ຄໍາມະນີຈັນ (ຜູກ ໓)

ຄາມະນີຈັນຊາດົກ ກ່າວເຖິງ ພະໂພທິສັດເຈົ້າເກີດເປັນພະໂອລົດຂອງພະເຈົ້າຊະນະສັນທະ ຜູ້ປົກຄອງເມືອງພາຣານະສີ ຊົງພະນາມວ່າ ອາທາສະມຸກຂະກຸມມານ ເປັນຜູ້ມີສະຕິປັນຍາເປັນເລີດ ສາມາດຕັດສີນຄະດີຕ່າງໆໄດ້ຢ່າງຖືກຕ້ອງແລະເປັນທໍາ. ເມື່ອພະອົງຊົງຈະເລີນໄວໄດ້ພຽງ ໗ ປີ ພະບິດາກໍ່ສະຫວັນຄົດ ພວກເສນາອາມາດຈຶ່ງອະພິເສກພະກຸມມານຂຶ້ນຄອງຣາຊະສົມບັດສືບໄປ ໃນສະໄໝນັ້ນ ຍັງມີຊາຍແກ່ຜູ້ໜຶ່ງຊື່ວ່າ ຄາມະນີຈັນ ເຄີຍເປັນທາດຮັບໃຊ້ຂອງພະເຈົ້າຊະນະສັນທະ ເມື່ອສິ້ນຣັດຊະການແລ້ວ ໄດ້ປີກຕົວອອກໄປປະກອບອາຊີບກະສິກໍາຢູ່ບ້ານນອກແຫ່ງໜຶ່ງ. ຕໍ່ມາ ຄາມະນີຈັນ ໄດ້ຖືກກ່າວຫາເຖິງ ໔ ຄະດີ ຄື ຄະດີທີ່ໜຶ່ງ ຂໍຫາລັກງົວຂອງຊາວບ້ານ, ຄະດີທີ່ສອງ ຂໍຫາຂ້າລູກຊາຍຂອງເພື່ອນ, ຄະດີທີ່ສາມ ຂໍຫາທັບຂາມ້າຫັກ ແລະຄະດີທີ່ສີ່ ຂໍຫາຂ້າພໍ່ນາຍຊ່າງສານເສື່ອ. ເມື່ອຄາມະນີຈັນ ຖືກກ່າວຫາເປັນຈໍາເລີຍ ຈຶ່ງໄດ້ເດີນທາງໄປພ້ອມກັບໂຈດທັງສີ່ ໂດຍມຸ່ງໜ້າໄປຍັງເມືອງຫລວງ ເພື່ອໃຫ້ພະຣາຊາຕັດສິນຄະດີ ໃນລະຫວ່າງທາງນັ້ນ ຍັງມີຄົນຝາກສານກັບຄາມະນີຈັນໄປຖວາຍພະຣາຊາຕັດສິນອີກ ໑໐ ຄະດີ ລວມເປັນ ໑໔ ຄະດີ. ພະຣາຊາກໍ່ໄດ້ຕັດສິນຄະດີຂອງຄາມະນີຈັນດ້ວຍພະອົງເອງ ປາກົດວ່າ ຄາມະນີຈັນບໍ່ມີຄວາມຜິດ ແລະໄດ້ຮັບໄຊຊະນະທຸກຄະດີ. ຄໍາລົງທ້າຍ: ລານທີ່ ໑໙ ໜ້າ ໑: ພຸດທະສັງກາດຣາຊະໄດ້ ໒໕໐໘ ຕົວປີຮັບໃສ້ ເດືອນ ໖ ແຮມ ໑໒ ຄໍ່າ ວັນພຸດ ຣິດຈະນາແລ້ວຍາມທ່ຽງ ສັດທາໝາຍມີ ອົງສົມເດັດພະມະຫາສັງຄະຣາດ ພຸດທະຊິໂນຣົດສະພົນ ມະຫາສັງຄະປາໂມກ ທໍາມະຍານະ ມະຫາເຖຣະ ວັດໃໝ່ ອົງເປັນພະບິດຕາ ມີສັດທາອັນຍິ່ງຈຶ່ງໄດ້ອອກໃບລານສ້າງໜັງສື ຄໍາມະນີຈັນ ຜູກນີ້ ໄວ້ກັບພະພຸດທະສາສະໜາ ຕາບຕໍ່ເທົ້າ ໕ ພັນພະວັດສາ ຂໍໃຫ້ໄດ້ເຖິງສຸກ ໓ ປະການ ມີນີຣະພານເປັນທີ່ແລ້ວ ຢ່າຄາດແຄ້ວດັ່ງຄໍາມັກຄໍາປາດຖະໜາແດ່ກໍຂ້າເທີ້ນ ຂ້າພະເຈົ້າທິດຍາ ບ້ານຈ່ານໃຕ້ ພ້ອມກັບດ້ວຍລູກເມຍ ເປັນສັດທາຜູ້ຂຽນທໍາມະຜູກນີ້ໄວ້ເປັນທານໃນພະພຸດທະສາສະໜາ ຕາບຕໍ່ເທົ້າ ໕ ພັນວັດສາ ຂໍຜະລະບຸນໂກສົນອັນນີ້ ນໍາຜູ້ຂ້າໃຫ້ໄດ້ເປັນພະເຈົ້າອົງ ໑ ອັນຈະມາພາຍໜ້ານີ້ເທີ້ນ ອະຫັງ ສໍາມາ ສໍາພຸດໂທ ອະນະຄະເຕ ກາເລ.

Gamanican Jataka refers to the Bodhisatta who was born as the son of King Janasanda, the ruler of Varanasi, named Adasamukkha Kumara. With his genius, he was able to judge cases accurately and fairly. When the prince was only seven years old, his father passed away, he was the successor of his father to the throne. At the time, there was an old man named Gamanican who used to be a servant of late King Janasanda. After the reign of the former king, he moved to the countryside and became a farmer. Gamanican was later charged with four cases. A first with stealing a cow from a villager, a second with the murder of a friend’s son, a third with a broken horse leg, and a fourth with the murder of a matman. When Gamanican was accused as a defendant, he travelled with the four plaintiffs, heading to the capital to be tied by the king. On the way, 10 people left their letters with Gamanican to court to stand trial, for a total of 14 cases. The king judged the cases by himself. Finally, Gamanican appeared innocent and won very case. Colophon: Folio 19 on the recto side: Buddhist Era (BE) 2508, a hap sai year, the twelfth day of the waning moon of the sixth lunar month, Wednesday, the writing was accomplished at noon. Somdet Pha Maha Sangkharat (Supreme Patriarch) Phutthasinorotsaphon Mahasangkhapamokkha Thammanyana Maha Thera from Vat Mai, who is the great abbot is the sponsor of the blank palm leaves and sponsored the making of this manuscript [entitled] Khammanichan, to support the Teachings of the Buddha to last until the end of 5000 years. May I reach the three states of happiness which is Nibbāna is the ultimate goal. May my wishes and desired not be ignored. I am Thit (ex-monk) Nya along with my wife and children are the scribes of this manuscript, in order to support the Teachings of the Buddha to last until the end of 5000 years. May the results of this merit support me to become a Buddha in the future. May I become a Buddha in the future.

Extent: 1 palm-leaf manuscript containing 19 leaves.

Size and dimensions of original material: Hight 4.1 cm, width 51 cm, depth 0.8 cm.

Condition of original material: Good.

Alternative calendar and date: Lao, BE 2508, a hap sai year

Author(s)/Creator(s): Unidentified.

Scribe(s): Unidentified.

Original institution reference: Manuscript Box no. 7.