ທໍາມະຣັດຕະນະສູດ (ຜູກ ໒)

ເນື້ອໃນກ່າວເຖິງປິຕິ ຄື ຄວາມອິ່ມໃຈ ຄວາມປາບປື້ມໃຈ ໝາຍເອົາປິຕິທີ່ເກີດຈາກການປະຕິບັດສະມະຖະກໍາມັດຖານ ມີ ໕ ປະການຄື: ໑. ຂຸດທະກາປິຕິ ຄື ປິຕິເລັກນ້ອຍເປັນປິຕິທີ່ມີກໍາລັງເບົາບາງ, ໒. ຂະນິກາປິຕິ ຄື ປິຕິຊົ່ວຂະນະເປັນປິຕິທີ່ເກີດຂຶ້ນແລະຕັ້ງຢູ່ຊົ່ວຄາວແລ້ວຫາຍໄປ, ໓. ໂອກກັນຕິກາປິຕິ ຄື ປິຕິທີ່ເກີດຂຶ້ນເປັນໄລ່ຍະໆ, ໔. ອຸບເພຄາປິຕິ ຄື ປິຕິໂລດລອຍ ເປັນປິຕິທີ່ມີກໍາລັງແຮງກວ່າປິຕິ ໓ ຢ່າງຂ້າງຕົ້ນ ບາງເທື່ອກໍ່ເຮັດໃຫ້ຮູ້ສຶກຕົວເບົາຈົນລອຍຂຶ້ນໄປກາງອາກາດ, ໕. ຜະຣະນາປິຕິ ຄື ປິຕິທີ່ເຮັດໃຫ້ເກີດຄວາມຮູ້ສຶກເຢັນໄປທົ່ວຮ່າງກາຍ. The content tells about Pīti, joy, interest, zest and rapture. They are five as following: 1. Khuddakā-pīti: minor rapture, lesser thrill. 2. Khanikā-pīti: momentary or instantaneous joy. 3. Okkantikā-pīti: showering joy, flood of joy. 4. Ubbegā-pīti: uplifting joy. 5. Pharanā-pīti: suffusing joy, pervading rapture. Extent: 1 palm-leaf manuscript containing 26 leaves. Size and dimensions of original material: Hight 4.2 cm, width 55 cm, depth 1 cm. Condition of original material: Fragile. Scribe(s): Unidentified. Original institution reference: Manuscript Cabinet No.1.