ໃນສະໄໝໜຶ່ງ ພະຜູ້ມີພະພາກເຈົ້າຊົງປະທັບຢູ່ວັດເຊຕະວັນ ເມືອງສາວັດຖີ ໃນຄັ້ງນັ້ນພະສາລີບຸດໄດ້ທູນຖາມພະພຸດອົງ ເຖິງອານິສົງຂອງການສ້າງໄຕປິຕະກະທັງ ໓ ອັນເປັນຄໍາສອນແຫ່ງສັບພັນຍູເຈົ້າ. ພະພຸດທະອົງໄດ້ຕັດວ່າ ບຸກຄົນຜູ້ໃດມີຈິດໃຈເຫຼື້ອມໃສສັດທາໄດ້ສ້າງໄຕປິຕະກະທັງ ໓ ອັນເປັນທໍາຄໍາສັ່ງສອນຂອງຕະຖາຄົດ ດ້ວຍຕົນເອງກໍ່ດີ ດ້ວຍການຈ້າງໃຫ້ຄົນອື່ນຂຽນໃຫ້ກໍ່ດີ ຈະໄດ້ຜະລະອານິສົງເປັນອັນມາກ ຈະໄດ້ເປັນພະຍາແກ່ເທວະດາອັນຢູ່ເທິງແຜ່ນດິນໄດ້ ໙ ອະສົງໄຂ ຄັ້ນວ່າຕາຍຈາກອັນເປັນພະຍາແກ່ພູມເທວະດາທີ່ນັ້ນແລ້ວ ກໍ່ຈະໄດ້ເປັນພະຍາແກ່ອາກາສະເທວະດາໃນສະຫວັນຊັ້ນດຸສິດ ໙ ອະສົງໄຂ. ຄໍາລົງທ້າຍ: (໑) ລານທີ ໘ ໜ້າ ໒: ຂຽນຝ້າວກາຍ ຕົວບໍ່ງາມທໍ່ໃດແລ້ວເຈົ້າເອີ້ຍ. ຄໍາລົງທ້າຍ: (໒) ລານທີ ໙ ໜ້າ ໑: ພຸດທະສັກກະຣາຊະກາຍລ່ວງແລ້ວ ໒໔໘໔ ຂ້າພະເຈົ້າຜູ້ມີນາມຂຶ້ນຊື່ວ່າພະອ່ອນສີ ໄດ້ມີໃຈໃສສັດທາສ້າງຂຽນ ສອງໜັງສືຜູກ ນີ້ໄວ້ກັບສາສະໜາ ພະໂຄຕະມະເຈົ້າ ຕາບຕໍ່ເທົ້າ ໕໐໐໐ ພະວັດສາ ກັນວ່າຂ້າພະເຈົ້າຫາກດັບຂັນໃນຊາດອັນນີ້ແລ້ວ ຂໍໃຫ້ໄດ້ເອົາຕົວເຂົ້າໄປເກີດໃນວຽງແກ້ວກລ່າວຄືວ່າ ນີຣະພານເຈົ້າເປັນທີ່ແລ້ວ ຂໍຢ່າຄາດແຄ້ວດັ່ງຄວາມປາດຖະໜາແຫ່ງຂ້າພະເຈົ້າດ້ວຍເທີ້ນ ນິບພານັງ ປະຣະມັງ ສຸກຂັງ.
On one occasion, while the Buddha was dwelling at the Jetavana monastery in Savatthi, Venerable Sariputta Thera questioned the Buddha about the merit derived from making the manuscripts of the Tipitaka that contain the Teachings of the Buddha. Then the Buddha delivered a sermon describing about the merit derived from making the manuscripts. One who has the ardent religious faith to write or make the manuscript of the Tipitaka that contain the Teachings of the Buddha by oneself or to hire other to write for, would gain much results of the good deed. The one will become emperors, Indra for many existences. Colophons: (1) Folio 8 on the verso side: Writing in a hurry, so the letters are not beautiful, dear all. (2) Folio 9 on the recto side: Buddhist Era (BE) 2484. My name is Pha Onsi who had the religious faith to sponsor the making of this manuscript entitled Sòng nangsü (Rewards derived from sponsoring the making of books) to support the Teachings of Gotama Buddha to last until the end of 5000 years. When I die from this life, may I be reborn in the crystal city that is Nibbāna. May my wishes not be ignored. Nibbāna is the greatest bliss.
Extent: 1 palm-leaf manuscript containing 9 leaves.
Size and dimensions of original material: Hight 5.1 cm, width 57.7 cm, depth 0.5 cm.
Condition of original material: Damaged.
Alternative calendar and date: Lao, BE 2484. a year
Author(s)/Creator(s): Unidentified.
Scribe(s): Pha (Monk) Onsi.
Original institution reference: Manuscript Chest No.4.
