໘ ໝື່ນ (ຜູກຕົ້ນ)

ເນື້ອໃນກ່າວເຖິງ ພະອະພິທໍາ ແປວ່າ ທໍາອັນຍິ່ງໃຫຍ່ ຮຽກວ່າ ພະອະພິທໍາປິດົກ ປະມວນພຸດທະພົດໝວດອະພິທໍາ ຄືຫລັກທໍາແລະຄໍາອະທິບາຍທີ່ເປັນຫຼັກວິຊາລ້ວນໆ ບໍ່ກ່ຽວຂ້ອງກັບເຫດການແລະບຸກຄົນ ແບ່ງອອກເປັນ ໗ ຄໍາພີ ໄດ້ແກ່ ໑. ທໍາມະສັງຄະນີ (ລວມຂໍ້ທໍາເປັນໝວດໝູ່ແລ້ວອະທິບາຍເປັນປະເພດໆ), ໒. ວິພັງຄະ (ອະທິບາຍຂໍ້ທໍາທີ່ລວມເປັນໝວດໝູ່ ແຍກແຍະອອກຊີ້ແຈງວິນິດໄສໂດຍລະອຽດ), ໓. ທາຕຸກະຖາ (ສົງເຄາະຂໍ້ທໍາຕ່າງໆເຂົ້າໃນຂັນ, ອາຍະຕະນະ, ທາຕຸ), ໔. ປຸກຄະລະບັນຍັດຕິ (ບັນຍັດຄວາມໝາຍບຸກຄົນປະເພດຕ່າງໆ ຕາມຄຸນນະທໍາທີ່ມີຢູ່ໃນບຸກຄົນນັ້ນໆ), ໕. ກະຖາວັດຖຸ (ຖະແຫຼງວິນິດໄສທັດສະນະຕ່າງໆ ທີ່ຂັດແຍ້ງກັນລະຫວ່າງນິກາຍທັງຫຼາຍ), ໖. ຍະມະກະ (ຍົກຫົວຂໍ້ທໍາຂຶ້ນວິນິດໄສດ້ວຍວິທີຖາມຕອບໂດຍຕັ້ງຄໍາຖາມຍ້ອນກັນເປັນຄູ່ໆ), ແລະ ໗. ມະຫາປັດຖານ (ອະທິບາຍປັດໄຈ ໒໔ ໂດຍລະອຽດ). ails). ຄໍາລົງທ້າຍ: ລານທີ ໓໔ ໜ້າ ໑: ພຸດທະສັງກາດຣາຊະໄດ້ ໒ ພັນ ໔ ຮ້ອຍ ໑໘ (ກົງກັບ ພ.ສ. ໒໔໑໘) ພະວັດສາເສດສັງຂະລາ ເດືອນລ່ວງໄປໄດ້ ໔ ເດືອນເສດ ວັນລ່ວງໄປໄດ້ ໒໐ ວັນ ປັດຈຸບັນ ປີຮັບໃຄ້ ເດືອນ ໑໐ ແຮມ ໖ ຄໍ່າ ວັນ ໒ ມື້ຮັບໃຄ້ ຣິດຈະນາແລ້ວຍາມກອງງາຍ ໝາຍມີ ຂ້າພະເຈົ້າ ຕິດສະປັນຍາ ມີໃຈໃສສັກທາສ້າງລໍາ ໘ ໝື່ນ ນີ້ໄວ້ຄໍ້າຊູພະສາສະໜາ ຕາບຕໍ່ເທົ້າ ໕ ພະວັດສາ ຂໍໃຫ້ບຸນຍາຣາສີທັງຫລາຍມວນຝູງນີ້ໄປຊູບິດຕາມານດາພັນທຸວົງສາຄູບາຈານຝູງຈຸດຕິໄປສູ່ບໍຣະໂລກພາຍໜ້ານັ້ນຈົງໃຫ້ແດ່ກໍ່ຂ້າເທີ້ນ ພຸດໂທ ໂຫມິ ອະນາຄະເຕກາເລ ນິດຈັງ ວັດຕະນິບພານັງ ສຸກຂັງ ວັດຕະນິບພານັງ ສາຣັງ ວັດຕະນິບພານັງ ນິບພານັງ ປະຣະມັງ ສຸກຂັງ. This text tells about the Abhidhamma or higher doctrine called Abhidhamma Pitaka that is the compilation of the Buddha’s words in the Abhidhamma category containing principles and explanations that are purely academic, not related to people or events, divided into 7 scriptures are: 1. Dhammasangani (Enumeration of phenomena) 2. Vibhanga (The book of treatise) 3. Dhatukatha (Discission with reference to the elements) 4. Puggalapannatti (Description of individuals) 5. Kathavatthu (Point of controversy) 6. Yamaka (The book of pairs) 7. Patthana (The book of relations, explains 24 conditions in det Colophon: Folio 34 on the recto side: In Buddhist Era 2 thousand 4 hundred and 18 (corresponding with BE 2418), a hap khai year, on the sixth day of the waning moon of the tenth lunar month, the second day of the week (Monday), a hap khai day, the writing was accomplished at the time of kòng ngai (between 7.30–9.00 o’clock). I am Titsapannya had the religious faith to sponsor the making of this manuscript [entitled] 8 Mün (eighty thousand) to support the Teachings of the Buddha to last until the end of 5000 years. May all the results of this merit support my parent, relatives and teachers who already died to the other wolrd. Buddho homi anāgate kāle niccaṃ vatta nibbānaṃ sukhaṃ vatta nibbānaṃ sāraṃ vatta nibbānaṃ nabbānaṃ paranaṃ sukhaṃ. Extent: 1 palm-leaf manuscript containing 35 leaves. Size and dimensions of original material: Hight 4.3 cm, width 55.3 cm, depth 1.2 cm. Condition of original material: Fragile. Alternative calendar and date: Lao, BE 2418, a hap khai year Scribe(s): Unidentified. Original institution reference: Manuscript Cabinet No.1.