sathu Phò Chan Lek is the scribe.

Extent: 1 palm-leaf manuscript containing 19 leaves.

Size and dimensions of original material: Hight 4.8 cm, width 50 cm, depth 0.8 cm.

Condition of original material: Good.

Alternative calendar and date: Lao, BE 2517, a kap nyi year

Author(s)/Creator(s): Unidentified.

Scribe(s): Sathu Phò Chan Lek.

Original institution reference: Manuscript Chest No.1.