ສອງສົງພຸດທະຮູບ, ສອງສາລາ, ສອງແປງທາງ, ສອງຂົວ, ແລະສອງໄຟຟືນທານ

ໜັງສືຜູກນີ້ມີ ໕ ເລື່ອງຢູ່ນໍາກັນ ປະກອບດ້ວຍ ສອງພຸດທະຮູບ, ສອງສາລາ, ສອງແປງທາງ, ສອງຂົວແລະສອງໄຟຟືນທານ. ສອງພຸດທະຮູບ ໝາຍເຖິງ ຜົນລະບຸນທີ່ຈະໄດ້ຮັບຈາກການສ້າງພະພຸດທະຮູບ ເຊິ່ງເປັນຕົວແທນພະພຸດທະເຈົ້າໄວ້ໃນພະພຸດທະສາສະໜາ. ສອງສາລາ ໝາຍເຖິງ ຜົນລະບຸນທີ່ຈະໄດ້ຮັບຈາກການສ້າງສາລາໃຫ້ເປັນທານໃຫ້ແກ່ພະພິກຂຸສົງຫຼືໃຫ້ເປັນທານແກ່ສາທາລະນະໄດ້ພັກເຊົາ. ສອງແປງທາງ ໝາຍເຖິງ ຜົນລະບຸນທີ່ຈະໄດ້ຮັບຈາກການສ້າງຖະໜົນຫົນທາງໃຫ້ພະສົງທຽວໄປບິນທະບາດຫຼືໃຫ້ຄົນທັງຫຼາຍໄດ້ໃຊ້ທຽວສັນຈອນ. ສອງຂົວ ໝາຍເຖິງ ຜົນລະບຸນທີ່ຈະໄດ້ຈາກການສ້າງຂົວຂ້າມແມ່ນໍ້າຫຼືຂ້າມຮ່ອງໃຫ້ພະພິກຂຸສົງຍ່າງຂ້າມໄປບິນທະບາດແລະຊາວບ້ານໄດ້ໃຊ້. ສອງໄຟຟືນທານ ໝາຍເຖິງ ຜົນລະບຸນທີ່ຈະໄດ້ຈາກການຖວາຍໄມ້ຟືນແລະກໍ່ໄຟໃຫ້ພະພິກຂຸສົງໃນລະດູໜາວ. ຄໍາລົງທ້າຍ: (໑) ລານທີ່ ໒໙ ໜ້າ ໑: ຈຸນລະສັງກາດ ໑໒໔໕ ຕົວ ປີກ່າມົດ ເດືອນ ໔ ຂຶ້ນ ໔ ຄໍ່າ ພໍ່າວ່າໄດ້ ວັນ ໖ ມື້ກັດເຮົ້າ ຣິດຈະນາແລ້ວຍາມແຖໃກ້ຄໍ່າ ໝາຍມີ ພະຍາກວານດ້າມພ້າ ຜົວເມຍ ບ້ານຫົວຊຽງ ເປັນເຄົ້າ ເປັນເຈົ້າມຸນລະສັດທາ ກັບທັງບຸດຕານັດຕາພັນທຸວົງສາ ພ້ອມກັບກັນມີໃຈໃສສັດທາເປັນອັນຍິ່ງ ຈິ່ງໄດ້ສ້າງທຳມະ ສັບພະສອງ ມັດນີ້ໄວ້ຄໍ້າຊູສາສະໜາພະໂຄຕະມະເຈົ້າຕາບຕໍ່ເທົ້າ ໕໐໐໐ ວັດສາ ຂໍໃຫ້ໄດ້ດັ່ງຄໍາມັກຄໍາປາດຖະໜາຊູ່ເຍື້ອງຊູ່ປະການກໍ່ຂ້າເທີ້ນ ສາທຸ ສາທຸ ນິບພານະ ປັດຈະໂຍ ໂຫຕຸ ໂນ. (໒) ລານທີ່ ໓໐ ໜ້າ ໑: ສິດທິບົວລະບາດຈຸນລະສັງກາດຣາຊະໄດ້ ໑໒໕໐ ຕົວ ປີກ່າເປົ້າ ເດືອນ ໙ ແຮມ ໖ ຄໍ່າ ພໍ່າວ່າ ໔ ມື້ເຕົ່າເສັດ ຣິດຈະນາແລ້ວຍາມກອງງາຍ ໝາຍມີ ມະຫາຣາຊະຄູເຈົ້າທໍາປັນຍາມີໃຈໃສ່ສັດທາສ້າງ ສັບພະສອງ ໄວ້ກັບສາສະໜາໄວ້ຕາບຕໍ່ເທົ້າ ໕ ພັນວັດສາ ຂໍໃຫ້ໄດ້ດັ່ງງຄໍາມັກຄໍາປາດຖະໜາ ນິບພານະ ປັດຈະໂຍ ໂຫຕຸ ໂນ ທຸວັງ ນິດຈັງ.

This manuscript contains five stories including sòng phutthahup, sòng sala, sòng paeng thang, sòng khua, and sòng faifün than. Sòng Phutthahup means the rewards derived from making the Buddha statue and donated it to the monastery. Sòng Sala means the rewards derived from building a pavilion for monks or for public. Sòng Paeng Thang means the rewards derived from making a way for the monks to go for their alms round or for public. Sòng Khua means the rewards derived from making a bridge for the monks to past through during their alms round or for public. Sòng Faifün Than means the rewards derived from offering monks the wood for making fire and making fire for the monks in the winter. Colophons: (1) Folio 29 on the recto side: Chunlasangkat (CS) 1245, a ka mot year, the fourth day of the waning moon of the fourth lunar month, the sixth day of the week (Friday), a kat hao day, the writing was accomplished in the late afternoon (between 15.00-16.30 o’clock). Phaya Khwan Dampha and his wife from Huaxiang village, are the principle sponsors along with their children and relatives had the most ardent religious faith to sponsor the making of this manuscript [entitled] Sappha Sòng, to support the Teachings of Gotama Buddha to last until the end of 5000 years. May all our wishes and desires come true. Amen, amen! May this be a condition for us to reach Nibbāna. (2) Folio 30 on the recto side: Siddhibualabat Chunlasangkat (CS) 1250, a ka pao year, the sixth day of the waning moon of the nineth lunar month, the four day of the week (Wednesday), a tao set day, the writing was accomplished at the time of kòng ngai (between 7.30-9.00 o'clock). Maha Rasakhuchao Thammapannya sponsored the making of this manuscript [entitled] Sappha Sòng, to support the Teachings of the Buddha to last until the end of 5000 years. May my wishes come true. May this be a condition for us to reach Nibbāna certainly.

Extent: 1 palm-leaf manuscript containing 30 leaves.

Size and dimensions of original material: Hight 4.6 cm, width 55.7 cm, depth 1.2 cm.

Condition of original material: Good.

Alternative calendar and date: Lao, CS 1245, a ka mot year

Author(s)/Creator(s): Unidentified.

Scribe(s): Unidentified.

Original institution reference: Manuscript Box no. 6.