ຍອດທໍາ (ຜູກຕົ້ນ)

ໜັງສືຍອດທໍາຫຼືຈຸນທະສຸກະຣິກະສູດ ມີ ໔ ຜູກ. ສອງຜູກຕົ້ນຂຽນເປັນພາລາບາລີແລະສອງຜູກຫຼັງອະທິບາຍເປັນພາສາລາວ. ໜັງສືຍອດທໍານິຍົມໃຊ້ເທດໃນພິທີບຸນທີ່ຮຽກວ່າເທດຍອດທໍາ ໂດຍພະສົງ ໔ ອົງ. ທີ່ຮຽກວ່າ ຍອດທໍາເພາະເປັນຍອດແຫ່ງທໍາທັງຫຼາຍທັງ ໘,໔໐໐໐ ຂັນ. ເນື້ອໃນກ່າວເຖິງອານິສົງທີ່ເກີດຈາກການໄດ້ຟັງຍັງທໍາມະເທສະໜາອັນຊືວ່າ ຈຸນທະສຸກະຣິກະສູດ. ພະພຸດທະເຈົ້າໄດ້ເລົ່າເລື່ອງອະດີດຕະຊາດຂອງພະອົງໃຫ້ພະພິກຂຸສົງຟັງ ປາງເມື່ອພະໂພທິສັດເຈົ້າເກີດເປັນເສນາບໍໍດີຊື່ວ່າ ທໍາມິກະບັນດິດ ຢູ່ເມືອງສີວິຣັດຖະ ໄດ້ຟັງທໍາມະເທສະໜາອັນຊື່ວ່າ ຈຸນທະສຸກະຣິກະສູດ ແລະໄດ້ຖວາຍເຄື່ອງອັດຖະບໍລະຂານແກ່ເຈົ້າພິກຂຸ ໔ ອົງ. ດ້ວຍເຕຊະບຸນອັນນັ້ນ ກໍ່ເກີດລັດສະໝີຮຸ່ງເຮືອງຂຶ້ນເມື່ອຮອດຕາວະຕິງສາ. ເມື່ອພະອິນຊາບ ກໍ່ແຕ່ງໃຫ້ມາຕະລີເທບພະບຸດລົງມາເຊີນເອົາ ທໍາມິກະບັນດິດ ຂຶ້ນໄປເທິງສະຫວັນ ແລະເຊີນພະໂພທິສັດເຈົ້າສະເຫວີຍສົມບັດທິບຢູ່ເມືອງສະຫວັນ ແຕ່ພະໂພທິສັດເຈົ້າບໍ່ຮັບ ໄດ້ຕອບພະອິນວ່າ ພະອົງຕ້ອງໄດ້ສ້າງສົມພານຢູ່ໃນເມືອງມະນຸດກ່ອນ ແລ້ວຄ່ອຍມາທີຫຼັງ. ຄໍາລົງທ້າຍ: ລານທີ ໗ ໜ້າ ໑: ຈຸນລະສັງກາດຣາຊະໄດ້ ໑໒໖໕ ຕົວ ປີກາເໝົ້າ ເດືອນ ໙ ແຮມ ໙ ຄໍ່າ ວັນ ໖ ມື້ເມິ່ງເປົ້າ ຍາມຕູດຊ້າຍເຂົ້າຫາກອງແລງ ໝາຍມີ ຣາຊະຄູຄໍາເຫລັກ ວັດລ້ອງຄູນ ມີໃຈໃສສັດທາເປັນອັນຍິ່ງ ໄດ້ສ້າງຍັງ ຍອດທໍາ ຜູກນີ້ໄວ້ກັບສາສະໜາ ພະພຸດທະເຈົ້າ ຕາບຕໍ່ເທົ້າ ໕໐໐໐ ພະວັດສາ ສາທຸ ສາທຸ ອະຫັງ ອະຣະຫັດໂຕ ໂຫມິ ນິບພານະ ປັດຈະໂຍ ໂຫນຕຸ ອະນາຄະເຕ ກາເລ ອິມິນາ ບຸນຍະເຕເຊນະ ອະຣິຍະເມດໄຕໂຍ ປາປຸນາຕິ ມະມະສັນຕິກັງ ປັບພັດຊັງ ປາປຸນາຕິ ອະນາຄະເຕ ກາເລ ວິສາຣັດໂທ ຕິກຂະປັນໂຍ ມະຫິດທິໂກ ມະຫານຸພາໂວ ຣັດຊະສຸກຂັງ ນຸພຸນຊິຕວາ ມັຍຫັງ ສະມິຊັນຕຸ ນິດຈັງ ທຸວັງ ປະຣະມັງ ສຸກຂັງ. ຂໍໃຫ້ຜູ້ຂ້າໄດ້ດັ່ງຄໍາມັກຄໍາປາດຖະໜາຊູ່ເຍື່ອງຊູ່ປະການ ດ້ວຍດັ່ງບາລີກຼ່າວ (ລານທີ ໗ ໜ້າ ໒) ໄວ້ນັ້ນທ່ຽງແທ້ດີຫລີກໍ່ຂ້າເທີ້ນ. ຂໍໃຫ້ຜູ້ຂ້າໄດ້ເຖິງອະຣະຫັນຕາ ອົງປະເສີດໃນສໍານັກພະພຸດທະເຈົ້າຕົນຊື່ວ່າເມດໄຕຍະໂພທິສັດເຈົ້າອົງອັນຈະມາພາຍໜ້າພຸ້ນດ້ວຍບາດຄາຖາວ່າ ອິມານິ ຍານານິ ມັຍຫັງ ຊາຍັນຕຸ ສັບພະຖະ ສັບພະທາ ດັ່ງນີ້ກໍ່ຂ້າເທີ້ນ. ປະການ ໑ ດ້ວຍເດຊະຜະລະອານິສົງເຊິ່ງຂ້າພະເຈົ້າໄດ້ສ້າງພະທໍານີ້ ຄັ້ງຊາດໜ້າຂ້າພະເຈົ້າເກີດໄປໃນພົບໃດໆ ຂໍຢ່າໄດ້ໄປເກີດໃນຕະກູນເຂັນໃຈດັ່ງນີ້ເລີຍ ຈົ່ງໄດ້ໃຫ້ໄປເກີດໃນຕະກູນມັ່ງຄັ່ງ ປະກອບໄປດ້ວຍສັບສົມບັດເປັນອັນມາກແລ້ວໃຫ້ມີປັນຍາວາດສະໜາປະເສີດຍິ່ງກວ່າຄົນໃນໂລກບັນດາທີ່ມີບຸນນັ້ນແລ້ວ ໃຫ້ມີປັນຍາປະເສີດຍິ່ງກວ່າຄົນທີ່ມີປັນຍາໃຫ້ເປັນມິ່ງມຸງກຸດດ້ວຍປັນຍາ ດັ່ງນີ້ເທີ້ນ ແລ້ວກໍ່ຍາດອຸດທິດສະໄປເຖິງບິດດາມານດາຍາຕິ (ລານທີ ໘ ໜ້າ ໑) ວົງສາ ຄູບາອາຈານ ແລ້ວຂໍແຜ່ຜາຍກຸສົນອັນນີ້ໄປພາຍຕໍ່າມີອະເວຈີເປັນທີ່ສຸດ ພາຍບົນມີອັກຄະນິດຖາພົມເປັນທີ່ສຸດ ພາຍກວ້າງມີອະນັນຕະຈັກກະວານເປັນທີ່ສຸດ ແລ້ວຂໍແຜ່ກຸສົນແຫ່ງຂ້າພະເຈົ້ານີ້ໄປໃຫ້ແກ່ທ້າວຈັດຕຸໂລກກະບານ ພິດສະກຸມພັນທັງ ໔, ນາງພະທໍຣະນີຄົງຄາ ເທວະດາອາກາດທັງຫລາຍ ວ່າທ່ານໄດ້ຮັບກອງກຸສົນຂ້າພະເຈົ້າແລ້ວ ຂໍໃຫ້ຊ່ວຍນໍາເອົາກອງກຸສົນຂ້າພະເຈົ້າໄປບອກໄປເລົ່າແກ່ຝູງຍາດຕິກາແລະສາຣະພັດສັດເຊິ່ງເປັນເວນແກ່ກັນ ຂໍຢ່າໃຫ້ເວນແກ່ກັນ ທີ່ທ່ານໄດ້ເຖິງທຸກກໍ່ຂໍໃຫ້ໄດ້ສະເຫວີຍສຸກ ທີ່ທ່ານໄດ້ສະເຫວີຍສຸກແລ້ວ ກໍ່ຂໍໃຫ້ໄດ້ຂຶ້ນໄປສະເຫວີຍສຸກພາວະຍິ່ງໆຂຶ້ນໄປ ທຸກຜູ້ ທຸກຄົນ ທຸກຕົນ ທຸກອົງ ທຸກໃຫຍ່ນ້ອຍຍິງຊາຍ ທົ່ວຕົວສັດເທີ້ນ ຂ້າພະເຈົ້າແຜ່ກຸສົນໃຫ້ດັ່ງນີ້ແລ້ວສັດທັງຫລາຍກໍ່ຂໍໃຫ້ໄດ້ພົ້ນຈາກນາຮົກ ຂຶ້ນໄປສະເຫວີຍສຸກ (ລານທີ ໘ ໜ້າ ໒) ດັ່ງພະທໍາມະເທສະໜານັ້ນເທີ້ນ.

