ສືບຊົ່ວພະຍາອິນ (ຜູກ ໓)

ສືບຊົ່ວພະຍາອິນ ເນື້ອໃນເວົ້າເຖິງ ຕອນກາງຂອງ ສັກກະປັນຫາສູດ ວ່າດ້ວຍ ປັນຫາຂອງທ້າວສັກກະ. ພະຍາອິນ ທູນຖາມຫາກັບພະພຸດທະເຈົ້າວ່າ: ຂ້າແຕ່ພະອົງຜູ້ນິຣະທຸກ ອັນວ່າ ຄວາມຣິດສະຫຍາແລະຄວາມຕະໜີ່ ມີອັນໃດເປັນເຫດ, ມີອັນໃດເປັນສະມຸໄທ, ມີອັນໃດເປັນກໍາເນີດ ແລະມີອັນໃດເປັນແດນເກີດ? ເມື່ອອັນໃດມີ ຄວາມຣິດສະຫຍາແລະຄວາມຕະໜີ່ຈຶ່ງມີ? ເມື່ອອັນໃດບໍ່ມີ ຄວາມຣິດສະຫຍາແລະຄວາມຕະໜີ່ຈຶ່ງບໍ່ມີ? ພະພຸດທະອົງຕັດວ່າ: ຄວາມຣິດສະຫຍາແລະຄວາມຕະໜີ່ ມີອາລົມອັນເປັນທີ່ຮັກ ແລະອາລົມອັນບໍ່ເປັນທີ່ຮັກ ເປັນເຫດ, ເປັນສະມຸໄທ, ເປັນກໍາເນີດ ແລະເປັນແດນເກີດ. ເມື່ອອາລົມອັນເປັນທີ່ຮັກ ແລະອາລົມອັນບໍ່ເປັນທີ່ຮັກມີຢູ່ ຄວາມຣິດສະຫຍາແລະຄວາມຕະໜີ່ຈຶ່ງມີ. ເມື່ອອາລົມອັນເປັນທີ່ຮັກ ແລະອາລົມອັນບໍ່ເປັນທີ່ຮັກບໍ່ມີ ຄວາມຣິດສະຫຍາແລະຄວາມຕະໜີ່ຈຶ່ງບໍ່ມີ.

Sūp sua pahya In with the text of Sakka-panhā Sutta on the Sakka’s questions. Indra asked the Buddha questions. Indra asked, “What is the cause of envy and stinginess, what is their origination, what gives them birth, what is their source?” When what exists do they come into beings? When what doesn’t exist do they not? The Buddha answered, “Envy and stinginess have dear-and-not-dear as their cause, have dear-and-not-dear as origination, have dear-and-not-dear as what gives them birth, have dear-and-not-dear as their source. When dear-and-not-dear exist, they come into being. When dear-and-not-dear are not, they don’t.”.

Extent: 1 palm-leaf manuscript containing 9 leaves.

Size and dimensions of original material: Hight 5.1 cm, width 57 cm, depth 0.5 cm.

Condition of original material: Good.

Author(s)/Creator(s): Unidentified.

Scribe(s): Unidentified.

Original institution reference: Manuscript Box no. 13.