[ຕັບປຸດສາພະຣິກະ ໒ ພີ່ນ້ອງ]

ໃນຕໍານານກ່າວວ່າ ພໍ່ຄ້າສອງພີ່ນ້ອງຊື່ ຕະປຸດສະແລະພະລິກາ ໄດ້ເດີນທາງໄປຄ້າຂາຍຍັງຊົມພູທະວີບ ລະຫວ່າງທາງ ໄດ້ພົບພະພຸດທະເຈົ້າເຊິ່ງຫາຕັດສະຮູ້ໃໝ່ໆ ໄດ້ຖວາຍເຂົ້າສັດຕຸຜົງແລະສັດຕຸກ້ອນແກ່ພະພຸດທະເຈົ້າ ແລະທັງໄດ້ຖວາຍຕົວເປັນອຸປາສົກຮັບພະພຸດແລະພະທໍາເປັນທີ່ເພິ່ງ ຕອນນັ້ນ ຍັງບໍ່ມີພະສົງເທື່ອ ຖືວ່າທັງສອງເປັນປະຖົມອຸປາສົກກຸ່ມທໍາອິດທີ່ຖືຣັດຕະນະສອງ ຄືພຸດທະຣັດຕະນະແລະທໍາມະຣັດຕະນະເປັນສະຣະນະ. ພໍ່ຄ້າທັງສອງຈຶ່ງຂໍຂອງທີ່ລະນຶກຈາກພະພຸດທະເຈົ້າ ພະພຸດທະອົງຈຶ່ງປະທານພະເກສາ(ເສັ້ນຜົມ)ໃຫ້ ໘ ເສັ້ນ ເມື່ອພໍ່ຄ້າທັງສອງໄປຮອດປະເທດພະມ້າ ແລະໄດ້ຮັບຄວາມຊ່ວຍເຫຼືອຈາກຜູ້ປົກຄອງທ້ອງຖິ່ນຄືພະເຈົ້າໂອກາະລະ ໄດ້ນໍາພະເກສາທາດນັ້ນໄປປະດິດສະຖານໄວ້ທີ່ດອຍສິງຄຸດຕະຣະ ທີ່ປະດິດສະຖານພະເຈດີຫຼືພະທາດຊະກຸງໃນປັດຈຸບັນ.

The chronicle tells the two merchant brothers named Tapussa and Bhallika travelled to trade in Jumbidippa. On the way, they met the Buddha who had just attained enlightenment. They offered the Buddha the milk-rice and honey balls and took refuge in the Buddha and the Dhamma, while the Sangha was not still established, and became the Buddha’s the first disciples. Both merchants asked for a souvenir from the Buddha, and then the Buddha gave them his eight hairs. When the both merchants travelled to Burmar, they got help from the local ruler King Okalapa to enshrine the hair relics at the hillside of Singgutara where enshrines the Sakung stupa at present.

Extent: 1 palm-leaf manuscript containing 25 leaves.

Size and dimensions of original material: Hight 5.1 cm, width 59.2 cm, depth 1 cm.

Condition of original material: Damaged.

Author(s)/Creator(s): Unidentified.

Scribe(s): Unidentified.

Original institution reference: Manuscript Chest No.4.