ສອງຜາສາດ

ໃນສະໄໝໜຶ່ງ ພະພຸດທະອົງຊົງປະທັບຢູ່ວັດເຊຕະວັນ ພ້ອມດ້ວຍພິກຂຸທັງຫຼາຍ ໃນຄັ້ງນັ້ນຍັງມີພາມຜູ້ໜຶ່ງ ຊື່ວ່າ ສຸບິນນະພາມ ໄດ້ເຂົ້າເຝົ້າພະພຸດທະອົງ ຂາບທູນຖາມວ່າ ຂ້າແດ່ພະຜູ້ມີພະພາກເຈົ້າຜູ້ຈະເລີນ ອັນວ່າບຸກຄະລະຜູ້ໃດ ມີຈິດໃຈເຫຼື້ອມໃສສັດທາໃນສາສະໜາຂອງພະຕະຖາຄົດໄດ້ສ້າງແປງຍັງປາສາດເຜິ້ງໃຫ້ເປັນທີ່ຕັ້ງແກ່ພະພຸດທະຮູບ ດ້ວຍຕົນເອງກໍ່ດີ ຈ້າງຜູ້ອື່ນເຮັດກໍ່ດີ ບຸກຄະລະຜູ້ນັ້ນຈະໄດ້ຮັບຜະລະອານີສົງເທົ່າໃດກໍ່ຂ້າຈາ? ພະພຸດທະເຈົ້າຊົງຕັດພະທໍາມະເທດສະໜາວ່າ ດູລາ ທ່ານພາມ ບຸກຄະລະຜູ້ໃດ ມີຈິດໃຈເຫຼື້ອມໃສສັດທາໄດ້ສ້າງແປງຍັງປາສາດເຜິ້ງໃຫ້ເປັນທີ່ຕັ້ງແກ່ພະພຸດທະຮູບ ດ້ວຍຕົນເອງກໍ່ດີ ຈ້າງຜູ້ອື່ນເຮັດກໍ່ດີ ບຸກຄະລະຜູ້ນັ້ນ ຈະໄດ້ຜະລະອານີສົງ ໓ ກັບ ຄັ້ນວ່າຈຸຕິຈາກມະນຸດສະໂລກກໍ່ຈະໄດ້ເມື່ອເກີດໃນຊັ້ນຟ້າດາວະດຶງ ສະຫວັນເທວະໂລກ. ຄໍາລົງທ້າຍ: ລານທີ ໗ ໜ້າ ໒: ຈຸນລະສັງກາດຣາຊະປີ ໑໙໔໐ ປີມະໂລງ ເດືອນ ໑໑ ຂຶ້ນ ໔ ຄໍ່າ ວັນ ໓ ຣິດຈະນາແລ້ວຍາມກອງງາຍ ໝາຍມີ ໝ່ອມບຸນທັນ ກັບປິດຕາມານດາ ໄດ້[ພ້ອມ]ກັນສ້າງໜັງສືຜູກນີ້ຊື່ວ່າ ສອງຜາສາດ ຜູກ ໑ ປັນຍາປາຣະມີ ຜູກ ໑ ສອງສັບພະທານ ຜູກ ໑ ມັງຄະລະສູດ ຜູກ ໑ ສອງຮາວທຽນ ຜູກ ໑ ໜັງສື ໕ ຜູກນີ້ ໝ່ອມບຸນທັນເປັນຜູ້ຣິດຈະນາ ຂໍບຸນກຸສົນຄໍ້າຊູຜູ້ຂ້າທັງ ໓ ພໍ່ລູກ ຂໍໃຫ້ໄດ້ເອົາຕົວເຂົ້າໄປສູ່ວຽງແກ້ວ ອັນກລ່າວແລ້ວຄື ພະອະມຸດຕະມະຫານະຄອນກໍ່ຂ້າເທີ້ນ. ນິບພານັງ ປາຣະມັງ ສຸກຂັງ ໂຫນຕຸ ໂນ. ໂອນໍ ແສນທຸກ ໃນຊາດນີ້ບໍ່ທໍ່ບວດເປັນສົມແລ້ວ ບໍ່ຢາກຊິກບາບກາຍຄອບເພາະເວັນນໍາເອື້ອນ ຢູ່ບ້ານຊາດເນີເຈົ້າເຮີຍ ມືກະດ້າງບໍ່ໄດ້ກໍາເຫຼັກຈານເທີ້ນ.

On one occasion, while the Buddha along with many monks were residing at the Jetavana monastery. At the time, there was a Brahmin named Brahmin Supinna who came to the presence of the Buddha and asked him that, “what benefits for the person who is devout, constructed the wax castle by himself, or hire other to do for, for establishing the Buddha statues? The Buddha then delivered a sermon and said that, Brahmin! The person who is devout, constructed the wax castle by himself, or hire other to do for, for establishing the Buddha statues, will gain much merit for three eons. After the human world, he will be born in Tavatimsa heaven. Colophon: Folio 7 on the verso side: Chunlasangkatrasa 1940 (possibility is AD 1940), a ma long year, the fourth day of the waxing moon of the eleventh lunar month, the third day of the week (Tuesday), the writing was accomplished at the time of kòng ngai (between 7.30–9.00 o’clock). Mom (Monk) Bunthan along with father and mother jointly sponsored the making of these five manuscripts entitled Sòng phasat, Pannya Parami, Sòng Saphathan, Mangkhalasut, Sòng haothian. Mom (Monk) Bunthan is the scribe. May the results of this merit support three of us, father, mother and son to reach the crystal city of Nibbāna definitely. May we reach Nibbāna which is the greatest bliss.

Extent: 1 palm-leaf manuscript containing 9 leaves.

Size and dimensions of original material: Hight 4.7 cm, width 58.7 cm, depth 0.3 cm.

Condition of original material: Good.

Alternative calendar and date: Lao, CS 1940, a year

Author(s)/Creator(s): Unidentified.

Scribe(s): Unidentified.

Original institution reference: Glass Cabinet No.5.