ໃນຣາຕີຄືນໜຶ່ງ ເທວະດາຕົນໜຶ່ງໄດ້ເຂົ້າເຝົ້າພະຜູ້ມີພະພາກເຈົ້າແລ້ວທູນຖາມວ່າ ດ້ວຍເຫດໃດມະນຸດທັງຫລາຍຈຶ່ງມີວີບາກກໍາ ບາງຄົນຈຸຕິຕາຍໄປແລ້ວກໍ່ໄດ້ເກີດເປັນສັດ, ເປັນຜີເຜດແລະເປັນອະສຸຣະກາຍ. ເມື່ອນັ້ນ ພະຜູ້ມີພະພາກເຈົ້າໄດ້ຕັດວ່າ ອັນວ່າບຸກຄົນຜູ້ເປັນບັນດິດ ມີປັນຍາ ຍ່ອມທໍາບຸນໃຫ້ທານແລະລະເວັ້ນຊຶ່ງກໍາຊົ່ວ ໕ ປະການ ໄດ້ແກ່ ການຂ້າສັດ, ການລັກຊັບ, ການຫຼິ້ນຊູ້, ການເວົ້າຕົວະແລະການດື່ມສິ່ງມຶນເມົາ. ບຸກຄົນເຫລົ່ານີ້ ເມື່ອຈຸຕິຕ່ຍໄປແລ້ວກໍ່ຈະໄດ້ເມື່ອເກີດເປັນເທວະບຸດ ສະເຫວີຍທິບພະສົມບັດ ໃນເທວະໂລກສະຫວັນ ສ່ວນ ບຸກຄົນຜູ້ທີ່ໄດ້ກະທໍາກົງກັນຂ້າມກັບສິ່ງເຫລົ່ານັ້ນ ຄັ້ນເມື່ອຈຸຕິຕາຍໄປກໍ່ຈະໄດ້ໄປຕົກນະຮົກ ເປັນເຜດ, ເປັນອະສຸຣະກາຍແລະເປັນສັດຕ່າງໆ. ຄໍາລົງທ້າຍ: ລານທີ ໙ ໜ້າ ໒: ສະເດັດແລ້ວຍາມກອງແລງ ໝາຍມີ ຜູ້ຂ້າພິຈາລະນາໄດ້ຂຽນແຕ້ມໄດ້ຂຽນແລ້ວສາທຸໂນ ໃຫ້ຄ່ອຍພິຈາລະນາເອົາແດ່ ຕົກກໍ່ດີ ເຫລືອກໍ່ດີ ຫາບໍ່ພໍ ຫາໃສ່ແດ່ຂະນ້ອຍທ້ອນ ເຫລືອໃຫ້ຖີ້ມເສຍເນີສາທຸເຈົ້າໝ່ອມ ອ້າຍຈົວເຮີຍ.
One night, a certain deity came to the presence of the Buddha asked, why do humans have consequence, after the death, some people were reborn as animals, ghosts and demons? At that time, the Buddha stated that persons who are wise give charity and refrain from 5 evil deeds, such as killing, stealing, committing adultery, lying, and drinking alcohol. These people, when they die, will be born as devas in the heavenly world. As for the persons who have done the opposite of those things, when they die, they will go to hell, thereafter, as ghosts, demons, and animals. Colophon: Folio 9 on the verso side: The writing was accomplished at the time of kòng laeng (between 13.30–15.00 o’clock). I am Sathu (Monk) No, the scribe, please consider. Missing or exceeding please correct it. If the text exceed, please cut it off, dear monks and novices.
Extent: 1 palm-leaf manuscript containing 9 leaves.
Size and dimensions of original material: Hight 4.6 cm, width 55.6 cm, depth 0.3 cm.
Condition of original material: Fragile.
Author(s)/Creator(s): Unidentified.
Scribe(s): Sathu (Monk) No.
Original institution reference: Manuscript Chest No.3.
