ບັນພະຊາວິນິໄສ (ຜູກຕົ້ນ)

ເມື່ອພະພຸດທະເຈົ້າຕັ້ງພຸດທະປະນິທານທີ່ຈະສະແດງທໍາສັ່ງສອນເຫລົ່າເວໄນຍະສັດທັງປວງດ້ວຍພະມະຫາກະລຸນາທິຄຸນ ຈຶ່ງຊົງພິຈາລະນາບຸກຄົນຜູ້ໃດສົມຄວນຈະໄດ້ຟັງພະທໍາມະເທດສະໜາ ລໍາດັບນັ້ນພະພຸດທະອົງຊົງຄຶດເຖິງ ອາລາລະດາບົດ ກາລາມະໂຄດແລະອຸທະກະດາບົດ ຣາມະບຸດ ຊຶ່ງພະພຸດທະອົງເຄີຍສະເດັດໄປສຶກສາຫາຄວາມຮູ້ກັບອາຈານສອງທ່ານນີ້ ກ່ອນທີ່ຈະສໍາເລັດພະສໍາມາສໍາໂພທິຍານ ແຕ່ມີພະພົມອົງໜຶ່ງໄດ້ເຂົ້າມາກາບທູນວ່າ ອາຈານສອງທ່ານນີ້ໄດ້ສິ້ນຊີບແລ້ວ ພະພຸດທະອົງຈຶ່ງຊົງລໍາລຶກຄຶດເຖິງເຫລົ່າປັນຈະວັກຄີທັງ ໕ ເຊິ່ງເຄີຍອຸປະຖາກພະພຸດທະອົງໃນຄາວທີ່ກໍາລັງບໍາເພັນພຽນ ຈຶ່ງຊົງພິຈາລະນາດ້ວຍພະຍານກໍຊາບວ່າ ເຫລົ່າປັນຈະວັກຄີ ຢູ່ທີ່ປ່າອິສິປະຕະນະມະລຶກຄະທາຍະວັນ ໃກ້ເມືອງພາຣານະສີ ມີໄລ່ຍະທາງ ໑໘ໂຫຍດ ຊົງເຫັນວ່າເຫລົ່າປັນຈະວັກຄີທັງ ໕ ຈະສາມາດບັນລຸທໍາໄດ້ ຈຶ່ງສະເດັດໄປສະແດງປະຖົມມະເທດສະ ໜາທໍາມະຈັກກັບປະວັດຕະນະສູດໂຜດປັນຈະວັກຄີທັງ ໕ ຈົນໄດ້ບັນລຸເປັນພະອະຣະຫັນທັງໝົດ.

When the Buddha wished to preach what he had discovered to people with his compassion. First, the Buddha thought of his former teachers named Alara Kalama and Udaka Ramaputta. Later he acknowledged by his meditation that both of them already died. Thus, the Buddha thought of his former five disciples living at Isipatana Marugadayavanna in Benares. Then the Buddha went to Isipatana and delivered the first sermon called Dhammacakkappavattana Sutta to the five ascetics.

Extent: 1 palm-leaf manuscript containing 26 leaves.

Size and dimensions of original material: Hight 5.3 cm, width 57.5 cm, depth 1 cm.

Condition of original material: Fragile.

Author(s)/Creator(s): Unidentified.

Scribe(s): Unidentified.

Original institution reference: Manuscript Cabinet No.1.