ພະລະສັງຂະຍາ (ຜູກ ໕)

ເມື່ອຜູ້ເປັນພໍ່ຕາຍແລ້ວ ລູກສາວທັງ ໖ ຄົນ ບໍ່ໄດ້ດູແລທ້າວວະຣະກິດຕິກາຕາມທີ່ພໍ່ໄດ້ສັ່ງເສຍໄວ້ກ່ອນຕາຍແຕ່ປະການໃດ ມີແຕ່ນາງສຸສາ ເຊິ່ງເປັນລູກສາວຫຼ້າໄດ້ທໍາຕາມຄໍາສັ່ງເສຍຂອງພໍ່. ນາງສຸສາໄດ້ພາເຈົ້າວະຣະກິດຕິກາ ອອກຈາກບ້ານໄປເຮັດໄຮ່ຢູ່ໃນປ່າ. ຕໍ່ມາ ທັງສອງໄດ້ໜີອອກຈາກເມືອງໂກສົນ ເນື່ອງຈາກມີອຸທົກກະໄພ ໄປເຖິງເມືອງມັກຄັນທະ ອັນມີພະຍາຫົງແລະພະນາງປັນຈະຕະມາ ເປັນພະຍາຊົງປົກຄອງເມືອງ ແລະມີພະຣາຊະໂອລົດອົງໜຶ່ງ ພະນາມວ່າ ເຈົ້າສຸຣິຍະເທໂວ. ເມື່ອນາງສຸສາແລະເຈົ້າສຸຣິຍະເທໂວ ໄດ້ພົບກັນກໍ່ເກີດມັກຮັກກັນ. ເຈົ້າສຸຣິຍະເທໂວໄດ້ອະພິເສກສົມລົດນາງສຸສາໃຫ້ເປັນອັກຄະມະເຫສີ. ຄໍາລົງທ້າຍ: ລານທີ່ ໒໔ ໜ້າ ໑: ສີສັດຕະບົວຣະບາດ ຈຸນລະສັງກາດຣາຊະໄດ້ ພັນ ໒໐໐໓໗ (ກົງກັບ ຈສ. ໑໒໓໗) ຕົວປີຮັບໃຄ້ ເດືອນ ໕ ແຮມ ໓ ຄໍ່າ ວັນ ໓ ມື້ກັດເຮົ້າ ຣິດຈະນາແລ້ວຍາມກອງງາຍ ມູນລະສັດທາໝາຍມີບຸຜິປັດຕະຣາດ ເຈົ້າຫໍຄໍາຝ່າຍໜ້າ ມີຈິດຕະມະໂນໄມໃສລໍ້າຍິ່ງ ກັບທັງບຸດຕານັດຕາ ພັນທຸວົງສາລົງສັດທາເປັນອັນຍິ່ງ ຈຶ່ງໄດ້ສ້າງ ລໍາພະລະສັງຂະຫຍາ ມັດນີ້ ໄວ້ກັບວໍຣະພຸດທະສາສະໜາພະໂຄຕະມະເຈົ້າ ຕາບຕໍ່ເທົ້າ ໕໐໐໐ ວັດສາ ຂໍໃຫ້ຜູ້ຂ້າໄດ້ເຖິງສຸກ ໓ ປະການ ມີນີຣະພານເປັນທີ່ແລ້ວ ຂໍໃຫ້ຜູ້ຂ້າເຂົ້າສູ່ວຽງແກ້ວກ່າວຄືວ່ານີຣະພານ ກໍຂ້າເທີ້ນ ສາທຸ ສາທຸ ນິບພານັງ ປະຣະມັງ ສຸກຂັງ ທຸວັງ ທຸວັງ.

After death of the father, the other sisters did not follow their father’s message. Only Susa, the youngest sister looked after Varakittika. Lather, both of them left from Koson (Kosala) city to Makkhantha city due to happening of flood. Phaya Hong and Queen Panchatama ruled Makkhantha and they had a son named Prince Suriyadevo. When Prince Suriyadevo met Susa, they fell in love. Later, they married. Colophon: Folio 24 on the recto side: Sisattabuarabat chunlasangkatrasa thousand 20037 (corresponding with CS 1237), a hap khai year, the third day of the waning moon of the fifth lunar month, the third day of the week (Tuesday), a kat hao day, the writing of this manuscript was accomplished at the time of kòng ngai (between 7.30–9.00 o’clock). Buphipattarat, the king who lives in the front golden palace, along with his children and relatives had the most ardent religious faith to sponsore the making of this manuscript [entitled] Lam phalasangkhanya, to support the Teachings of Gotama Buddha to last until the end of 5000 years. May I reach the three states of happiness with Nibbāna is the ultimate goal. May I enter the crystal city which is Nibbāna. Amen amen! Nibbāna is the greatest bliss certainly.

Extent: 1 palm-leaf manuscript containing 25 leaves.

Size and dimensions of original material: Hight 4.5 cm, width 53.7 cm, depth 1 cm.

Condition of original material: Good.

Alternative calendar and date: Lao, CS 1237, a hap khai year

Author(s)/Creator(s): Unidentified.

Scribe(s): Unidentified.

Original institution reference: Manuscript Box no. 7.