Nyòttham or Cundasukarikasutta consists of four fascicles. The first two fascicles are written Pali and the other two fascicles are explanation into Lao. It is called yòttham (peak of the Dhamma) as it is integrated all the Dhamma of 84,000 categories. The content tells about the rewards derived from listening to the preaching of the Cundasukarikasutta. The Buddha told the monks about the story of his previous life. The Bodhisatta was reborn as a minister named Dhammikabandit in Sivirattha nakhon. He listened to the preaching of the Cundasukarikasutta and offered the eight requisites to four monks. Due to the power of the merit, there was an effulgent light up to Tāvatiṃsa heaven. When Indra knew, he ordered Matali devaputta came down to the earth and brought Dhammakabandit to the heaven. After conversation, Indra invited the Bodhisatta lived in the heaven. But the Bodhisatta declined and told Indra that he has to collect perfections in the world. He would come later. Colophon: Folio 7 on the recto side: Chunlasangkatrasa (CS) 1265, a ka mao year, on the ninth day of the waning moon of the ninth lunar month, the sixth day of the week (Friday), a moeng pao day, the writing was accomplished at the time of tut sai khao ha kòng laeng (between 12.00–13.30 o’clock). Rasakhu Khamlek from Vat Long Khun had the most ardent religious faith to sponsor the making of this manuscript entitled Nyòttham to support the Teachings of the Buddha to last until the end of 5000 years. sādhu sādhu ahaṃ arahatto homi nibbāna paccayo hontu anāgate kāle iminā punnatejena ariyametteyyo pāpunāti mama santikaṃ pabbajjhaṃ pāpunāti anāgate kāle visāraddho tikkhapanno mahiddiko mahānubhāvo rajjhasukham nubhunjitvā meyhaṃ samijjhantu niccaṃ dhuvaṃ paranaṃ sukhaṃ. May all my wishes and desires come true as having said in Pali above. (Folio 7, verso), may I become a noble one in the place of the Buddha named Metteyya Bodhisatta who will come in the future with the verse, imani yanani meyhaṃ jayantu sabbatha sabbada definitely. On the other hand, with the power of the merit from my making of this Buddhist scripture, in any of my future lives, may I not be born in a poor family, may I be born in a rich family with a lot of properties and may I become wiser than others who are meritorious and wise in the world definitely. I may dedicate this merit to my father, mother, relatives and teachers. (Folio 8, recto), May this merit spread widely to Avici hell as the lowest realm, to akkhanittha brahma as the highest realm, to countless universes as the widest realms. May I share this merit with the four heavenly kings, the mother earth, and air deities. When the deities acknowledge the results of my merit, please convey it to my relatives and all creatures that are retribution to each other. May they be free from the retributions. Ones who are suffering, may they be happy. Ones who are already happy, may they be happier for everyone definitely. When I share my merit to all creatures, may they escape from hell and go up to the heaven (Folio 8, verso), as said in this preaching.

Extent: 1 palm-leaf manuscript containing 10 leaves.

Size and dimensions of original material: Hight 5 cm, width 54.5 cm, depth 0.4 cm.

Condition of original material: Good.

Alternative calendar and date: Lao, CS 125, a ka mao year

Author(s)/Creator(s): Unidentified.

Scribe(s): Unidentified.

Original institution reference: Manuscript Cabinet No.1.