ໃນສະໄໝໜຶ່ງ ພະຜູ້ມີພະພາກເຈົ້າ ປະທັບຢູວັດພະເຊຕະວັນ ເມືອງສາວັດຖີໄດ້ສະແດງພະທໍາມະເທດສະໜາເລື່ອງ ອານິສົງການໃຫ້ທານປະເພດຕ່າງໆ ແກ່ພິກຂຸທັງຫລາຍ ເປັນຕົ້ນ ການໃຫ້ເຂົ້າໃຫ້ເປັນທານຈະມີພະລະກໍາລັງ ອັນປະກອບດ້ວຍເຕຊະນຸພາບເປັນອັນມາກ. ການໃຫ້ຜ້າໃຫ້ເປັນທານ ຈະມີຮູບໂສມອັນງົດງາມແລະເປັນທີ່ຮັກຂອງແກ່ຄົນແລະເທວະດາທັງຫລາຍ. ການໃຫ້ປະທູບໃຫ້ເປັນທານ ຈະມີກິ່ນເນື້ອຕົນອັນຫອມ. ການໃຫ້ອາສະນະໃຫ້ເປັນທານ ຈະໄດ້ເກີດໃນຕະກູນທ້າວພະຍາທັງຫລາຍ. ການໃຫ້ປະທີບໃຫ້ເປັນທານ ຈະໄດ້ທິບພະຈັກຂຸຍັງຕາທິບເປັນຕົ້ນ. ຄໍາລົງທ້າຍ: (໑) ລານທີ ໘ ໜ້າ ໒: ຂະນ້ອຍເປັນຜູ້ຂຽນ ຂໍໂມທະນານໍາແດ່ຂະນ້ອຍເທີ້ນ. (໒) ລານທີ ໙ ໜ້າ ໑: ພະພຸດທະສັງກາດຣາຊະໄດ້ ໒໕໑໑ ຕົວ ປີເມິ່ງເໝົ້າ ເດືອນ ໓ ແຮມ ໙ ຄໍ່າ ວັນສຸກ ຣິດຈະນາແລ້ວຍາມກອງງາຍ ໝາຍມີ ສາທຸພໍ່ຈັນ ເປັນເຈົ້າອະທິການວັດລ້ອງຄູນ ໄດ້ມີຈິດສັດທາເປັນອັນຍິ່ງຈິ່ງໄດ້ສ້າງ ສະຫຼອງທານ ໑໐ ປະການ ຜູກນີ້ໄວ້ສືບພະສາສະໜາພະພຸດທະເຈົ້າ ຕາບຕໍ່ເທົ້າ ໕໐໐໐ ພະວັດສາ ຂໍໃຫ້ຜູ້ຂ້າທີ່ໄດ້ປະທານສິ່ງໃດສິ່ງ ໑ ຂໍໃຫ້ໄດ້ດັ່ງຄວາມປະສົງທຸກປະການເທີ້ນ ສາທຸ ສາທຸ.
On one occasion, while the Buddha was residing at the Jetavana monastery gave a sermon on the rewards derived from the donation of various alms to the monks. For examples, the giving of rice will have the physical strength and power. Giving cloth will have a beautiful figure and be loved by people and deities. The offering of incense will have a physical fragrance. Giving the lodging will be born in the clan of kings. Giving the light will have a divine eyes, etc. Colophons: (1) Folio 8 on the verso side: I am the scribe, please rejoice with me. (2) Folio 9 on the rectso side: Buddhist Era (BE) 2511, a moeng mao year, on the ninth day of the waning moon of the third lunar month, a Friday, the writing was accomplished at the time of kòng ngai (between 7.30–9.00 o’clock). Sathu Phò Chan, abbot of Vat Long Khun had the ardent religious faith to sponsor the making of this manuscript [entitled] Salòng than 10 pakan (Celebration of ten kinds of gifts) to support the Teachings of the Buddha to last until the end of 5000 years. May I who gave something achieve all my wishes, definitely. Amen, amen!.
Extent: 1 palm-leaf manuscript containing 10 leaves.
Size and dimensions of original material: Hight 5.1 cm, width 52.5 cm, depth 0.5 cm.
Condition of original material: Fragile.
Alternative calendar and date: Lao, BE 2411, a moeng mao year
Scribe(s): Unidentified.
Original institution reference: Manuscript Cabinet No.1.
